ບັນດາຂີດໝາຍໃໝ່ໃນການຮ່ວມມືລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ
ສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາການປະກອບຄຳເຫັນ, ຂໍ້ສະເໜີ ແລະ ຄວາມປາດຖະໜາຂອງສອງຝ່າຍ ກ່ຽວກັບເລື່ອງເພີ່ມທະວີການໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ
ສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາການປະກອບຄຳເຫັນ, ຂໍ້ສະເໜີ ແລະ ຄວາມປາດຖະໜາຂອງສອງຝ່າຍ ກ່ຽວກັບເລື່ອງເພີ່ມທະວີການໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ
ໃນວັນທີ 15 ພຶດສະພາ 2018 ທີ່ນະຄອນຫຼວງວຽງຈັນ, ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ແລະ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດເວທີສົນທະນາຮ່ວມມືການທ່ອງທ່ຽວ ລາວ-ຈີນ ຄັ້ງທີ 1.
ຕອນເຊົ້າວັນທີ 15 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕອງທິຟ໋ອງ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວນຳໜ້າ ເຊິ່ງພວມຢ້ຽມຢາມຫວຽດນາມ.
ຍສໝ - ມື້ວານນີ້, ຢູ່ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈິ່ນດ໋າຍກວາງ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ກົງທອງ ພົງພິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ, ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ສອງວັນທີ່ຜ່ານມາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງ໋ວຽນຊົນຟຸກ ໄດ້ ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ,ຫົວໜ້າກົມໃຫຍ່ເສນາທີການ ກອງທັບປະຊາຊົນລາວ ກໍາລັງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ມື້ວານນີ້, ທີ່ສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດລາວ ໄດ້ຈັດກອງປະຊຸມ ເພື່ອເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບແຜນຍຸດທະສາດ 3 ປີ ຂອງສະພາອຸດສາຫະກຳແຫ່ງຊາດລາວ, ໂດຍເປັນປະທານ ຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດລາວ.
ມື້ວານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ຈ້າວ ເຄີຈື້.
ມື້ວານນີ້, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບ ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະຖາບັນວິທະຍາສາດແຫ່ງຊາດລາວ ແລະ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ.
ຍສໝ - ຮັບຄຳເຊີນຂອງທ່ານ ພົນໂທ ຟານວັນຢາງ, ກຳມະການສູນກາງພັກຄອມມູນິດຫວຽດນາມ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງຮອງລັດຖະມົນຕີປ້ອງກັນປະເທດ, ທ່ານ ພົນໂທ ສຸວອນ ຫຼວງບຸນມີ ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີປ້ອງກັນປະເທດຫົວໜ້າກົມໃຫຍ່ ເສນາທີການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ວັນທີ 13 ຫາ 17 ພຶດສະພາ.
ຍສໝ - ມື້ວານນີ້, ທ່ານ ເຢືອງເຕີດຖັງ ຮອງເຈົ້າແຂວງ ຮ່າຕິງ ໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບຂະແໜງທີ່ກ່ຽວຂ້ອຂອງ ສປປ ລາວ ນຳພາໂດຍທ່ານ ວຽງສະຫວັນ ສີພັນດອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ໄດ້ນໍາສະເຫນີກ່ຽວກັບສະພາບການການຮ່ວມມືໃນການຂຸດຄົ້ນ ພັດທະນາ ທ່າເຮືອ ວຸ໋ງອ໋າງ.
ລັດຖະບານ ສປປ ລາວ ແລະ ສປ ຈີນ, ໂດຍທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ທັງເປັນປະທານຄະນະ ກຳມະການຮ່ວມມືລາວ-ຈີນ ແລະ ທ່ານ ນາງ ກາວ ຢ້ຽນ ຮອງ ລັດຖະມົນຕີ ກະຊວງການຄ້າ ແຫ່ງ ສປ ຈີນ ໄດ້ເຊັນ ສັນຍາສືບຕໍ່ຮ່ວມມື ຮອບດ້ານ.
ໃນວັນທີ 11 ພຶດສະພາ 2018 ທີ່ສຳນັກງານ ນາຍົກລັດຖະມົນຕີ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມ ເອກະສານສະພາບຊາຍແດນ ລາວ-ກຳປູເຈຍ ໃນປັດຈຸບັນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານໄດ້ມີຄວາມຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ, ກວ້າງຂວາງ ແລະ ເລິກເຊິ່ງ.
ຍສໝ - ທ່ານ ເລແທ່ງລອງ ລັດຖະມົນຕີກະຊວງ ຍຸຕິທໍາ ເຊື່ອໝັ້ນ ແລະ ຫວັງເປັນຢ່າງຍິ່ງວ່າໃນອະນາຄົດອັນໃກ້ນີ້, ກະຊວງ ຍຸຕິທໍາຂອງສອງປະເທດ ຫວຽດນາມ-ລາວ ຈະສືບຕໍ່ປະສານງານຢ່າງແໜ້ນແຟ້ນ ເຜີຍແຜ່ຜົນສຳເລັດ, ເປັນຕົ້ນແມ່ນບັນດາການປະສານງານຮ່ວມມື ຂອງສອງປະເທດໃຫ້ຫຼາຍຂຶ້ນ.
ຍສໝ - "ພາສາຫວຽດອັນອົບອຸ່ນ" ແມ່ນຫົວຂໍ້ຂອງກິດຈະກໍາຂອງສະໂມສອນທີ່ ຈັດຂຶ້ນໂດຍພະແນກພາສາຫວຽດນາມ ສໍາລັບນັກຮຽນນັກສຶກສາ ລາວ ທີ່ກຳລັງຮຽນ ພາສາຫວຽດນາມ ຢູ່ມະຫາວິທະຍາໄລ ຮ່າຕິ໋ງ.
ການພົບປະແລກປ່ຽນກ່ຽວກັບຜົນປະໂຫຍດຂອງການອ່ານປື້ມ, ອະນາຄົດຂອງການອ່ານປື້ມ ກັບບັນດານັກປາຖະກະຖາແມ່ນນັກປະພັນວັນນະຄະດີອາຊຽນ ຈະຊ່ວຍໃຫ້ບັນດາໝູ່ເພື່ອນນັກສຶກສາມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບສະພາບການປະດິດຄິດແຕ່ງກໍຄືວັດທະນະທຳການອ່ານປື້ມຂອງບັນດາປະເທດໃນກຸ່ມອາຊຽນ.
ຍສໝ - ຕອນເຊົ້າຂອງວັນທີ 10 ພຶດສະພາ, ທີ່ສະສານນັກຮົບວິລະຊົນ ແຫ່ງຊາດ ເສັ້ນທາງເລກ 9, ຫ້ອງວ່າການປົກຄອງແຂວງ ກວ້າງຈິ ໄດ້ຈັດພິທີ ມອບຮັບ ແລະ ພິທີປົງ ອັດຖິຂອງນັກຮົບຜູ່ເສຍສະຫຼະ ທີ່ເປັນທະຫານອາສາສະໝັກ, ນັກວິຊາການຂອງຫວຽດນາມ ທີ່ເສຍຊີວິດຢູ່ປະເທດເພື່ອນ ລາວ.
ຍສໝ - ໃນເມື່ອມໍ່ໆມານີ້, ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດ ຊຸດທີ VIII. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແລະ ທິດທາງແຜນງົບປະມານແຫ່ງ ລັດ 5 ປີຄັ້ງທີ VIII (2016-2020).
ເມື່ອວັນທີ 9 ພຶດສະພາທີ່ຜ່ານມາ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 50 ປີ (6/1/1968-6/1/2018) ໄດ້ຈັດຂຶ້ນ ທີ່ຫ້ອງການດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບັນດາພະນັກງານ-ລັດຖະກອນສຳນັກຂ່າວສານປະເທດລາວ ແລະ ແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ແມ່ນ້ຳແບັກດັງ ແມ່ນແມ່ນ້ຳທີ່ເປັນພະຍານຫຼັກຖານຢັ້ງຢືນ 3 ວິລະກຳທີ່ລືຊາຜາກົດໃນປະຫວັດສາດຕ້ານສັດຕູພາຍນອກເຂົ້າມາຮຸກຮານຂອງຊາດຫວຽດ ນາມ. ປີ 938 ໂງກວຽນ ໄດ້ຕີເອົາໄຊຊະນະຕໍ່ພວກທະຫານຈາກທາງທິດເໜືອເຂົ້າມາຮຸກຮານ, ປີ 981 ເຈົ້າຊີວິດ ເລດ້າຍແຮ່ງ ໄດ້ທັບມ້າງພວກທະຫານຕົ໋ງນັບແສນຄົນຈາກທາງທິດເໜືອເຂົ້າມາຮຸກຮານ ແລະ ຮອດປີ 1288, ນາຍພົນເຈິ່ນ ກ໋ວກຕ໋ວນ ໄດ້ຕີເອົາໄຊຊະນະກອງກຳລັງທະຫານມົງໂກນບົນລຳແມ່ນ້ຳປະຫວັດສາດສາຍນີ້. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປູ່ຍ່າຕາຍາຍ, ພິທີໄຫ້ວບູຊາພົນທະຫານຢູ່ແມ່ນ້ຳແບັກດັງໄດ້ຖືກຈັດຂື້ນຢູ່ພະວິຫານເຈິ່ນກ໋ວກຕ໋ວນຢູ່ຕາແສງອຽນຢາງ, ແຂວງ ກວາງນິງ. ນີ້ແມ່ນເຫດການທີ່ພົ້ນເດັ່ນຂອງປີທ່ອງທ່ຽວແຫ່ງຊາດ 2018 ໂດຍແຂວງກວາງນິງເປັນເຈົ້າພາບຈັດຂຶ້ນ.
ໃນລະຫວ່າງ ວັນທີ 9-10 ພຶດສະພາ 2018ນີ້,ພະນະທ່ານ ນາງ ຮາລິມາ ຢາໂຄບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ; ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ສິງກະໂປ ໃນລະຫວ່າງ.