ຫວຽດນາມ - ລາວ: ຮ່ວມລາດຕະເວນ, ກວດກາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ

16:11 | 27/05/2019

ຍສໝ - ຈຸດປະສົງຂອງການລາດຕະເວນ ກວດກາຄັ້ງນີ້ ແມ່ນ ເພື່ອເກັບກຳສະຖິຕິ, ກວດກາບັນດາເຄື່ອງໝາຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ.

ໃນວັນທີ 23-25 ພຶດສະພາ, ຄ້າຍທະຫານປ້ອງກັນຊາຍແດນ (ທະຫານປ້ອງກັນຊາຍແດນ ເຫງະອານ) ໄດ້ປະສານສົມທົບ ກັບ ທະຫານບ້ານຢູ່ທ້ອງຖິ່ນ ຈັດຕັ້ງການລາດຕະເວນປະສົມປະສານ ໃນຂອບເຂດເສັ້ນຊາຍແດນທັງຫມົດທີ່ໜ່ວຍງານນີ້ຮັບຜິດຊອບ, ເຊິ່ງມີຄວາມຍາວ 18.530 ກິໂລແມັດ.

ກົມກອງນີ້ໄດ້ດໍາເນີນການກວດກາລາດຕະເວນສອງຝ່າຍ ກັບກອງກໍາລັງປ້ອງກັນຊາຍແດນ ຂອງ ປະເທດລາວອ້າຍນ້ອງ, ເສັ້ນຊາຍແດນໄລຍະແຕ່ ຫຼັກໝາຍທີ 373 ຫາ 374, ນີ້ແມ່ນພື້ນທີ່-ທີ່ມີຄວາມທຸລະກັນດານ ແລະ ມີຄວາມຫຍຸ້ງຍາກທີ່ສຸດ ຂອງເສັ້ນຊາຍແດນ.

ຫວຽດນາມ - ລາວ: ຮ່ວມລາດຕະເວນ, ກວດກາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ

ການລາດຕະເວນ ກວດກາ ສອງຝ່າຍ ເພື່ອເສີມສ້າງຄວາມສາມັກຄີມິດຕະພາບ ລະຫວ່າງຫວຽດນາມ ແລະ ລາວ. (ພາບ: baonghean.vn)

ຜ່ານການກວດລາດຕະເວນ ລະບົບຫຼັກໝາຍຊາຍແດນແຫ່ງຊາດ ( 8 ຫຼັກໝາຍ ແຕ່ ຫຼັກໝາຍທີ 373 ຮອດ ຫຼັກໝາຍ 380), ເຄື່ອງໝາຍເສັ້ນຊາຍແດນ ຍັງຮັບປະກັນສະພາບເດີມ, ປະຊາຊົນທັງສອງຝ່າຍຂອງຊາຍແດນໄດ້ປະຕິບັດ ຕາມກົດຫມາຍ ແລະ ລະບຽບຂໍ້ກຳນົດ ກ່ຽວກັບການຄຸ້ມຄອງຊາຍແດນລະຫວ່າງສອງປະເທດ ຫວຽດນາມ - ລາວ.

(ຄຳຮຸ່ງ)

ເຫດການ