ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ

14:55 | 20/05/2019

ຍສໝ - ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ ກ່ຽວກັບ ຈັດຕັ້ງປະຕິບັດຕາມ ຖະແຫຼງການ ວ່າດ້ວຍ ທ່າທີ ຂອງແຕ່ລະຝ່າຍ ຢູ່ ທະເລຕາເວັນອອກ (DOC) ຄັ້ງທີ 17 ຈັດຂຶ້ນໃນລະຫວ່າງວັນທີ 17 - 18 ພຶດສະພາ 2019 ທີ່ Hangzhou, ປ່ະເທດຈີນ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບລວມ. (ພາບ: TTXVN)

ທີ່ກອງປະຊຸມ, ທ່ານ ຫງວຽນ ກວກ ຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງຍົກສູງນໍ້າໃຈຮັບຜິດຊອບ, ມານະພະຍາຍາມ, ຮ່ວມແຮງຮ່ວມໃຈກັນ ປະຕິບັດຕາມ DOC ຢ່າງຄົບຖ້ວນ, ຢັບຢັ້ງໃຈ ແລະ ບໍ່ກະທໍາໃດໆທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ໃຊ້ທະຫານ ແລະ ຍູ້ແຮງການຮ່ວມມືແກ້ໄຂສິ່ງທ້າທາຍທີ່ກໍາລັງວາງອອກ.

ກ່ຽວກັບ COC, ທ່ານ ຫງວຽນ ກວກ ຢຸງ ໄດ້ສະເໜີອາຊຽນ ແລະ ຈີນ ຕ້ອງພະຍາຍາມເຈລະຈາເພື່ອບັນລຸໄດ້ກົດລະບຽບຂອງພຶດຕິກຳຢ່າງມີຜົນສັກສິດ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ.

ທີ່ກອງປະຊຸມ, ບັນດາປະເທດໄດ້ສະແດງເຫັນດີເປັນເອກະພາບນຳກັນວ່າ: ຄວນເສີມຂະຫຍາຍນໍ້າໃຈຮັບຜິດຊອບສູ້ຊົນສ້າງ COC ຢ່າງແທດຈິງ, ມີຜົນສັກສິດ, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາຝ່າຍອົດທົນ, ພະຍາຍາມຮັກສາ ສະພາບແວດລ້ອມທີ່ສະດວກໃຫ້ແກ່ວິວັດທະນາການສ້າງ COC.

ຫວຽດນາມຈະເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ - ຈີນ ກ່ຽວກັບການປະຕິບັດ DOC ຄັ້ງທີ 18, ທີ່ຈະໄດ້ຈັດຕັ້ງຢູ່ຫວຽດນາມ ໃນເຄິ່ງທ້າຍປີ 2019 ນິີ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.