ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານ ສະມາຄົມ ລະຫວ່າງ ສະມາຄົມນັກຮົບເກົ່າແຂວງເຊີນລາ ແລະ ສະມາຄົມນັກຮົບເກົ່າ ແຂວງຫົວພັນ

15:40 | 24/06/2019

ຍສໝ - ໃນວັນທີ 20 ມິຖຸນາ, ສະມາຄົມນັກຮົບເກົ່າແຂວງ ເຊີນ ລາ ໄດ້ຈັດກອງປະຊຸມເພື່ອພົບປະເຈລະຈາ ແລະ ແລກປ່ຽນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານສະມາຄົມ ກັບ ຄະນະຜູ້ແທນສະມາຄົມນັກຮົບເກົ່າແຂວງ ຫົວພັນ ແຫ່ງ ສປປລາວ.

ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານ ສະມາຄົມ ລະຫວ່າງ ສະມາຄົມນັກຮົບເກົ່າແຂວງເຊີນລາ ແລະ ສະມາຄົມນັກຮົບເກົ່າ ແຂວງຫົວພັນ

ສະມາຄົມນັກຮົບເກົ່າ ເຊີນ ລາ ແລະ ສະມາຄົມນັກຮົບເກົ່າ ແຂວງ ຫົວພັນ ໄດ້ລົງນາມບົດບັນທຶກວຽກງານ. (ພາບ: baosonla)

ບົນເນື້ອໃນຈິດໃຈ ແຫ່ງມິດຕະພາບພິເສດ, ໃນກອງປະຊຸມ, ສະມາຄົມນັກຮົບເກົ່າ ສອງແຂວງ ໄດ້ແຈ້ງໃຫ້ກັນຮູ້ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະແຂວງ, ພ້ອມກັນນັ້ນ ສອງຝ່າຍໄດ້ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານ ສະມາຄົມ ແລະ ເຫັນດ້ວຍກັນເນື້ອໃນການຮ່ວມມື. ໃນອານາຄົດ, ທັງສອງຝ່າຍສືບຕໍ່ປະສານງານການໂຄສະນາເຜີຍແຜ່ໃຫ້ແກ່ ພະນັກງານ ແລະ ສະມາຊິກສະມາຄົມ ກ່ຽວກັບໃມູນເຊື້ອຄວາມສາມັກຄີມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ສະມາຄົມ ນັກຮົບເກົ່າ; ການແລກປ່ຽນຂໍ້ມູນຂ່າວສານ, ເອກະສານ, ໂດຍສະເພາະ ແມ່ນສິ່ງຂອງທີ່ລະນຶກ ແລະ ອັດຖິ ຂອງ ທະຫານ, ອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ທີ່ເສຍຊີວິດໃນແຂວງຫົວພັນ ແລະ ໃນປະເທດລາວ; ແລກປ່ຽນບົດຮຽນກ່ຽວກັບວິທີການຈັດຕັ້ງ ສະມາຄົມນັກຮົບເກົ່າແຕ່ຂັ້ນແຂວງ ລົງໄປຈົນຮອດຂັ້ນທ້ອງຖິ່ນ; ເຜີຍແຜ່ຢ່າງຕັ້ງຫນ້າ ການຂົນຂວາຍປະຊາຊົນບັນດາຊົນເຜົ່າເຂົ້າຮ່ວມໃນການຮັກສາຄວາມປອດໄພທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທ້ອງຖິ່ນ ລຽບຕາມແນວຊາຍແດນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.