ປະທານປະທດຢ້ຽມຢາມໂຄງການທາງລົດໄຟ ລາວ-ຈີນສະຖານີນະຄອນຫຼວງວຽງຈັນ:

15:15 | 05/04/2019

ໃນວັນທີ 5 ເມສາ 2019, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປລາວພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການທາງລົດໄຟ ລາວ-ຈີນ ທີ່ຈຸດສະຖານີເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະບໍລິຫານບໍລິສັດຜູ້ຮັບເໝົາລາວ-ຈີນ, ແລະ ທ່ານ ຈີ້ ໂກ ຈ່ຽງ, ປະທານສະພາບໍລິຫານບໍລິສັດລົດໄຟລາວຈີນ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.

ປະທານປະທດຢ້ຽມຢາມໂຄງການທາງລົດໄຟ ລາວ-ຈີນສະຖານີນະຄອນຫຼວງວຽງຈັນ:

ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປລາວ ຮັບຝັັງການລາຍງານຂອງເຈົ້າຂອງໂຄງການ.

ໃນໂອກາດນີ້, ທ່ານ ຈີ້ ໂກ ຈ່ຽງ ໄດ້ກ່າວລາຍງານໃຫ້ທ່ານປະທານປະເທດຊາບວ່າ: ສຳລັບໂຄງການທາງລົດໄຟລາວ-ຈີນ ທີ່ສະຖານີນະຄອນຫຼວງວຽງຈັນ, ທາງທິດເໜືອແມ່ນເຊື່ອມຈອດກັບໂຄງການທາງລົດໄຟຍຸ່ຍຊີ-ບໍ່ຫານ, ຢູ່ໃນຊາຍແດນປະເທດລາວ, ແມ່ນເລີ່ມແຕ່ແຂວງຫຼວງນໍ້າທາຜ່ານລົງມາເຖິງແຂວງອຸດົມໄຊ, ນະຄອນຫຼວງພະບາງ, ແຂວງວຽງຈັນ ຈົນເຖິງນະຄອນຫຼວງວຽງຈັນ; ສຳລັບທາງທິດໃຕ້ ແມ່ນຕິດກັບຊາຍແດນໄທ, ເຊິ່ງມີແຜນທີ່ຈະກໍ່ສ້າງເຊື່ອມຕໍ່ແຕ່ຈັງຫວັດຫນອງຄາຍ ຫານະຄອນຫຼວງບາງກອກ.

ສະເພາະເລື່ອງຄວາມໄວສູງສຸດໃນການແລ່ນຂອງລົດໄຟແມ່ນໄດ້ຕົກລົງຮ່ວມກັນກຳນົດໄວ້ທີ່ 160 ກິໂລແມັດຕໍ່ຊົ່ວໂມງ ສຳລັບແລ່ນຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ໂດຍໃຊ້ລາງດຽວ, ແລະ ນໍາໃຊ້ພະລັງງານໄຟຟ້າເປັນແຮງຂັບເຄື່ອນ, ມີລາງທີ່ມີຄວາມຍາວທັງໝົດ 414.332 ກິໂລແມັດ ລວມມີ 32 ສະຖານີ.
ໃນໄລຍະເບື້ອງຕົ້ນ, ແມ່ນຈະເປີດນໍາໃຊ້ກ່ອນ 20 ສະຖານີ ເຊິ່ງຈະມີພະນັກງານຮັບໃຊ້ທັງໝົດ 16.000 ຄົນ; ເສັ້ນທາງລົດໄຟສາຍດັ່ງກ່າວໃນອານາຄົດຈະເຊື່ອມລົງໄປທາງໄຕ້, ຕໍ່ກັບເສັ້ນທາງລົດໄຟຈີນ-ໄທ ຜ່ານມາເລເຊຍໄປຮອດທ່າເຮືອສິງກະໂປ ເຊິ່ງຈະເປັນກຸນແຈດອກໜຶ່ງທີ່ສຳຄັນ ເພື່ອໄຂສັງກາດໃໝ່ ໂດຍຖືເອົາຂະແໜງທາງລົດໄຟເປັນອັນກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປລ, ເຊິ່ງສອດຄ່ອງກັບຄວາມຝັນໃນການສ້າງປະເທດລາວໃຫ້ກາຍເປັນປະເທດເຊື່ອມຈອດຂອງພາກພື້ນໃຫ້ປະກົດຜົນເປັນຈິງ.
ນັບແຕ່ໄດ້ເປີດໂຄງການກໍ່ສ້າງໃນປີ 2016 ເປັນຕົ້ນມາ, ຜູ້ຮັບເໝົາໄດ້ເອົາໃຈໃສ່ໃນການກໍ່ສ້າງເປັນຢ່າງດີ, ເຊິ່ງມາຮອດທ້າຍເດືອນມີນາທີ່ຜ່ານມາ, ໂຄງການທາງລົດໄຟລາວຈີນ ໄດ້ສຳເລັດການລົງທຶນໃນມູນຄ່າລວມ 13 ຕື້ກວ່າຢວນ, ໃນນັ້ນວຽກກໍ່ສ້າງພື້ນທາງໄດ້ສຳເລັດແລ້ວ 87%, ວຽກຂຸດເຈາະອຸໂມງຄືບໜ້າແລ້ວ 54%, ໃນນີ້ມີອຸໂມງ 13 ແຫ່ງໄດ້ສຳເລັດການຂຸດເຈາະແລ້ວ, ວຽກກໍ່ສ້າງຂົວສຳເລັດແລ້ວ 43%, ແລະ ຮອດທ້າຍປີ 2019 ຄາດວ່າໜ້າວຽກຕ່າງໆແມ່ນຈະຢູ່ໃນໄລຍະການເກັບລາຍລະອຽດຂອງໂຄງການກໍ່ສ້າງ.
ໃນໂອກາດນີ້, ທ່ານ ບຸນຍັງ
ວໍລະຈິດ ໄດ້ໃຫ້ກຽດມີຄຳເຫັນ ໂດຍທ່ານໄດ້ຊີ້ນໍາໃຫ້ຄະນະຮັບຜິດຊອບໂຄງການ ເອົາໃຈໃສ່ ດ້ານຄຸນນະພາບຂອງການກໍ່ສ້າງໃຫ້ມີຄວາມແຂງແຮງທົນທານ, ຮັບປະກັນຄວາມປອດໄຟ ຄວບຄູ່ໄປກັບການຮັກສາສິ່ງແວດລ້ອມ, ແລະ ການສ້າງວຽກເຮັດງານທຳ ດ້ວຍການເພີ່ມຈຳນວນກຳມະ ກອນລາວໃຫ້ເຂົ້າເຮັດວຽກປະຈຳ ໃນຕຳແໜ່ງງານຕ່າງໆ ເພື່ອເປັນການສ້າງບຸກຄະລາກອນຂອງລາວ ໃຫ້ມີຄວາມສາມາດສືບທອດວຽກງານວິຊາການກ່ຽວກັບເສັ້ນທາງລົດ-ໄຟ, ທັງປຸກລະດົມປະຊາຊົນທ້ອງຖິ່ນໃຫ້ປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ ເສັ້ນທາງລົດໄຟ, ພ້ອມທັງຊຸກຍູ້ຂະບວນການຜະລິດຂອງປະຊາຊົນທ້ອງຖິ່ນເພື່ອກະຕຸ້ນເສດຖະກິດທ້ອງຖິ່ນ ໃຫ້ມີການຂະຫຍາຍຕົວ ເຊິ່ງຈະເປັນການຊ່ວຍສ້າງລາຍຮັບໃຫ້ເຂົາເຈົ້າ, ທັງນີ້ກໍ່ເພື່ອເປັນການປະກອບສ່ວນເຂົ້າໃນການຮັດແຫນ້ນສາຍພົວພັນມິດຕະພາບລາວ-ຈີນຕາມທິດສີ່ດີ.
ໃນໂອກາດດຽວກັນນີ້, ທ່ານປະທານປະເທດ ຍັງໄດ້ພົບປະໂອ້ລົມກັບພະນັກງານ ແລະ ສອບ ຖາມຄວາມຄືບໜ້າຂອງໂຮງງານຜະລິດຄານຂົວ ຢູ່ເມືອງ ນາຊາຍທອງ, ນະຄອນຫລວງວຽງຈັນ ພ້ອມທັງຮັບຟັງການລາຍງານ ໂດຍຫຍໍ້ກ່ຽວກັບ ການດຳເນີນການຜະລິດ ຄານຂົວ ເພື່ອນຳໃຊ້ເຂົ້າໃນໂຄງການ ເສັ້ນທາງລົດໄຟ ລາວ-ຈີນ, ເຊິ່ງໃນໄລຍະຜ່ານມາ ໄດ້ປະຕິບັດຕາມເຕັກນິກວິຊາ ການ ຂອງໂຮງງານຢ່າງເຂັ້ມງວດ ແລະ ທັງຮັບປະກັນໄດ້ທາງດ້ານສິ່ງແວດລ້ອມ ຕື່ມອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ອາພິນຍາ​ສຸລິຍະວົງ/ວສລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.