ຄະນະຜູ້ແທນຊັ້ນສູງແຂວງອຸດົມໄຊ ຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງ ດ້ຽນບຽນ

16:28 | 29/05/2019

ຍສໝ - ໃນວັນທີ 28 ພຶດສະພາ, ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ( ສປປ ລາວ) ນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ກຳມະການພັກແຂວງ, ເຈົ້າແຂວງໆອຸດົມໄຊ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ດ້ຽນບຽນ. ສ່ວນແຂວງ ດ້ຽນບຽນ ມີການເຂົ້າຮ່ວມ ທ່ານ ລໍ່ ວັນ ມ້ວນ, ຮອງເລຂາຄະນະກຳມະການປະຈຳພັກແຂວງ, ປະທານກຳມະການປະຊາຊົນແຂວງ; ທ່ານ ເລ ແທ່ງ ໂດ່, ກໍາມະການຄະນະປະຈຳພັກແຂວງ, ຮອງປະທານກຳມະການປະຊາຊົນແຂວງ ແລະ ຕາງຫນ້າຄະນະກໍາມະການແນວໂຮມຊາດຫວຽດນາມ.

ຄະນະຜູ້ແທນຊັ້ນສູງແຂວງອຸດົມໄຊ ຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງ ດ້ຽນບຽນ

ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ເຮັດວຽກ ກັບຜູ້ນຳ ແຂວງດ້ຽນບຽນ. (ພາບ: baodienbienphu.info.vn)

ໃນກອງປະຊຸມ, ຮອງເລຂາຄະນະກຳມະການປະຈຳພັກແຂວງ, ປະທານກຳມະການປະຊາຊົນແຂວງ ກ່າວວ່າ: ໃນໄລຍະຜ່ານມາ, ແຂວງ ດ້ຽນບຽນ ແລະ ອຸດົມໄຊ ໄດ້ຮ່ວມປະສານສົມທົບແລກປ່ຽນຂໍ້ມູນ ກ່ຽວກັບສະຖານະການ, ຜົນສຳເລັດຂອງການປະຕິບັດເນື້ອໃນບົດບັນທຶກ; ຕັ້ງໜ້າຊຸກຍູ້ໃຫ້ວິສາຫະກິດ ແລະ ອົງການຕ່າງໆໄດ້ເຂົ້າຮ່ວມກິດຈະກໍາສົ່ງເສີມການຄ້າ… ໃນໄລຍະປີ 2016-2018, ມູນຄ່າການນຳເຂົ້າ-ສົ່ງ ສອງແຂວງ ທັງຫມົດບັນລຸ 31,2 ລ້ານໂດລາສະຫະລັດ. ໃນປີ 2017 – 2018, ແຂວງ ດ້ຽນບຽນ ໄດ້ຊ່ວຍເຫຼືອສະຫນັບສະຫນູນ ແລະ ລົງທຶນ ຢູ່ ແຂວງອຸດົມໄຊ ຈຳນວນ 8 ຕື້ໂດລາສະຫະລັດ ເພື່ອກໍ່ສ້າງໂຄງການດ້ານສະຫວັດດິການສັງຄົມ; ຊ່ວຍເຫຼືອສະຫນັບສະຫນູນ ມູນຄ່າ 800 ລ້ານໂດລາ ເພື່ອປະຕິບັດເນື້ອໃນ ຈຳນວນໜຶ່ງ ຢູ່ ສູນ ເນີ້ມ ຮີນ, ແຂວງ ດ້ຽນບຽນ ຍັງໄດ້ຈັດຊຸດຝຶກອົບຮົມ ພາສາຫວຽດນາມ ຊັ້ນນກາງ ແລະ ວິທະຍາໄລ, ທິດສະດີດ້ານການເມືອງ ໃຫ້ແກ່ນ້ອງນັກຮຽນ 216 ຄົນ ເຊິ່ງເປັນພະນັກງານ ແລະ ນັກສຶກສາ ຂອງແຂວງ ອຸດົມໄຊ ໃນໄລຍະ ປີ2016-2020 ...

ຄະນະຜູ້ແທນຊັ້ນສູງແຂວງອຸດົມໄຊ ຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງ ດ້ຽນບຽນ

ທ່ານ ລໍ່ວັນມ້ວນ, ປະທານສະພາຜູ້ແທນປະຊາຊົນເມືອງ ມອບຂອງຂວັນໃຫ້ແຂວງອຸດົມໄຊ. (ພາບ: baodienbienphu.info.vn)

ຕາງໜ້າຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຍິນດີ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບແຂວງດ້ຽນບຽນ. ທ່ານ ຄຳພັນ ເຜີຍຍະວົງ ໄດ້ຕີລາຄາສູງ ບັນດາໝາກຜົນ ກໍ່ຄືຜົນສໍາເລັດ ຂອງການຮ່ວມມື ລະຫວ່າງ ສອງແຂວງ, ດ້ວຍການຊ່ວຍເຫຼືອ, ການລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ການຝຶກອົບຮົມກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແຂວງອຸດົມໄຊ.

ທ່ານ ຄຳພັນ ເຜີຍຍະວົງ ຫວັງເປັນຢ່າງຍິ່ງວ່າ: ຈະສືບຕໍ່ໄດ້ຮັບການແລກປ່ຽນ ແລະ ຮຽນຮູ້ປະສົບການກໍ່ຄືການຖອດຖອນບົດຮຽນຫຼາຍຂື້ນ ດ້ານການພັດທະນາເສດຖະກິດ, ວັດທະນະທໍາ ແລະ ສັງຄົມ ຂອງ ແຂວງດ້ຽນບຽນ, ຈາກນັ້ນ ຈະສ້າງເສີມ, ຂະຫຍາຍ ການພົວພັນມິດຕະພາບ ແລະ ການຮ່ວມມື ຂອງສອງພັກ, ສອງລັດ ແລະ ໂດຍສະເພາະແມ່ນ ສອງແຂວງດ້ຽນບຽນ - ອຸດົມໄຊ.

ໃນໂອກາດດຽວກັນນີ້, ຜູ້ນໍາຂອງສອງແຂວງໄດ້ແລກປ່ຽນທິດທາງຮ່ວມມື ກ່ຽວກັບບັນດາກິດຈະກໍາທີ່ມີຄວາມຫມາຍຄື: ສືບຕໍ່ແລກປ່ຽນ ແລະ ຮ່ວມມື ໃນການພັດທະນາເສດຖະກິດ - ສັງຄົມ; ໂຄສະນາ, ສຶກສາໃຫ້ຄົນຮຸ່ນໜຸ່ມ ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບ ການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ເວົ້າສະເພາະແມ່ນແຂວງດຽນບຽນ - ອຸດົມໄຊ.

(ຄຳຮຸ່ງ)

302 Found

Found

The document has moved here.