ການມອບຮັບ ກ້າເບ້ຍໄມ້ ໃຫ້ແກ່ບ້ານ ແດນສະຫວັນ, ສປປ ລາວ

13:47 | 01/07/2019

ຍສໝ - ໃນທ້າຍເດືອນມິຖຸນາ, ຜູ້ຕາງຫນ້າຂອງບ້ານ ກາ ຕັ່ງ, ເມືອງ ລາວບາວ, ແຂວງ ກ້ວາງ ຈິ້ ແລະ ກອງທະຫານປ້ອງກັນຊາຍແດນ ລາວ ປ໊າວ, ກອງບັນຊາການທະຫານ ກ໊ວາງ ຈິ້ ໄດ້ມອບ 10,000 ຕົ້ນ ຢາງບົງ, ພ້ອມກັນນັ້ນກໍ່ຍັງໄດ້ແນະນໍາ ແລະ ຖ່າຍທອດເຕັກນິກ ໃນການດປູກ, ບຳລຸງຮັກສາ ໃຫ້ແກ່ຄົວເຮືອນໃນບ້ານ ແດນສະຫວັນ, ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ.

ບ້ານ ກາ ຕັ່ງ ແລະ ບ້ານ ແດນສະຫວັນ ແມ່ນຄູ່ບ້ານທໍາອິດ ຂອງເຂດຊາຍແດນຫວຽດນາມ - ລາວ ທຳການແຮກສ່ຽວກັນ. ພາຍຫຼັງ 15 ປີຂອງການພົວພັນມິດຕະພາບ, ກາຍເປັນອ້າຍນ້ອງກັນ, ທັງສອງບ້ານໄດ້ມີກິດຈະກໍາກໍ່ຄືການເຄື່ອນໄຫວຫຼາຍຢ່າງ ເພື່ອຊ່ວຍເຫຼືອເຊິ່ງກັນແລະກັນໃນການພັດທະນາເສດຖະກິດ - ສັງຄົມ ແລະ ຮັກສາຄວາມສະຫົງບ -ກໍ່ຄືຄວາມເປັນລະບຽບຮຽບຮ້ອຍຕາມແນວຊາຍແດນ.

ການມອບຮັບ ກ້າເບ້ຍໄມ້ ໃຫ້ແກ່ບ້ານ ແດນສະຫວັນ, ສປປ ລາວ

ກອງທະຫານປ້ອງກັນຊາຍແດນ ລາວ ປ໊າວ ແລະ ອົງການປົກຄອງບ້ານ ກາຕັ່ງມອບພັນຕົ້ນໄມ້ ໃຫ້ ປະຊາຊົນບ້ານ ແດນສະຫວັນ. (ພາບ: bienphong)

ພິເສດ, ກ່ອນຫນ້ານັ້ນ, ບ້ານ ກາ ຕັ່ງ ໄດ້ມອບ ເຄື່ອງຕັດຫຍ້າ ຈຳນວນ 7ເຄື່ອງ ໃຫ້ບ້ານ ແດນສະຫວັນ, ມັນຕົ້ນ ຫຼາຍກວ່າ 32,000 ຕົ້ນ , ໝາກສາລີ ໜຶ່ງໂຕນ ແລະ ຢາງບົງປະມານສິບພັນຕົ້ນ ,… ປະກອບສ່ວນໃນກການຊ່ວຍເຫຼືອປະຊາຊົນບ້ານແດນສະຫວັນຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາເສດຖະກິດ, ກໍ່ສ້າງຊີວິດ ແລະ ເສີມສ້າງສາຍພົວພັນພິເສດ ແລະ ສະໜິດແໜ້ນ ລະຫວ່າງ ປະຊາຊົນສອງຊາດ ຫວຽດນາມ - ລາວ, ສ້າງເສັ້ນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ພັດທະນາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.