ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອດດ້ານລະຫວ່າງ ຫວຽດນາມ - ຈີນ

16:15 | 09/07/2019

ທ່ານນາງ ຫງວຽນ ທິ້ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງໄປຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການໃນລະຫວ່າງວັນທີ 8 -12 ກໍລະກົດ 2019.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອດດ້ານລະຫວ່າງ ຫວຽດນາມ - ຈີນ

ພາບປະກອບ

ປັດຈຸບັນທັງສອງປະເທດໄດ້ກາຍເປັນຄູ່ຮ່ວມມືດ້ານເສດຖະກິດການຄ້າສຳຄັນຂອງກັນ. ໃນຕະຫຼອດ 15 ປີ ທີ່ຜ່ານມາ, ຈີນຍາມໃດກໍ່ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ. ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 8 ຂອງ ຈີນ ໃນທົ່ວໂລກ ແລະ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນ ອາຊຽນ. ໃນເດືອນ ພຶດສະພາ 2019, ຍອດວົງເງິນການຄ້າຂອງສອງປະເທດໄດ້ເພີ່ມຂຶ້ນ 12,6%, ບັນລຸໄດ້ 43,5 ຕື້ USD. ໃນຕະຫຼອດ 6 ເດືອນຕົ້ນປີ 2019, ເງິນລົງທຶນໂດຍກົງຈາກຈີນເພີ່ມຂຶ້ນທົບ 2,8 ເທື່ອເມື່ອທຽບໃສ່ປີກາຍນີ້. ຈີນໄດ້ບືນຕົວຂຶ້ນກາຍເປັນນັກລົງທຶນໃຫຍ່ອັນດັບທີ 3 ຢູ່ ຫວຽດນາມ, ບັນລຸໄດ້ 2,29 ຕື້ USD, ກວມເອົາ 12,4 % ຍອດທຶນ FDI.

ນອກຈາກນັ້ນ, ຫວຽດນາມ ແລະ ຈີນ ກໍໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ, ວັດທະນະທຳ, ການສຶກສາ-ກໍ່ສ້າງ, ກະສິກຳ, ຄົມມະນາຄົມຂົນສົ່ງ, ວິທະຍາສາດເຕັກໂນໂລຢີ, ຊັບພະຍາກອນສິ່ງແວດລ້ອມ. ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດກໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນດ້ວຍຫຼາຍຮູບການ, ຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ.

ການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຂອງທ່ານນາງ ຫງວຽນ ທິ້ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ແມ່ນກາລະໂອກາດເພື່ອໃຫ້ສອງປະເທດພ້ອມກັນຮັບຮູ້, ຕີລາຄາຄືນບັນດາໝາກຜົນໃນການພົວພັນລະຫວ່າງສອງປະເທດເວົ້າລວມ, ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເວົ້າສະເພາະ; ປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການປະຕິບັດບັນດາຄວາມຮັບຮູ້ລວມໃນຂໍ້ຕົກລົງ ເຊິ່ງການນຳຂັ້ນສູງຂອງສອງປະເທດບັນລຸໄດ້; ແລກປ່ຽນມາດຕະການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບ ຈີນ ໃນບັນດາຂົງເຂດລະອຽດ, ການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍກໍ່ຄືການແລກປ່ຽນກ່ຽວກັບບັນດາບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ອື່ນໆ.

ການຢ້ຽມຢາມຄັ້ງນີ້ກໍ່ສະແດງໃຫ້ເຫັນບົດບາດນັບມື້ນັບສຳຄັນຂອງການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດໃນຍຸກສະໄໝແຫ່ງການເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຂຶ້ນສູ່ລະດັບສູງໃໝ່.

(ໄຊພອນ)

ເຫດການ
302 Found

Found

The document has moved here.