ທ່ານນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ ທິ້ ກີມ ເງິນ ​ຕ້ອນ​ຮັບ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ

09:28 | 05/07/2019

ຍສໝ - ໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2014, ທ່ານນາງ ຫງວຽນ ທິ້ ກີມ ເງິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຊູງ ປົວ ເອກອັກຄະລັດຖະທູດຈີນ.

ທ່ານນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ ທິ້ ກີມ ເງິນ ​ຕ້ອນ​ຮັບ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ

ທ່ານນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ ທິ້ ກີມ ເງິນ ໃຫ້​ການ​ຕ້ອນ​ຮັບ ທ່ານ ຊູງ ປົວ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ.(ພາບ:plo.vn)

ເນື່ອງໃນໂອກາດສອງປະເທດກະກຽມຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1949-2019), ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ທິ້ ກີມ ເງິນ ປາດຖະໜາວ່າ: ສອງຝ່າຍຈະສົມທົບກັນຈັດເຫດການສຳຄັນນີ້ໃຫ້ເປັນຢ່າງດີ ແລະ ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍປະສົບການໃນການເຄື່ອນໄຫວທາງການທູດທີ່ມີມາແຕ່ດົນນນານ, ທ່ານເອກອັກຄະລັດຖະທູດ ຊູງ ປົວ ຈະສືບຕໍ່ເພີ່ມທະວີຄວາມເຂົ້າອົກເຂົາໃຈ, ຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມື, ເປີດກ້ວາງການພົບປະແລກປ່ຽນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນ, ປະກອບສ່ວນແທດຈິງເຂົ້າໃນພາລະກິດປັບປຸງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ.

ສ່ວນ ທ່ານ ຊູງ ປົວ ໄດ້ຢັ້ງຢືນວ່າ: ສະຖານທູດຈີນ ປະຈຳຫວຽດນາມ ຈະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ສ່ວນທ່ານເອກອັກຄະລັດຖະທູດ ຊູງ ປົວ ເອງກໍ່ປາດຖະໜາຢາກໄດ້ຮັບການສະໜັບສະໜູນຂອງສະພາແຫ່ງຊາດ ໃນອາຍຸການເຮັດວຽກຢູ່ຫວຽດນາມ.

(ໄຊພອນ)

ເຫດການ