ພາສີນຳເຂົ້າໝາກມ່ວງຫິມະພານ ເຂົ້າໄຕ້ຫວັນ ຈະຫຼຸດລົງເຫຼືອ 10%

07:59 | 08/12/2021

ຍສໝ - ອົງການການຄ້າ ​ຫ້ອງການ​ເສດຖະກິດ​ ແລະ ​ວັດທະນະທຳ​ຫວຽດນາມ ​ປະຈຳ​ໄຕ້​ຫວັນ (ກະຊວງ​ອຸດສາຫະກຳ​ ແລະ ​ການ​ຄ້າ) ​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ປະຕູຖານຂໍ້ມູນເອເລັກໂຕຣນິກພາສີ​ໄຕ້​ຫວັນ (ຈີນ) ​ໄດ້​ປະກາດ​ປັບປຸງ​ຕາຕະລາງ​ພາສີ​ນຳ​ເຂົ້າ​.

ໝາກມ່ວງຫິມະພານຂອງຫວຽດນາມ ຢັ້ງຢືນທີ່ຕັ້ງເປັນຜູ້ສະໜອງອັນດັບ 1 ໃນຕະຫຼາດລັດເຊຍ ໝາກມ່ວງຫິມະພານຂອງຫວຽດນາມ ຢັ້ງຢືນທີ່ຕັ້ງເປັນຜູ້ສະໜອງອັນດັບ 1 ໃນຕະຫຼາດລັດເຊຍ
ຫວຽດນາມສູ້ຊົນເພື່ອສົ່ງອອກ ໝາກມ່ວງຫິມະພານ ໃຫ້ໄດ້ 3,7 ຕື້ USD ຫວຽດນາມສູ້ຊົນເພື່ອສົ່ງອອກ ໝາກມ່ວງຫິມະພານ ໃຫ້ໄດ້ 3,7 ຕື້ USD

ຕາມ​ນັ້ນ​ແລ້ວ, ​ເພື່ອ​ເປັນອັນດຽວ​ກັບ​ນະ​ໂຍບາຍ​ພັດທະນາຂະແໜງ, ອັດຕາ​ພາສີ​ນຳ​ເຂົ້າ​ໝາກ​ມ່ວງ​ຫິມະພານ​ ​​ນຳເຂົ້າ​ໄຕ້​ຫວັນ (ຈີນ) ຈະ​ຫຼຸດ​ລົງເຫຼືອ 10% ປ່ຽນ​ແທນໃຫ້​ອັດຕາ​ພາສີ 26,2 ​ໂດ​ລາ​ໄຕ້​ຫວັນ/ກລ ຫຼື 16% ຄືປະຈຸບັນນີ້…

ແຈ້ງການ​ຂອງ​ຝ່າຍ​ໄຕ້​ຫວັນ ​ໃຫ້ຮູ້​ວ່າ ການດັດປັບເທື່ອ​ນີ້ ​ແມ່ນ​ເພື່ອ​ຫຼຸດ​ຕົ້ນ​ທຶນ​ປຸງ​ແຕ່ງ​ສະບຽງ​ອາຫານ, ​ເພີ່ມ​ທະວີ​ການ​ຊົມ​ໃຊ້​ຜະລິດ​ຕະພັນຈາກ​ໝາກ​ຖົ່ວ​ ແລະ ​ຍົກສູງ​ສຸຂະພາບ​ ແລະ​ ຄວາມສຸກ​ຂອງ​ປະຊາຊົນ.

ພາສີນຳເຂົ້າໝາກມ່ວງຫິມະພານ ເຂົ້າໄຕ້ຫວັນ ຈະຫຼຸດລົງເຫຼືອ 10%
ພາສີນຳເຂົ້າໝາກມ່ວງຫິມະພານ ເຂົ້າໄຕ້ຫວັນ ຈະຫຼຸດລົງເຫຼືອ 10%. (ພາບປະກອບ: moit.gov.vn)

ຕາມ​ສະຖິຕິ​ຂອງ​ອົງການຄຸ້ມຄອງ​ການ​ຄ້າ​ຕ່າງປະ​ເທດ​ໄຕ້​ຫວັນແລ້ວ, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສົ່ງ​ອອກ​ໝາກ​ມ່ວງ​ຫິມະພານ​ໃຫຍ່​ທີ່​ສຸດ ​ໄປ​ຍັງ​ໄຕ້​ຫວັນ​ເປັນ​ເວລາ​ຫຼາຍ​ປີ.

​ໃນ 10 ​ເດືອນ​ຕົ້ນ​ປີ​ນີ້, ຫວຽດນາມ ​ໄດ້​ສົ່ງ​ອອກ​ໝາກ​ມ່ວງ​ຫິມະພານ ​ໄປ​ຍັງ​ໄຕ້​ຫວັນ​ເກືອບ 4.000 ​ໂຕນ, ດ້ວຍ​ມູນ​ຄ່າ​ເກືອບ 30 ລ້ານ USD.

ນອກຈາກ​ຫວຽດນາມ​ແລ້ວ, ໄຕ້​ຫວັນ​ຍັງ​ນຳ​ເຂົ້າ​ໝາກມ່ວງ​ຫິມະ​ພານ​ ຈາກ​ຄູ່​ຮ່ວມ​ມື​ອື່ນໆ​ ເຊັ່ນ: ອິນ​ໂດ​ເນ​ເຊຍ, ​ໄທ, ກຳປູ​ເຈຍ...

​ໃນ​ການດັດປັບຄັ້ງ​​ນີ້, ​ໄຕ້​ຫວັນ​ ຈະ​ຫຼຸດ​ອັດຕາ​ພາສີ​ຕໍ່​ການ​ນຳ​ເຂົ້າສິນຄ້າ​ບາງປະເພດ​ຈາກ​ Belize, Honduras và Paraguay ຫຼື​ ດັດປັບໄລຍະເວລາສົ່ງສຳເນົາໃນການສົ່ງຄືນພາສີ ​ເພື່ອ​ຊຸກຍູ້​ການ​ປ່ຽນ​ແທນການຄັດກອງພາຫະນະໃໝ່​ນຳໃຊ້ diesel.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.