ກອງປະຊຸມຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

15:02 | 08/07/2019

ວຽກກໍ່ສ້າງລວມຄວາມຄືບໜ້າຮອດເດືອນມິຖຸນາ ປະຕິບັດສຳເລັດ 72,8% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ, ທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 2,7%, ການມອບພື້ນທີ່ເພື່ອການກໍ່ສ້າງ ມາຮອດປັດຈຸບັນຄະນະກຳມະການໄກ່ເກ່ຍຂັ້ນທ້ອງຖິ່ນໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດມອບພື້ນທີ່ໃຫ້ແກ່ການກໍ່ສ້າງ, ການຊົດເຊີຍສິ່ງກີດຂວາງ ປັດຈຸບັນການເບີກຈ່າຍຄ່າຊົດເຊີຍ ໄດ້ຮັບການຈັດຕັ້ງປະຕິບັດແລ້ວ ໂດຍເລີ່ມການເບີກຈ່າຍຊົດເຊີຍຕາມແຜນທີ່ເປັນບຸລິມະສິດຂອງໂຄງການ ຊຶ່ງລວມທັງໝົດມີ 7 ງວດ ລວມເປັນມູນຄ່າ 851,53 ຕື້ກີບ.

ກອງປະຊຸມຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ຍທຂ ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ.

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຄະນະຊີ້ນຳ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 6 ຂຶ້ນເມື່ອວັນທີ 5 ກໍລະກົດ ຜ່ານມານີ້ ທີ່ກະຊວງດັ່ງກ່າວ. ໂດຍການເປັນປະທນຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ຍທຂ ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີບັນດາຄະນະຊີ້ນຳໂຄງການ ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່່ວມ. ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີ ກະຊວງ ຍທຂ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວຮອດວັນທີ 5 ມິຖຸນາ ໂດຍໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນໄດ້ຈັດຕັ້ງປະຕິບັດ ເປັນຕົ້ນວຽກກໍ່ສ້າງລວມຄວາມຄືບໜ້າຮອດເດືອນມິຖຸນາ ປະຕິບັດສຳເລັດ 72,8% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ, ທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 2,7%, ການມອບພື້ນທີ່ເພື່ອການກໍ່ສ້າງ ມາຮອດປັດຈຸບັນຄະນະກຳມະການໄກ່ເກ່ຍຂັ້ນທ້ອງຖິ່ນໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດມອບພື້ນທີ່ໃຫ້ແກ່ການກໍ່ສ້າງ, ການຊົດເຊີຍສິ່ງກີດຂວາງ ປັດຈຸບັນການເບີກຈ່າຍຄ່າຊົດເຊີຍ ໄດ້ຮັບການຈັດຕັ້ງປະຕິບັດແລ້ວ ໂດຍເລີ່ມການເບີກຈ່າຍຊົດເຊີຍຕາມແຜນທີ່ເປັນບຸລິມະສິດຂອງໂຄງການ ຊຶ່ງລວມທັງໝົດມີ 7 ງວດ ລວມເປັນມູນຄ່າ 851,53 ຕື້ກີບ.

ທ່ານກ່າວຕື່ມວ່າ: ສຳລັບແຜນຈຸດສຸມໃນເດືອນຕໍ່ໜ້າແມ່ນຈະປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອເຮັດເອກະສານຮັບໃຊ້ໃຫ້ການເບີກຈ່າຍຄ່າຊົດເຊີຍງວດທີ 6 ຕາມທີ່ໄດ້ກຳນົດໄວ້ຄູ່ມືການເບີກຈ່າຍຄ່າຊົດເຊີຍຢ່າງຖືກຕ້ອງສອດຄ່ອງຕາມລະບຽບການ, ຕິດຕາມການຂໍອະນຸມັດເບີກຈ່າຍເງິນ 250 ຕື້ກີບ ແລະ ຕິດຕາມຊຸກຍູ້ບ້ວງເງິນ 160 ລ້ານຢວນ (ສະກຸນເງິນຈີນ) ຈາກບໍລິສັດທາງລົດໄຟ ລາວ-ຈີນ, ປຶກສາຫາລື ຄູ່ມືແນະນຳກ່ຽວກັບການປະສານງານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ, ລົງຊຸກຍູ້ການກໍ່ສ້າງຢູ່ພາກສະໜາມ ແລະ ຊ່ວຍແກ້ໄຂບັນຫາທີ່ຍັງຄົງຄ້າງ, ຕິດຕາມຄວາມຄືບໜ້າກັບຄະນະກຳມະການຮ່ວມມື ລາວ-ຈີນໃນການຂໍຄວາມຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ໃນການຍົກຍ້າຍຈັດສັນ ບ້ານທີ່ຖືກກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈຳນວນ 4 ບ້ານຄື: ບ້ານນາເຕີຍ ແຂວງຫຼວງນໍ້າທາ, ບ້ານນາຄົກ, ບ້ານນາໝໍ້ໃຕ້ ແຂວງອຸດົມໄຊ ແລະ ບ້ານບວມອໍ້ ແຂວງຫຼວງພະບາງ.

ກອງປະຊຸມບັນດາຜູ້ ເຂົ້າຮ່ວມຍັງໄດ້ຮັບຟັງການສະຫຼຸບຄືນຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄັ້ງທີ 5 ຂອງຄະນະຊີ້ນຳໂຄງການການກໍ່ສ້າງທາງ ລົດໄຟລາວ-ຈີນທີ່ຜ່ານມາ, ການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນໄລຍະທີ່ຜ່ານມາ ຈາກນັ້ນໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດລາຍງານດັ່ງກ່າວແນໃສ່ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.