ເປີດງານສັບປະດາ ການຮ່ວມມືດ້ານການສຶກສາ ຈີນ - ອາຊຽນ

10:28 | 25/07/2019

ຍສໝ - ເມື່ອບໍ່ດົນມານີ້, ງານສັບປະດາ ການຮ່ວມມືດ້ານການສຶກສາ ຈີນ - ອາຊຽນ ຄັ້ງທີ 12 ໄດ້ເປີດຂື້ນ ຢູ່ ນະຄອນ Guiyang, ແຂວງ ກວາງໂຈ, ປະເທດ ຈີນ ໂດຍການເຂົ້າຮ່ວມ ຂອງຕ່າງໜ້າ ແລະ ນັກຮຽນ ມາຈາກປະເທດ ຈີນ ຫຼາຍກວ່າ 2.400 ຄົນ, ບັນດາປະເທດສະມາຊິກອາຊຽນ ກໍ່ຄື 7 ປະເທດຄູ່ຮ່ວມ ເປັນແຂກພິເສດ, ເຊິ່ງປະກອບມີ : ລັດເຊຍ, ສະວິດເຊີແລນ ແລະ Kazakhstan.

ເປີດງານສັບປະດາ ການຮ່ວມມືດ້ານການສຶກສາ ຈີນ - ອາຊຽນ

ງານສັບປະດາ ການຮ່ວມມືດ້ານການສຶກສາ ຈີນ - ອາຊຽນ ຄັ້ງທີ 12.

ໃນງານສັບປະດາການຮ່ວມມືດ້ານການສຶກສາຄັ້ງນີ້, ຈີນ ແລະ ອາຊຽນ ຈະຮ່ວມກັນເພີ່ມທະວີ ຮັດແໜ້ນສາຍພົວພັນ ໃນການຮ່ວມມືດ້ານການສຶກສາ ລະຫວ່າງ ສອງຝ່າຍ. ບັນດາຜູ້ແທນເຂົ້າຮ່ວມ ງານສັບປະດາຈະໄດ້ເຂົ້າຮ່ວມ 10 ກອງປະຊຸມຄູ່ຂະຫນານ, ປະກອບມີ 22 ໂຄງການນ້ອຍ, ໃນນັ້ນຄາດວ່າຈະສຸມໃສ່ການເພີ່ມທະວີການຮ່ວມມືດ້ານການສຶກສາມະຫາວິທະຍາໄລ, ສິດສອນດ້ານວິຊາຊີບ ແລະ ອະນຸບານ, ປ່ຽນແປງໃໝ່ ແລະ ກໍ່ສ້າງນັກທຸລະກິດໃນໂຮງຮຽນມະຫາວິທະຍາໄລ, ການຮ່ວມມືລະຫວ່າງ ໂຮງຮຽນ ແລະ ນັກທຸລະກິດ ກໍ່ຄືການແລກປ່ຽນຂອງຊາວຫນຸ່ມ.

ອີງຕາມຫົວຫນ້າ ກົງສຸນໃຫ່ຍແຫ່ງ ລາຊະອານາຈັກ ໄທ ປະຈຳ ຄຸນໝິງ, ປະເທດຈີນ, ທ່ານ Kunming Manikul, ບັນຫາການສຶກສາແມ່ນຫນຶ່ງໃນບັນດາເສົາຫຼັກຂອງ ສັງຄົມ - ວັດທະນະທໍາ ຂອງອາຊຽນ ແລະ ການຮ່ວມມືດ້ານການສຶກສາ ກວມເອົາຫຼາຍຂົງເຂດ. ປະສົບການ ຂອງ ນະຄອນ Guizhou ໃນການນໍາໃຊ້ເຕັກໂນໂລຢີທີ່ກ້າວຫນ້າເຂົ້າໃນຂະແໜງການຕ່າງໆ ເພື່ອຊຸກຍູ້ສົ່ງເສີມການລົບລ້າງຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແມ່ນ ຕົວຢ່າງທີ່ດີເດັ່ນ ໃຫ້ແກ່ບັນດາປະເທດ ແລະ ພາກພື້ນອື່ນໆ.

ໃນຊຸມປີມໍ່ໆມານີ້, Guizhou ຍູ້ແຮງ ແລະ ເພີ່ມທະວີການຮ່ວມມືດ້ານການສຶກສາ ກັບ ອາຊຽນ. ປະມານ 71% ຂອງນັກຮຽນຕ່າງປະເທດໃນແຂວງນີ້ແມ່ນມາຈາກບັນດາປະເທດອາຊຽນ. ປັດຈຸບັນ, ນະຄອນ Guizhou ມີມະຫາວິທະຍາໄລທັງຫມົດ 36 ແຫ່ງ, ລວມທັງມະຫາວິທະຍາໄລ Guizhou. ບັນດາມະຫາວິທະຍາໄລ ຢູ່ ນະຄອນ Guizhou ໄດ້ສ້າງສາຍພົວພັນ ກັບ ມະຫາວິທະຍາໄລ 85 ແຫ່ງ, ຊັ້ນສູງ ແລະ ສະຖາບັນການສຶກສາຂອງບັນດາປະເທດສະມາຊິກອາຊຽນ ອີກຫຼາຍສະຖາບັນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.