ຍສໝ - ໃນຊຸມປີຜ່ານມາ, ບ້ານ ຢຸ່ຍ ເຕີ່ນ (ລາວ ບາວ - ເຫື່ອງ ຫວ໋າ ) ແລະ ບ້ານ ເພື່ອງ (ເຊ ໂປນ -ລາວ) ມີຫຼາຍກິດຈະກໍາໄດ້ຮັບການປະຕິບັດຕ່າງໆ ເພື່ອຊ່ວຍກັນແລະກັນ ຮ່ວມກັນພັດທະນາ. ໂດຍສະເພາະແມ່ນສວນປູກຕົ້ນໄມ້ ເພື່ອຫຼຸດຜ່ອນຄວາມທຸກຍາກ ດ້ວຍການສະຫນັບສະຫນູນຈາກບ້ານ ຢຸ່ຍ ເຕີ່ນ ໄດ້ເສີມຂະຫຍາຍໝາກຜົນ, ປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນ ບ້ານ ເພື່ອງ ສ້າງຄວາມຮັ່ງມີ. ສິ່ງດັ່ງກ່າວນີ້ໄດ້ເສີມສ້າງຄວາມຮັດແໜ້ນ ນ້ຳໃຈມິດຕະພາບ, ສ້າງຊີວິດການເປັນຢູ່ອີ່ມໜຳສຳລານໃຫ້ແກ່ສອງບ້ານ ຢຸ່ຍ ເຕີ່ນ ແລະ ບ້ານ ເພື່ອງ (ເຊໂປນ -ສປປ ລາວ) ເວົ້າສະເພາະ, ສອງປະເທດຫວຽດນາມ ແລະ ລາວ ເວົ້າລວມ.
ທະຫານລາວ-ຫວຽດນາມ ປຶກສາຫາລື ແລະ ເອກະພາບກັນ ກ່ຽວກັບວິທີການຕ້ານ ແລະ ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຢູ່ລຽບຕາມຊາຍແດນ.
ຍສໝ - ໃນວັນທີ 27 ແລະ 28 ພຶດສະພາ, ຢູ່ ເມືອງ ໂມກເຈົ່າ, ພະແນກຍຸດຕິທໍາແຂວງເຊີນລາ ປະສານສົມທົບກັບ ພະແນກຍຸດຕິທໍາແຂວງຫົວພັນ (ສປປ ລາວ) ຈັດຕັ້ງກອງປະຊຸມ ເຜີຍແຜ່ກົດຫມາຍໃຫ້ແກ່ປະຊາຊົນ ຢູ່ ເຂດຊາຍແດນ ຫວຽດນາມ - ລາວ. ເຂົ້າຮ່ວມກອງປະຊຸມເຜີຍແຜ່ມີບັນດານາຍບ້ານ, ເລຂາໜ່ວຍພັກບ້ານ, ຫົວຫນ້າອົງການຈັດຕັ້ງຕ່າງໆຂອງຕາແສງ ລ່ອງ ເສິບ (ໂມກເຈົ່າ) ແລະ ທະຫານດ່ານຊາຍແດນ ລ່ອງ ເສິບ.
ຍສໝ - ໃນອາທິດທີ່ຜ່ານມາ, ພົນຈັດຕະວາ ເຈີນ ດິງ ຢຸ໋ງ, ຮອງບັນຊາການ ທະຫານປ້ອງກັນຊາຍແດນ ຮ່ວມກັບ ຄະນະປະຕິບັດງານ ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ກ໋ວາງຈິ້, ຄ້າຍທະຫານປ້ອງກັນຊາຍແດນ ລາໄລ ແລະ ການນໍາເມືອງ ສະໝ້ວຍ (ສປປລາວ) ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຜູ້ຄົນໃນບ້ານ ກີແນ, ເມືອງ ສະໝ້ວຍ, ແຂວງສາລະວັນ (ລາວ).
ຍສໝ - ໃນວັນທີ 28 ພຶດສະພາ, ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ( ສປປ ລາວ) ນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ກຳມະການພັກແຂວງ, ເຈົ້າແຂວງໆອຸດົມໄຊ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ດ້ຽນບຽນ. ສ່ວນແຂວງ ດ້ຽນບຽນ ມີການເຂົ້າຮ່ວມ ທ່ານ ລໍ່ ວັນ ມ້ວນ, ຮອງເລຂາຄະນະກຳມະການປະຈຳພັກແຂວງ, ປະທານກຳມະການປະຊາຊົນແຂວງ; ທ່ານ ເລ ແທ່ງ ໂດ່, ກໍາມະການຄະນະປະຈຳພັກແຂວງ, ຮອງປະທານກຳມະການປະຊາຊົນແຂວງ ແລະ ຕາງຫນ້າຄະນະກໍາມະການແນວໂຮມຊາດຫວຽດນາມ.
ຍສໝ - ຈຸດປະສົງຂອງການລາດຕະເວນ ກວດກາຄັ້ງນີ້ ແມ່ນ ເພື່ອເກັບກຳສະຖິຕິ, ກວດກາບັນດາເຄື່ອງໝາຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ.
ຍສໝ - ໝູ່ທະຫານລາດຂອງຕາແສງແຕນຕັ່ນ, ເມືອງເມື່ອງລາດ, ແຂວງແທງຮວ໋າ ເຄື່ອນໄຫວຢູ່ບໍລິເວນຊາຍແດນທີ່ຕິດກັບກຸ່ມບ້ານສົບຮາວ, ເມືອງສົບເບົາ, ແຂວງຫົວພັນ ສປປ ລາວ.
ຍຸສໝ - ໃນວັນທີ 21 ເດືອນພຶດສະພາ, ຢູ່ຕາແສງ ເຊີນໄຕ, ນະຄອນຮ່າໂນ້ຍ, ສະຖາບັນປ້ອງກັນຊາຍແດນ ໄດ້ຈັດພິທີເປີດຊຸດການຝຶກອົບຮົມ ໃຫ້ພະນັກງານຊາຍແດນແຂວງ ກອງທັບປະຊາຊົນລາວ. ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານພົນຕີ ຈິ້ງ ຮ່ວາງ ຮ້ຽບ, ອໍານວຍການໂຮງຮຽນປ້ອງກັນຊາຍແດນ; ທ່ານພັນໂທ ດວງມະນີ ສິວີໄຊ ຮອງຫົວໜ້າທີ່ປຶກສາທູດຝ່າຍປ້ອງກັນຊາດ ສປປ ລາວ ປະຈຳ ສສ ຫວຽດນາມ.
ຍສໝ - ໃນຕອນຄ່ຳຂອງວັນທີ 20 ພຶດສະພາ, ກອງບັນຊາການທະຫານຊາຍແດນ ຮ່າຕິ໋ງ ໄດ້ປະສານສົມທົບ ກັບ ບ້ານ ເຊີນ ກິມ 1 (ເຮຶອງ ເຊີນ) ແລະ ບ້ານ ທົ່ງແປ (ສປປລາວ) ຈັດງານແລກປ່ຽນວັດທະນະທໍາ ສະເຫຼີມສະຫຼອງວັນແຮກສ່ຽວ ຄົບຮອບ 10 ປີ.
ຍສໝ - ໃນວັນທີ 20 ພຶດສະພາ, ພົນຈັດຕະວາ ເລ ຍື ດຶ໋ກ, ຮອງຫົວໜ້າການເມືອງທະຫານຊາຍແດນ ໄດ້ເປັນປະທານ ກອງປະຊຸມປຶກສາຫາລຶ ກັບບັນດາຫ້ອງການ, ຂະແໜງການທີ່ກ່ຽວຂ້ອງ ຂອງກົມໃຫຍ່ທະຫານຊາຍແດນ ກ່ຽວກັບ ການກະກຽມເນື້ອໃນເພື່ອເສນາທິການ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບ ທະຫານຊາຍແດນຫວຽດນາມ - ກໍາປູເຈຍ ຢູ່ ແຂວງ ອານຢາງ ແລະ ການແລກປ່ຽນມິດຕະພາບຊາຍແດນຂັ້ນແຂວງ ລະຫວ່າງ ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ, ຫວຽດນາມ ແລະ ກອງບັນຊາການທະຫານ ແລະ ຕໍາຫຼວດ ແຂວງສະຫວັນນະເຂດ, ແຂວງສາລະວັນ.
ຍສໝ - ໃນວັນທີ 19 ພຶດສະພາ, ທີ່ເດີ່ນສະໜາມຫຼວງ ເມືອງ ອາ ເລື໋ອຍ ໄດ້ຈັດພິທີປິດ ງານບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຊົນເຜົ່າສ່ວນຫນ້ອຍ ຢູ່ ລຽບຕາມແນວ ຊາຍແດນ ຫວຽດນາມ - ລາວ, ພາກກາງ ແລະ ໄຕຫງວຽນ ໃນປີ 2019 ຈັດຂຶ້ນໂດຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ.
ຍສໝ - ເມື່ອມໍ່ໆມານີ້, ຢູ່ເທດສະບານແຂວງທ່າແຂກ, ແຂວງຄໍາມ່ວນ, ປະເທດລາວ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ໂດຍທ່ານພັນເອກພິເສດ ຫງວຽນວັນຖ້ຽນ, ຫົວໜ້າກອງບັນຊາການ ເປັນຫົວໜ້າຄະນະໄດ້ດໍາເນີນການພົບປະເຈລະຈາ ຄັ້ງທີ 12 ກັບກອງບັນຊາການ ປກສ ແຂວງຄໍາມ່ວນ.
ອີງຕາມຂໍ້ມູນຂ່າວສານເປັນທາງການຈາກກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ກ່າວວ່າ: ງານບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງຊົນເຜົ່າສ່ວນນ້ອຍຢູ່ບັນດາແຂວງມີຊາຍແດນຫວຽດນາມ - ລາວ ແລະ ພາກກາງ ນະຄອນຫຼວງວຽງຈັນໃນປີ 2019 ທີ່ມີຫົວຂໍ້ "ຄວາມສາມັກຄີ, ມິດຕະພາບ ແລະ ການພັດທະນາ" ຈະຈັດຂຶ້ນໃນວັນທີ 17-19 ພຶດສະພາຢູ່ເມືອງ ອາເລື່ອຍ, ແຂວງ ເທື່ອທຽນເຫວ້.
ຍສໝ - ບັນດານັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນເຍີມ, ທະຫານປ້ອງກັນຊາຍແດນເທື່ອທຽນເຫວ້ ບໍ່ພຽງແຕ່ຊ່ວຍເຫຼືອປະຊາຊົນທີ່ບ້ານ ເຊຊາບ, ເມືອງ ກ່າລື່ມ, ແຂວງ ເຊກອງ ປະເທດ ລາວ ໃນການກໍ່ສ້າງເຮືອນ, ລົບລ້າງການປູກຝັງແບບເຄື່ອນທີ່ຜິດກົດໝາຍ ເທົ່ານັ້ນ, ຫາກຍັງກໍ່ໄດ້ມີການມອບແນວພັນ, ແນະນໍາພໍ່ແມ່ປະຊາຊົນເຕັກນິກລ້ຽງສັດ, ປູກຝັງ, ພັດທະນາເສດຖະກິດອີກດ້ວຍ.
ຊາຍແດນ - ຫຼາຍເຊັ່ນຄົນມາແລ້ວ, ຊາຍແດນເມືອງ ໄຕຢາງ (ຫວຽດນາມ) ແລະ ເມືອງກະລຶມ (ລາວ), ເຖິງວ່າຈະຂັ້ນກາງດ້ວຍພູເຂົາສູງ, ເຫວສູງຊັນ, ແຕ່ວ່າບັນດາບ້ານ ຫວຽດນາມ- ລາວ ຍັງຄົງໃຫ້ການຊ່ວຍເຫຼືອບິແບ່ງເຊິ່ງກັນແລະກັນ ຄືອ້າຍນ້ອງຮ່ວມສາຍແຮ່ດຽວກັນ. ໃນ ລະດູການເຮັດນາເຮັດໄຮ່, ທະຫານຊາຍແດນຊາຍແດນຫວຽດນາມ ໄດ້ແບ່ງປັນ ໃຫ້ອ້າຍເອື້ອຍນ້ອງ ຝາກຊາຍແດນ ເບື້ອງນັ້ນ ຂອງລາວ ຄວາມອົບອຸ່ນ, ເຂົ້າສານ ອາຫານແຫ້ງເພືອ່ໃຫ້ປະຊາຊົນບໍ່ມີຄວາມອົດຍາກ. ເຊິ່ງຄົນລາວເອີ້ນວ່າ: “ ເຂົ້າສານແຫ່ງຄວາມຮັກແພງ”
ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງເງະອານ ແລະກໍາລັງຕໍາຫຼວດ, ກອງບັນຊາການທະຫານແຂວງຊຽງຂວາງ, ປະເທດລາວ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການລາດຕະເວນສອງຝ່າຍປ້ອງກັນຊາຍແດນຢ່າງມີປະສິດທິຜົນ.
ຍສໝ - ແຂວງດ້ຽນບຽນແມ່ນມີຊາຍແດນຕິດກັບ ສປປ ລາວ ປະມານ 414,712 ກິໂລແມັດ ເຊິ່ງມີຊາຍແດນຕິດກັບແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ. ແຂວງດ້ຽນບຽນ ໄດ້ກໍານົດວ່າ "ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈສາກົນ, ຍືນຍົງຕາມແນວຄິດໂຮ່ຈິ໋ມິງ" ເຊິ່ງແມ່ນໜຶ່ງໃນໜ້າທີ່ສໍາຄັນໃນໄລຍະເຊື່ອມໂຍງ ແລະ ການພັດທະນາ.
ຍສໝ - ຫວ່າງແລ້ວນີ້, ຢູ່ເມືອງດັກຈຶງ, ແຂວງເຊກອງ, ຄະນະປະຕິບັດງານແຂວງກວາງນາມ ແລະ ຄະນະປະຕິບັດງານແຂວງເຊກອງ ໄດ້ດໍາເນີນພິທີມອບ-ຮັບເຮືອນຢູ່ໃຫ້ແກ່ພະນັກງານ, ນັກຮົບປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ.
ໃນວັນທີ 21 ມີນາ 2019 ນີ້ ຢູ່ກະຊວງປ້ອງກັນປະເທດໄດ້ ຈັດກອງປະຊຸມການຮ່ວມມືສອງ ຝ່າຍລະຫວ່າງຄະນະຊີ້ນໍາພັດທະ ນາບໍລິເວນຊາຍແດນ ກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ກັບຄະນະຊີ້ນໍາຝ່າຍກະ ຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ກ່ຽວກັບການ ປະຕິບັດການຮ່ວມມືກໍ່ສ້າງກຸ່ມ ບ້ານພັດທະນາຕາມ ບໍລິເວນຊາຍ ແດນ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ປີ 2019.
ຍສໝ - ງານແລກປ່ຽນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍລຽບຕາມແນວຊາຍແດນ ຫວຽດນາມ-ລາວ, ພາກກາງ, ພູພຽງຕາເວັນຕົກ 2019 ຈະດຳເນີນໄປແຕ່ວັນທີ 17 ພຶດສາພາ 2019.