ໃນໄລຍະ 3 ປີ ສປປ ລາວ ສົ່ງອອກສິນຄ້າພາຍໃຕ້ ສິດທິພິເສດ ໄປ ສປ ຈີນ 200 ກວ່າລ້ານໂດລາ

00:54 | 14/05/2019

ອີງ​ຕາມ​ຂໍ້​ມູນ​ຂອງ​ສູນ​ຂໍ້​ມູນ​ຂ່າ​ວສານ​ ທາງ​ດ້ານ​ການ​ຄ້າ​ຂອງ ສປປ ລາວ ​ແຈ້ງໃຫ້ຮູ້​ວ່າ ພາຍຫລັງມີການເປີດຕະຫລາດສິດທິພິເສດ ທາງດ້ານການຄ້າ ທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີຮ່ວມກັນ ປະກອບມີ 3 ຂອບສັນຍາ ຄື: ສັນຍາການຄ້າເສລີ ອາຊຽນ - ສປ ຈີນ ຟອມ E, ສິດທິພິເສດທາງການຄ້າແບບຝ່າຍດຽວ ຈາກ ສປ ຈີນ ພາຍໃຕ້ລະບົບອັດຕາພາສີພິເສດ ຟອມ SPT ແລະສັນຍາການຄ້າເສລີ ອາຊີ - ປາຊີຟິກ (ຟອມ APTA ສົ່ງຜົນໃຫ້ການຄ້າ ລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ ໄດ້ມີການຂະຫຍາຍໂຕຂຶ້ນເລື້ອຍໆ, ​ເຊິ່ງມູນຄ່າການສົ່ງອອກຂອງ ສປປ ລາວ ພາຍໃຕ້ສິດທິພິເສດທາງກ້ານຄ້າໄປຍັງ ສປ ຈີນ ປະຕິບັດໄດ້ 53,11 ລ້ານໂດລາສະຫະລັດ (ປີ 2015), 79,82 ລ້ານໂດລາ ສະຫະລັດ (ປີ 2016) ແລະ 74,86 ລ້ານໂດລາສະຫະລັດ (ປີ 2017).

ໃນໄລຍະ 3 ປີ ສປປ ລາວ ສົ່ງອອກສິນຄ້າພາຍໃຕ້ ສິດທິພິເສດ ໄປ ສປ ຈີນ 200 ກວ່າລ້ານໂດລາ

ສປປ ລາວ ສົ່ງອອກສິນຄ້າພາຍໃຕ້ ສິດທິພິເສດ ໄປ ສປ ຈີນ 200 ກວ່າລ້ານໂດລາ.

ຜ່ານຈາກການຈັດຕັ້ງປະຕິບັດຂອບສັນຍາຕ່າງໆ ໃນໄລຍະ 3 ປີຜ່ານມາ (2015, 2016 ແລະ 2017) ເຫັນວ່າມູນຄ່າການສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ, ໂດຍນຳໃຊ້ສິດທິພິເສດທາງດ້ານການຄ້າຕິດໜຶ່ງໃນຫ້າ ຂອງປະເທດທີ່ ສປປ ລາວ ມີການສົ່ງອອກ ຄື: ປີ 2015 ຢູ່ ໃນອັນດັບທີ 05, ປີ 2016 ຢູ່ໃນອັນດັບທີ 04 ແລະ ປີ 2017 ຢູ່ອັນດັບທີ 05. ສຳລັບສິນຄ້າສົ່ງອອກຫລັກໃນຂອບສັນຍານີ້ແມ່ນ ຝຸ່ນ/ປຸ໋ຍ, ຢາງທໍາມະຊາດ ແລະ ທອງບໍລິສຸດ. ໃນປີຜ່ານມາ, ຜະລິດຕະພັນສິນຄ້າລາວ ຖືກເຂົ້າຮ່ວມງານວາງສະແດງສິນຄ້າ ຂອງປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ທີ່ນະຄອນຄຸນໝິງ ແຂວງ ຢຸນໜານ, ສປ ຈີນ, ບັນດານັກທຸລະກິດລາວ ໄດ້ເລືອກເຟັ້ນເອົາຜະລິດຕະພັນ ແລະ ສິນຄ້າ ທີ່ເປັນເອກະລັກ ຂອງລາວ ຫລາຍຊະນິດສິນຄ້າ ໂດຍສະເພາະພອຍ, ແກ້ວຫ້ວຍຊາຍ ແຂວງບໍ່ແກ້ວ, ນ້ຳໜາກຍໍ, ເຂົ້າໄກ່ນ້ອຍ, ຜະລິດຕະພັນໄມ້ແກະສະຫລັກ ທີ່ເປັນເອກະລັກ ແລະ ໂດ່ດເດັ່ນ. ນັກທຸລະກິດ ແລະ ປະຊາຊົນຈີນ ໃຫ້ຄວາມສົນໃຈເປັນພິເສດ ແມ່ນພອຍ, ແກ້ວຫ້ວຍຊາຍ ແຂວງບໍ່ແກ້ວ, ນ້ຳໜາກຍໍ, ເຂົ້າໄກ່ນ້ອຍ ແລະ ຜະລິດຕະພັນໄມ້ແກະສະຫລັກຕ່າງໆ. ເນື່ອງຈາກສິນ ຄ້າເຫລົ່ານີ້ ສ່ວນຫລາຍໄດ້ຮັບເຊີນເຂົ້າຮ່ວມງານວາງສະແດງ ຢູ່ບັນດາແຂວງຂອງຈີນທຸກປີ ເຮັດໃຫ້ປະຊາຊົນຈີນ ມີຄວາມເພິ່ງພໍໃຈຫລາຍ ແລະ ມີຜົນຕອບຮັບດີ ພາຍຫລັງຊົມໃຊ້ຜະລິດຕະພັນລາວ. ເພື່ອເປັນການຊຸກຍູ້ຜະລິດຕະພັນຂອງລາວ, ເປັນທີ່ຍອມຮັບຈາກສາກົນ ແລະ ສາມາດເຂົ້າເຖິງຕະຫລາດທີ່ມີກຳລັງການຊື້ມະຫາສານ ແລະ ມີຜູ້ບໍລິໂພກຂະໜາດໃຫຍ່ ຕິດອັນດັບ ຕົ້ນໆຂອງໂລກ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈຶ່ງກຳລັງສຶກສາຄົ້ນຄວ້າຫາຫລາຍຂະແໜງການທີ່ສາມາດເຈາະຕະຫລາດ ແລະສິນຄ້າ ທີ່ມີຜູ້ຊື້ຕ້ອງການຊື້ສິນຄ້າ ໂດຍອີງໃສ່ຄວາມຕ້ອງການຂອງຕະຫລາດ ແລະ ທ່າແຮງໃນການສົ່ງອອກສິນຄ້າຂອງລາວ ເຊິ່ງຈຸດເດັ່ນແມ່ນຂະແໜງ ກະສິກຳ ມີ ກາເຟ, ຊາ ແລະ ເຂົ້າໄກ່ນ້ອຍ ເປັນຕົ້ນ, ຂະແໜງຫັດຖະກຳມີຜ້າໄໝລາວ.

ສະນັ້ນ, ຈຶ່ງເປັນໂອກາດໃຫ້ແກ່ຜູ້ປະກອບການຂອງ ສປປ ລາວ ໃນການສົ່ງອອກສິນຄ້າໄປ ສປ ຈີນ ໂດຍນຳໃຊ້ສິດທິພິເສດທາງການຄ້າ ໃນຂອບສັນຍາຕ່າງໆ ທີ່ ສປປ ລາວ ກັບ ສປ ຈີນ ເປັນພາຄີ ໃຫ້ຫລາຍເທົ່າທີ່ຈະຫລາຍໄດ້, ເພາະວ່າ ສິດທິພິເສດທາງດ້ານການຄ້າທີ່ ສປປ ລາວ ໄດ້ຮັບຈາກ ສປ ຈີນ (ໄດ້ຮັບການຍົກເວັ້ນອັດຕາພາສີຂາເຂົ້າ ສປ ຈີນ) ກໍ່ເປັນປັດໄຈອັນສຳຄັນ ທີ່ກະຕຸ້ນໃຫ້ມີການສົ່ງອອກຫລາຍຂຶ້ນ ແລະ ດຶງດູດນັກທຸລະກິດ ຈາກຕ່າງປະເທດເຂົ້າມາລົງທຶນຢູ່ລາວ.

(ແຫຼ່ງ​ຂໍ້​ມູນ​: ສົມ​ຫວັງ/ຂ​ປ​ລ)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.