ຍສໝ - ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ ກ່ຽວກັບ ຈັດຕັ້ງປະຕິບັດຕາມ ຖະແຫຼງການ ວ່າດ້ວຍ ທ່າທີ ຂອງແຕ່ລະຝ່າຍ ຢູ່ ທະເລຕາເວັນອອກ (DOC) ຄັ້ງທີ 17 ຈັດຂຶ້ນໃນລະຫວ່າງວັນທີ 17 - 18 ພຶດສະພາ 2019 ທີ່ Hangzhou, ປ່ະເທດຈີນ.
ຍສໝ - ໃນຕອນເຊົ້າຂອງວັນທີ 7 ມີນາ, ທີ່ຫ້ອງປະຊຸມ ສໍານັກງານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ, ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ນໍາໂດຍ ສະຫາຍ ຫງວຽນ ຮວ່າງ ຫາຍ, ຮອງຫົວໜ້າກົມຊາຍແດນທິດຕາເວັນຕົກ, ກະຊວງການຕ່າງປະເທດ ທີ່ໄດ້ມີການເຮັດວຽກກັບຄະນະກໍາມະການປະຊາຊົນແຂວງດຽນບຽນ.
ອີງຕາມຂໍ້ມູນຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າຂອງ ສປປ ລາວ ແຈ້ງໃຫ້ຮູ້ວ່າ ພາຍຫລັງມີການເປີດຕະຫລາດສິດທິພິເສດ ທາງດ້ານການຄ້າ ທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີຮ່ວມກັນ ປະກອບມີ 3 ຂອບສັນຍາ ຄື: ສັນຍາການຄ້າເສລີ ອາຊຽນ - ສປ ຈີນ ຟອມ E, ສິດທິພິເສດທາງການຄ້າແບບຝ່າຍດຽວ ຈາກ ສປ ຈີນ ພາຍໃຕ້ລະບົບອັດຕາພາສີພິເສດ ຟອມ SPT ແລະສັນຍາການຄ້າເສລີ ອາຊີ - ປາຊີຟິກ (ຟອມ APTA ສົ່ງຜົນໃຫ້ການຄ້າ ລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ ໄດ້ມີການຂະຫຍາຍໂຕຂຶ້ນເລື້ອຍໆ, ເຊິ່ງມູນຄ່າການສົ່ງອອກຂອງ ສປປ ລາວ ພາຍໃຕ້ສິດທິພິເສດທາງກ້ານຄ້າໄປຍັງ ສປ ຈີນ ປະຕິບັດໄດ້ 53,11 ລ້ານໂດລາສະຫະລັດ (ປີ 2015), 79,82 ລ້ານໂດລາ ສະຫະລັດ (ປີ 2016) ແລະ 74,86 ລ້ານໂດລາສະຫະລັດ (ປີ 2017).
ການປະຕິບັດລາດຕະເວນຮ່ວມໃນແມ່ນໍ້າຂອງ-ແມ່ນຳ້ລ້ານຊ້າງ ຄັ້ງທີ 78 ລະຫວ່າງ ຈີນ, ໄທ, ລາວ ແລະ ມຽນມາ ໄດ້ຈັດຂຶ້ນຢູ່ທ່າກຳປັ່ນກວນເລີຍ, ມົນທົນຢຸນໜານປະເທດຈີນເປັນເວລາ 4 ວັນ.
ໃນໂອກາດຢ້ຽມຢາມລັດຖະກິດ ສປຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນໃນລະດັບສູງສຸດ ແລະ ສົມກຽດ ທີ່ຫໍສະພາປະຊາຊົນຈີນ ເມືອຕອນແລງຂອງວັນທີ 30 ເມສາ ຜ່ານມາໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ.
ໂອກາດຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ລາວ ໄດ້ພົບປະກັບ ສະຫາຍ ລີ ຈ້ານຊູ ຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາປະຊາຊົນທົ່ວປະເທດຈີນ ໃນຕອນແລງວັນທີ 26 ເມສາ 2019.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່່າງສອງພັກ, ສອງລັດ ໃນໄລຍະຜ່ານມາ.
ຜ່ານມາແຂວງຫຼວງນ້ຳທາໄດ້ມີຄວາມເຂັ້ມງວດເອົາໃຈໃສ່ປະຕິບັດວຽກງານກວດກາການບໍລິຫານລັດໄດ້ສົມທົບຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນສູນ ກາງແກ້ໄຂການລັກລອບເຄື່ອນຍ້າຍໄມ້ດູ່ເພື່ອສົ່ງອອກໄປ ສປ ຈີນ ໂດຍຜ່ານດ່ານພາສີສາກົນບໍ່ເຕັ່ນມີໄມ້ຈຳນວນ 3.214 ທ່ອນ, ບໍລິມາດ 153,48 ແມັ ດກ້ອນ ແລະ ໄດ້ສົ່ງສຳນວນຄະດີໃຫ້ໄອຍະການສັ່ງຟ້ອງສານ ແລະ ສານໄດ້ຕັດສິນລົງໂທດບຸກຄົນຕາມກໍລະນີພ້ອມທັງຢຶດໄມ້ຈຳນວນດັ່ງກ່າວເປັນຂອງລັດ, ລ ວມມູນຄ່າປະມູນຂາຍໄມ້ໄດ້ທັງໝົດເປັນເງິນຈຳນວນ 2,13 ຕື້ກີບ.
ໃນວັນທີ 5 ເມສາ 2019, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປລາວພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການທາງລົດໄຟ ລາວ-ຈີນ ທີ່ຈຸດສະຖານີເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະບໍລິຫານບໍລິສັດຜູ້ຮັບເໝົາລາວ-ຈີນ, ແລະ ທ່ານ ຈີ້ ໂກ ຈ່ຽງ, ປະທານສະພາບໍລິຫານບໍລິສັດລົດໄຟລາວຈີນ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.
ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈໍາປີ 2019, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 31 ມີນາ - 4 ເມສາ 2019.
ພັກ, ລັດຖະບານຈີນ ຖືເປັນສຳຄັນຍິ່ງ ເລື່ອງການບໍ່ຢຸດປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດ ຢ່າງບໍ່ຢຸດຢັ້ງ; ຈີນພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ມານະພະຍາຍາມ, ກຳແໜ້ນທິດທາງໃຫຍ່ແຫ່ງການພັດທະນາການພົວພັນ ຈີນ - ຫວຽດນາມ
ໃນວັນທີ 16 ທັນວາ 2018, ທີ່ທໍານຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບ.
ໃນວັນທີ 16 ທັນວາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້.
ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ທັນວາ 2018. ພ້ອມດຽວກັນນີ້, ສະຫາຍ ຫວັງ ອີ້ ຈະໄດ້ສືບຕໍ່ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ຊຶ່ງຈະຈັດຂຶ້ນໃນວັນທີ 17 ທັນວາ 2018, ທີ່ ແຂວງຫຼວງພະບາງ.
ວັນທີ 12 ທັນວາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໄດ້ລົງຢ້ຽມຢາມ, ອວຍພອນ ເຂດຊາວຄຼິດຮ່າໂນ້ຍ ແລະ ສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ) ເນື່ອງໃນໂອກາດວັນບຸນຄຼິດສມາດ ຄ.ສ. 2018
ທ່ານ ຫວາງສີຊ່ານ ໄດ້ກ່າວວ່າ: ໃນປັດຈຸບັນ ໂລກກຳລັງຕ້ອງປະເຊີນໜ້າກັບຫຼາຍບັນຫາໃຫຍ່ ແລະ ຮຽກຮ້ອງໃຫ້ມີການຮ່ວມມືກັນຢ່າງແໜ້ນແຟ້ນ ລະຫວ່າງ ອາເມລິກາ ແລະ ຈີນ.
ໃນຕອນເຊົ້າ ວັນທີ 5 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີ ເປີດງານວາງສະແດງສີນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1 ( China International Import - Expo) ທີ່ ນະຄອນຊຽງໄຮ້, ສປ ຈີນ ພາຍໃຕ້ການເປັນປະທານຂອງ ທ່ານ ສີ ຈີ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ ຮ່ວມກັບ 12 ປະເທດ ທີ່ຖືກເຊີນມາຮ່ວມງານດັ່ງກ່າວ, ໃນຖານະປະເທດປະທານຮ່ວມ.
ເນື່ອງໃນໂອກາດເຂົ້າຮ່ວມງານຕະຫຼາດນັດນໍາເຂົ້າສາກົນຈີນ (CIIE 2018), ວັນທີ 4 ພະຈິກ, ທີ່ນະຄອນ ຊຽງໄຮ້ (ຈີນ), ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ.
ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1(China International Import - Expo) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້, ສປ ຈີນ.
ຄ່ຳຂອງວັນທີ 1 ຕຸລາ 2018 ທີ່ໂຮງແຮມດອນຈັນພາດເລດ ນະຄອນຫລວງວຽງຈັນ, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງເພື່ອສະເຫລີມສະຫລອງການສະຖາປະນາຂອງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 69 ປີ (1 ຕຸລາ 1949 – 1 ຕຸລາ 2018).