ການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນຮ່າຕິ໋ງ-ຄໍາມ່ວນ

18:41 | 02/07/2019

ຍສໝ - ຄ້າຍທະຫານຊາຍແດນບ້ານຢ່າງ (ທະຫານຊາຍແດນແຂວງຮ່າຕິ໋ງ, ຫວຽດນາມ) ແລະກອງຮ້ອຍທະຫານຊາຍແດນ 311 (ກອງບັນຊາການທະຫານແຂວງຄໍາມ່ວນ, ລາວ) ຫາກໍ່ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນຕິດກັບສອງແຂວງຮ່າຕິ໋ງ-ຄໍາມ່ວນ.

ການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນຮ່າຕິ໋ງ-ຄໍາມ່ວນ

ານທັກທາຍໄຕ່ຖາມຕາມພິທີສາກົນ. (ພາບ: baohatinh)

ສອງກໍາລັງໄດ້ຈັດຕັ້ງການລາດຕະເວນຮ່ວມຕາມເສັ້ນຊາຍແດນ ຫວຽດນາມ-ລາວ ກວ່າ 20 ກິໂລແມັດ, ລວມມີ 3 ຫຼັກໝາຍ, ແຕ່ເຂດຫຼັກໝາຍ 512 ຫາຫຼັກໝາຍ 514. ການເຄື່ອນໄຫວນີ້ເພື່ອແນໃສ່ຄົ້ນພົບບັນດາກໍລະນີທີ່ລະເມີດກົດລະບຽບຊາຍແດນ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ຊາຍແດນໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈຂອງສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ; ສົມທົບກັນປົກປັກຮັກສາເສັ້ນຊາຍແດນລວມ, ຮັກສາສະຖຽນລະພາບ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ຕາມເສັ້ນຊາຍແດນສອງແຂວງ.

ການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນຮ່າຕິ໋ງ-ຄໍາມ່ວນ

ສອງຝ່າຍຈັດຕັ້ງການລາດຕະເວນຢູ່ຫຼັກໝາຍ 512. (ພາບ: baohatinh)

ໃນການຈັດຕັ້ງລາດຕະເວນ, ກໍາລັງທະຫານຊາຍແດນສອງຝ່າຍໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບການຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທີ່ກ່ຽວຂ້ອງເຖິງຊາຍແດນສອງຝ່າຍ, ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນລວມ, ຮັກສາເສັ້ນຊາຍແດນ, ຫຼັກໝາຍ, ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບ, ສັນຕິພາບຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານປົກປັກຮັກສາຊາຍແດນ.

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດຕັ້ງການຖອດຖອນບົດຮຽນ ແລະລົງນາມໃນບົດບັນທຶກ, ຮັບຮູ້ໝາກຜົນການປົກປັກຮັກສາຊາຍແດນໃນໄລຍະຜ່ານມາ, ວາງອອກແຜນນະໂຍບາຍ, ວິທີການແກ້ໄຂ ແລະເຫັນດີເປັນເອກະພາບກັນກ່ຽວກັບເວລາໃຫ້ການລາດຕະເວນສອງຝ່າຍຄັ້ງຕໍ່ໄປ.

(ແຫຼ່ງ​ຂໍ້​ມູນ​: ເກື່ອງດັ້ງ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.