ຜົນສຳເລັດຂອງສວນຕົ້ນໄມ້ ແຮກສ່ຽວ ຢູ່ຊາຍແດນຫວຽດນາມ - ລາວ

23:47 | 10/06/2019

ຍສໝ - ໃນຊຸມປີຜ່ານມາ, ບ້ານ ຢຸ່ຍ ເຕີ່ນ (ລາວ ບາວ - ເຫື່ອງ ຫວ໋າ ) ແລະ ບ້ານ ເພື່ອງ (ເຊ ໂປນ -ລາວ) ມີຫຼາຍກິດຈະກໍາໄດ້ຮັບການປະຕິບັດຕ່າງໆ ເພື່ອຊ່ວຍກັນແລະກັນ ຮ່ວມກັນພັດທະນາ. ໂດຍສະເພາະແມ່ນສວນປູກຕົ້ນໄມ້ ເພື່ອຫຼຸດຜ່ອນຄວາມທຸກຍາກ ດ້ວຍການສະຫນັບສະຫນູນຈາກບ້ານ ຢຸ່ຍ ເຕີ່ນ ໄດ້ເສີມຂະຫຍາຍໝາກຜົນ, ປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນ ບ້ານ ເພື່ອງ ສ້າງຄວາມຮັ່ງມີ. ສິ່ງດັ່ງກ່າວນີ້ໄດ້ເສີມສ້າງຄວາມຮັດແໜ້ນ ນ້ຳໃຈມິດຕະພາບ, ສ້າງຊີວິດການເປັນຢູ່ອີ່ມໜຳສຳລານໃຫ້ແກ່ສອງບ້ານ ຢຸ່ຍ ເຕີ່ນ ແລະ ບ້ານ ເພື່ອງ (ເຊໂປນ -ສປປ ລາວ) ເວົ້າສະເພາະ, ສອງປະເທດຫວຽດນາມ ແລະ ລາວ ເວົ້າລວມ.

ໃນຕົ້ນເດືອນມິຖຸນາ 2019, ຄະນະຜູ້ແທນເມືອງ ລາວ ບາວ, ພະນັກງານ ແລະ ປະຊາຊົນ ບ້ານ ຢຸ່ຍ ເຕີ່ນ ໄດ້ໄປຢ້ຽມຢາມ ເມືອງ ເຊໂປນ ເພື່ອຮ່ວມກັນປຶກສາຫາລື ສ່ອງແສງປະຈຳງວດ ກັບບ້ານ ເພື່ອງ. ຢູ່ທີ່ເຮືອນຂອງ ທ່ານ ຄຳຂອງ- ຫົວຫນ້າຄະນະວຽກງານແນວໂຮມແຫ່ງຊາດ ບ້ານ ເພື່ອງ ທັງສອງຝ່າຍໄດ້ແລກປ່ຽນສະພາບການປະຕິບັດກົດລະບຽບ ຂອງການແຮກສ່ຽວ ໃນເວລາຜ່ານມາ, ຕີລາຄາຜົນສໍາເລັດໄດ້ຮັບ ໃນຂະບວນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຄວາມປອດໄພ ແລະ ປ້ອງກັນຄວາມສະຫງົບ ຢູ່ເຂດຊາຍແດນ; ປຶກສາຫາລືວິທີແກ້ໄຂບັນດາບັນຫາ ແລະ ຄວາມຫຍຸ້ງຍາກ ໃນໄລຍະຕໍ່ໄປ.

ຜົນສຳເລັດຂອງສວນຕົ້ນໄມ້ ແຮກສ່ຽວ ຢູ່ຊາຍແດນຫວຽດນາມ - ລາວ

ບ້ານ ຢຸ່ຍ ເຕີ່ນ ມອບ ພັນຕົ້ນໄມ້ໃຫ້ບ້ານ ເພື່ອງ. (ພາບ: baoquangtri.vn)

ບັນດາໝາກຜົນທີ່ໄດ້ຮັບໃນການຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອພັດທະນາເສດຖະກິດ - ສັງຄົມ ຂອງສອງບ້ານ, ເຊິ່ງສວນຕົ້ນໄມ້ ບ້ານ ຢຸ່ຍ ເຕີ່ນ ສະຫນັບສະຫນູນ ແລະ ຊ່ວຍໃຫ້ ບ້ານ ເພື່ອງ ມີຜົນໄດ້ຮັບທີ່ດີທີ່ສຸດ.

ນີ້ແມ່ນສວນທີ່ໄດ້ສ້າງຂຶ້ນມາກ່ອນ ຈະມີການແຮກສ່ຽວ ລະຫວ່າງສອງຝ່າຍໃນປີ 2012, ເພື່ອຊ່ວຍບ້ານ ເພື່ອງ ແກ້ໄຂຄວາມຫຍຸ້ງຍາກໄດ້ ແລະ ປ່ຽນອົງປະກອບຕົ້ນໄມ້ຕາມຄວາມປາຖະໜາ, ບ້ານ ຢຸ່ຍ ເຕີ່ນ ໄດ້ປຸກລະດົມປະຊາຊົນທ້ອງຖິ່ນປະກອບສ່ວນພັນໄມ້ທີ່ມີຢູ່ແລ້ວ (ຫມາກກ້ວຍ) ແລະ ເງິນຈຳນວນໜື່ງເພື່ອມອບໃຫ້ປະຊາຊົນ ບ້ານ ເພື່ອງ ກໍ່ສ້າງສວນຕົ້ນໄມ້ ລົບລ້າງຄວາມທຸກຍາກ.

ນັບຕັ້ງແຕ່ນັ້ນມາ, ແຕ່ລະປີ ຈະໄດ້ມີການປະຊຸມປຶກສາຫາລື, ສ່ອງແສງ ສອງຄັ້ງ, ເຊິ່ງ ບ້ານ ຢຸ່ຍ ເຕີ່ນ ມີການໜູນຊ່ວຍທາງດ້ານ ພັນໄມ້ກໍ່ຄືເບ້ຍໄມ້ໃຫ້ບ້ານ ເພື່ອງ, ສ່ວນໃຫຍ່ແມ່ນຕົ້ນກ້ວຍ, ໂວກາໂດ, ໝາກມີ້, ໝາກກ້ຽງ,… ພ້ອມກັນນັ້ນ, ເມືອງ ລາວ ບາວ ຍັງໄດ້ສົ່ງພະນັກງານກະສິກໍາ, ຊາວກະສິກອນ ແລະ ນັກທຸລະກິດທີ່ດີເລີດຂອງບ້ານ ຢຸ່ຍ ເຕີ່ນ ມາ ບ້ານ ເພື່ອງ ເພື່ອຊ່ວຍຖ່າຍທອດຄວາມຮູ້ກ່ຽວກັບການປູກຝັງ, ວິທີການເກັບກ່ຽວ ແລະ ຊອກຫາແຫ່ຼງອອກຂອງຜະລິດຕະພັນ.

ສາມາດເວົ້າໄດ້ວ່າ ສວນປູກຕົ້ນໄມ້ແຮກສ່ຽວນີ້ ແມ່ນເປັນຫຼັກຖານທີ່ຈະແຈ້ງຂອງຄວາມສາມັກຄີມິດຕະພາບອັນດີເລີດ ລະຫວ່າງ ບ້ານ ຢຸ່ຍ ເຕີ່ນ ແລະ ບ້ານ ເພື່ອງ ເວົ້າສະເພາະ ແລະ ນ້ຳໃຈຂອງປະຊາຊົນທັງສອງຝ່າຍໃນຂອບເຂດຊາຍແດນຫວຽດນາມ - ລາວ ເວົ້າລວມ.

(ຄຳຮຸ່ງ)