ລາວ-ຈີນ-ໄທ-ມຽນມາ ຊຸກຍູ້ລາດຕະເວນຮ່ວມຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

00:54 | 13/05/2019

ການປະຕິບັດລາດຕະເວນຮ່ວມໃນແມ່ນໍ້າຂອງ-ແມ່ນຳ້ລ້ານຊ້າງ ຄັ້ງທີ 78 ລະຫວ່າງ ຈີນ, ໄທ, ລາວ ແລະ ມຽນມາ ໄດ້ຈັດຂຶ້ນຢູ່ທ່າກຳປັ່ນກວນເລີຍ, ມົນທົນຢຸນໜານປະເທດຈີນເປັນເວລາ 4 ວັນ.

ລາວ-ຈີນ-ໄທ-ມຽນມາ ຊຸກຍູ້ລາດຕະເວນຮ່ວມຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ລາວ-ຈີນ-ໄທ-ມຽນມາ ຊຸກຍູ້ລາດຕະເວນຮ່ວມຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ຕາມຂ່າວສານປະເທດລາວລາຍງານວ່າ: ເມື່ອບໍ່ດົນມານີ້, ກົມຄວາມໝັ້ນຄົງສາທາລະນະມົນທົນຢຸນຫນານຂອງຈີນຖະແຫລງວ່າ: ການປະຕິບັດລາດຕະເວນຮ່ວມໃນແມ່ນໍ້າຂອງ-ແມ່ນຳ້ລ້ານຊ້າງຄັ້ງທີ 78 ລະຫວ່າງ ຈີນ, ໄທ, ລາວ ແລະ ມຽນມາ ໄດ້ຈັດຂຶ້ນຢູ່ທ່າກຳປັ່ນກວນເລີຍ, ມົນທົນຢຸນໜານ ປະເທດຈີນເປັນເວລາ 4 ວັນໂດຍມີເຈົ້າໜ້າທ່ີລະດັບສູງ 4 ປະເທດເຂົ້າຮ່ວມເພື່ອປຶກສາຫາລືກ່ຽວກັບການລາດຕາເວນ ແລະ ບັງຄັບໃຊ້ກົດໝາຍຊ່ອງທາງການເດີນເຮືອລະຫວ່າງທ່າກຳປັ່ນກວນເລີຍກັບເຂດສາມລ່ຽມຄຳຢູ່ເຂດຊາຍແດນລະຫວ່າງໄທ-ລາວ ແລະ ມຽນມາ ພ້ອມທັງຈະເພີ່ມທະວີການກວດກາໃນບໍລິເວນແມ່ນ້ຳບາງໄລຍະ.​ ໃນລະຫວ່າງການປະຕິບັດງານ, ບັນດາເຈົ້າໜ້າທ່ີຈະກວດກາຄວາມປອດໄພ, ການປາບປາມການຄ້າຂອງເຖື່ອນ, ການຄ້າຢາເສບຕິດເປັນຕົ້ນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.