ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ

11:27 | 08/12/2021

ບັນດາຜູ້ແທນ, ນັກຮຽນຮູ້, ນັກຄົ້ນຄວ້ານະໂຍບາຍ ແລະ ນັກຊ່ຽວຊານເຕັກໂນໂລຊີ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ປຶກສາຫາລື, ແບ່ງປັນບົດຮຽນເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນທີ່ຍຸຕິທຳ, ກວມລວມ ແລະ ຍືນຍົງ

ພາສີນຳເຂົ້າໝາກມ່ວງຫິມະພານ ເຂົ້າໄຕ້ຫວັນ ຈະຫຼຸດລົງເຫຼືອ 10% ພາສີນຳເຂົ້າໝາກມ່ວງຫິມະພານ ເຂົ້າໄຕ້ຫວັນ ຈະຫຼຸດລົງເຫຼືອ 10%
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍວັນຊາດ ແຟງລັງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍວັນຊາດ ແຟງລັງ
ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ

ການໂອ້ລົມສົນທະນາ “ພື້ນຖານດີຈີຕອນ - ການເຕີບໂຕໃນອະນາຄົດ” (ພາບ: BNEWS)

ຕອນບ່າຍວັນທີ 06 ທັນວາ, ສະຖາບັນຄົ້ນຄວ້າເຕັກໂນໂລຊີເພື່ອວົງຄະນະຍາດ (Tech For Good Institute, TFGI), ດ້ວຍການໜູນຊ່ວຍຂອງ Grap ຢູ່ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາ “ພື້ນຖານດີຈີຕອນ - ການເຕີບໂຕໃນອະນາຄົດ” ແບບທາງໄກ ແລະ ໂດຍກົງ. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນ, ນັກຮຽນຮູ້, ນັກຄົ້ນຄວ້ານະໂຍບາຍ ແລະ ນັກຊ່ຽວຊານເຕັກໂນໂລຊີ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ປຶກສາຫາລື, ແບ່ງປັນບົດຮຽນເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນທີ່ຍຸຕິທຳ, ກວມລວມ ແລະ ຍືນຍົງ, ຈາກນັ້ນ ຊອກຫາບັນດາມາດຕະການແກ້ໄຂຢ່າງມີຫົວຄິດປະດິດສ້າງ ເໝາະສົມກັບສະພາບການຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຫງວຽນຈ້ອງເດື່ອງ, ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ໃຫ້ຮູ້ວ່າ: ຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນຂອງ ຫວຽດນາມ ໄດ້ເນັ້ນໜັກເຖິງພື້ນຖານດີຈີຕອນແມ່ນມາດຕະການແກ້ໄຂບຸກທະລຸ. ຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ ກໍ່ຢືນຢັນວ່າ ຢາກຫັນເປັນດີຈີຕອນຢ່າງໄວ ຕ້ອງອີງໃສ່ພື້ນຖານດີຈີຕອນ. ກ່ອນໜ້ານັ້ນ, ບົດລາຍງານຂອງສະຖາບັນ TFGI ໃຫ້ຮູ້ວ່າ ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ.

vovworld.vn

ເຫດການ
302 Found

Found

The document has moved here.