ແທງຮວ໋າ ແລະ ຫົວພັນ: ຈັດຕັ້ງກອງປະຊຸມຝຶກອົບຮົມວຽກງານໂຄສະນາກ່ຽວກັບການປ້ອງກັນຊາຍແດນ ປີ 2019

18:38 | 12/06/2019

ຍສໝ - ເມື່ອມໍ່ໆມານີ້, ຄະນະໂຄສະນາສຶກສາແຂວງແທງຮວ໋າ ສສ ຫວຽດນາມ, ຄະນະໂຄສະນາອົບຮົມແຂວງຫົວພັນ ສປປ ລາວ ໄດ້ສົມທົບກັບ ເມືອງ ກວານຮວ໋າ ຈັດຕັ້ງກອງປະຊຸມຝຶກອົບຮົມວຽກງານໂຄສະນາກ່ຽວກັບການປ້ອງກັນຊາຍແດນ ປີ 2019 ໃຫ້ແກ່ພະນັກງານ 120 ຄົນ.

ແທງຮວ໋າ ແລະ ຫົວພັນ: ຈັດຕັ້ງກອງປະຊຸມຝຶກອົບຮົມວຽກງານໂຄສະນາກ່ຽວກັບການປ້ອງກັນຊາຍແດນ ປີ 2019

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ.(ພາບ:baothanhhoa.vn)

ທີ່ກອງປະຊຸມ, ບັນດານັກສໍາມະນາກອນໄດ້ຮັບຟັງສອງຫົວຂໍ້ສະເພາະກ່ຽວກັບວຽກງານປ້ອງກັນຊາຍແດນຢ່າງປອດໄພ ແລະ ວຽກງານປ້ອງກັນ ແລະ ສະກັດກັ້ນຢາເສບຕິດຢູ່ເສັ້ນຊາຍແດນສອງແຂວງແທງຮວ໋າ - ຫົວພັນ. ຄະນະໂຄສະນາສຶກສາແຂວງແທງຮວ໋າ ໄດ້ສຸມໃສ່ສ້າງເນື້ອໃນ ແລະ ແນະນໍາການໂຄສະນາໃຫ້ບັນດາເມືອງ, ຕາແສງທີ່ຕິດກັບຊາຍແດນແຂວງຫົວພັນ; ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງຢູ່ເຂດຊາຍແດນ ແລະ ຄວາມສໍາຄັນຂອງການກໍ່ສ້າງ, ຄຸ້ມຄອງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ; ສືບຕໍ່ປັບປຸງ ແລະ ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງແທງຮວ໋າ ແລະ ແຂວງຫົວພັນ; ຕັ້ງໜ້າໜູນຊ່ວຍວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍ ແລະ ຄຸ້ມຄອງຊາຍແດນ; ກໍ່ສ້າງລະບົບເສັ້ນຊາຍແດນແຫ່ງຊາດທັນສະໄໝ; ຊີ້ນໍາ, ກໍານົດທິດໂຄສະນາວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນເປັນປະຈຳ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະ, ຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຂອງປະຊາຊົນພາຍໃນ, ຕ່າງປະເທດ ແລະ ເພື່ອນມິດສາກົນກ່ຽວກັບຄວາມໝາຍ, ຄວາມຈຳເປັນຕ້ອງປະຕິບັດສໍາເລັດວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.