ການຮ່ວມມືຢ່າງກວ້າງຂວາງໃນການປ້ອງກັນຊາຍແດນ ລະຫວ່າງ ແຂວງກວ໋າງຈິ ແລະ ແຂວງສະຫວັນນະເຂດ, ລາວ

08:47 | 28/06/2019

ຍສໝ - ໃນຕອນເຊົ້າວັນທີ 27 ມິຖຸນາ, ຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ, ທະຫານຊາຍແດນແຂວງກວ໋າງຈິ ແລະ ກອງຮ້ອຍປ້ອງກັນຊາຍແດນ 321, ກອງບັນຊາການທະຫານແຂວງສະຫວັນນະເຂດ, ລາວ ໄດ້ຈັດຕັ້ງການລາດຕະເວນສອງຝ່າຍ.

ການຮ່ວມມືຢ່າງກວ້າງຂວາງໃນການປ້ອງກັນຊາຍແດນ ລະຫວ່າງ ແຂວງກວ໋າງຈິ ແລະ ແຂວງສະຫວັນນະເຂດ, ລາວ

ສອງກົມກອງເຄົາລົບຫຼັກໝາຍຊາຍແດນ. (ພາບ: bienphong)

ຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ, ທະຫານຊາຍແດນແຂວງກວ໋າງຈິ (ຫວຽດນາມ) ແລະກອງຮ້ອຍປ້ອງກັນຊາຍແດນ 321, ກອງບັນຊາການທະຫານແຂວງສະຫວັນນະເຂດ (ລາວ) ພ້ອມກັນປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນທີ່ມີລວງຍາວກວ່າ 16,4 ກິໂລແມັດ, ນັບແຕ່ຫຼັກໝາຍຊາຍແດນທີ 601 ຮອດຫຼັກໝາຍຊາຍແດນທີ 606.

ໃນການລາດຕະເວນ, ທັງສອງກົມກອງໄດ້ຈັດຕັ້ງປະຕິບັດບັນດາພິທີການ, ລະບຽບການທີ່ກໍານົດໄວ້ໃນການລາດຕະເວນສອງຝ່າຍ ຄື: ເຄົາລົບຫຼັກໝາຍຊາຍແດນ, ກວດກາຫຼັກໝາຍຊາຍແດນ...

ການຮ່ວມມືຢ່າງກວ້າງຂວາງໃນການປ້ອງກັນຊາຍແດນ ລະຫວ່າງ ແຂວງກວ໋າງຈິ ແລະ ແຂວງສະຫວັນນະເຂດ, ລາວ

ການລົງນາມເນື້ອໃນການສົມທົບ ລະຫວ່າງ ຄ້າຍທະຫານຊາຍແດນສາກົນລາວບ໋າວ ແລະ ກອງຮ້ອຍປ້ອງກັນຊາຍແດນ 321. (ພາບ: bienphong).

ໃນໄລຍະຜ່ານມາ, ສອງກົມກອງໄດ້ສົມທົບກັນເປັນປະຈໍາ ແລະ ລາດຕະເວນສອງຝ່າຍຢ່າງມີປະສິດທິຜົນ, ຜ່ານການລາດຕະເວນດັ່ງນັ້ນ ຈິ່ງຈະສາມາດສະກັດກັ້ນ ບັນດາການເຄື່ອນໄຫວທີ່ລະເມີດກົດລະບຽບຊາຍແດນໄດ້ຢ່າງທັນການ, ຕໍ່ສູ້ກັບອາດຊະຍາກໍາປະເພດຕ່າງໆຢ່າງມີປະສິດທິຜົນ...

ສິ້ນສຸດການລາດຕະເວນ, ຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ ແລະ ກອງຮ້ອຍປ້ອງກັນຊາຍແດນ 321 ໄດ້ຈັດຕັ້ງການຖອດຖອນບົດຮຽນ ແລະ ເຫັນດີເປັນເອກະພາບ ລົງນາມໃນເອກະສານສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນໃນອານາຄົດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.