ລັດຖະບານ ສ​ປ​ປ ລາວ ສູ້ຊົນ​ຈັດເກັບລາຍຮັບໃຫ້ເພີ່ມຂຶ້ນ 50% ແລະ ຫັນໄປສູ່ທັນສະໄໝ ປີ 2020

15:11 | 10/05/2018

ຍ​ສ​ໝ - ໃນ​ເມື​່ອ​ມໍ່ໆ​ມານີ້, ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດ ຊຸດທີ VIII. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ​້​ລາຍ​ງານກ່ຽວກັບ ກ​າ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ທິດທາງແຜນງົບປະມານແຫ່ງ ລັດ 5 ປີຄັ້ງທີ VIII (2016-2020).

ລັດຖະບານ ສ​ປ​ປ ລາວ ສູ້ຊົນ​ຈັດເກັບລາຍຮັບໃຫ້ເພີ່ມຂຶ້ນ 50% ແລະ ຫັນໄປສູ່ທັນສະໄໝ ປີ 2020

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ການເງິນ

ນັບແຕ່ປີ 2020 ຄະນະລັດຖະບານ ສະໄໝທີ 8 ໂດຍສະເພາະແມ່ນ ກະຊວງ ການເງິນ ຢືນຢັນຈະສືບຕໍ່ແກ້ໄຂບາງບັນຫາຄົງຄ້າງ ໃນໄລຍະຜ່ານມາ ເພື່ອເຮັດໃຫ້ສະພາບການເງິນມີຄວາມຄ່ອງຕົວເປັນກ້າວໆ. ທັງນີ້ເພື່ອຮັບປະກັນ ໃຫ້ຂະແໜງການເງິນຂອງປະ ເທດມີການປ່ຽນແປງໃໝ່ຢ່າງ ຮອບດ້ານ ໂດຍສ້າງໃຫ້ມີ ຄວາມໂປ່ງໃສ, ແກ້ໄຂປະກົດ ການຫຍໍ້ທໍ້ໃນທຸກຮູບແບບ ແລະ ຫັນໄປສູ່ຄວາມທັນສະ ໄໝ, ໄປພ້ອມໆກັບການຂະ ຫຍາຍຖານລາຍຮັບໃໝ່ທີ່ ຄວບຄູ່ການຂຸດຄົ້ນແຫຼ່ງລາຍ ຮັບທີ່ບົ່ມຊ້ອນ ໃຫ້ມີການເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ, ສາມາດຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ສ້າງເງື່ອນໄຂໃຫ້ ແກ່ການນຳເອົາປະເທດຊາດ ຫຼຸດພົ້ນອອກຈາກສະຖານະ ພາບດ້ອຍພັດທະນາ ໃນປີ 2020 ໂດຍຕັ້ງເປົ້າຈະເກັບ ລາຍຮັບໃຫ້ໄດ້ເພີ່ມຂຶ້ນຈາກ 5 ປີຜ່ານມາເຖິງ 50%.

ອີງຕາມການລາຍງານ ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ ກ່ຽວກັບ ທິດທາງແຜນງົບປະມານແຫ່ງ ລັດ 5 ປີຄັ້ງທີ VIII (2016-2020) ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງ ຊາດ ຊຸດທີ VIII ວ່າ:

ການຈັດ ຕັ້ງປະຕິບັດງົບປະມານແຫ່ງ ລັດໃນໄລຍະ 5 ປີຜ່ານມາ ໄດ້ ດຳເນີນໄປໃນເງື່ອນໄຂທີ່ສະ ພາບເສດຖະກິດຂອງໂລກ ແລະ ພາກພື້ນບໍ່ທັນຟື້ນໂຕ ແລະ ມີຫຼາຍດ້ານບໍ່ເອື້ອອຳນວຍ, ແຕ່ດ້ວຍການຊີ້ນຳ, ນຳ ພາຢ່າງໃກ້ຊິດຂອງກົມການ ເມືອງສູນກາງພັກ ແລະ ລັດ ຖະບານ ຈຶ່ງເຮັດໃຫ້ການຈັດ ຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ໄດ້ຮັບໝາກຜົນດີພໍ ສົມຄວນ, ສາມາດຂຸດຄົ້ນເກັບ ລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງສາມາດຕອບສະໜອງແຫຼ່ງ ທຶນຢ່າງພຽງພໍໃຫ້ແກ່ການພັດທະນາ ໂດຍສະເພາະ ແມ່ນສາມາດແກ້ໄຂໄດ້ລາຍຈ່າຍທີ່ ເປັນບຸລິມະສິດຂອງລັດຖະ ບານ ເປັນຕົ້ນລາຍຈ່າຍເງິນ ເດືອນ, ເງິນອຸດໜູນລາຍຈ່າຍ ຮັບໃຊ້ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ລາຍ ຈ່າຍຊຳລະໜີ້ສິນຕ່າງປະເທດ, ໜີ້ສິນພາຍໃນ ແລະ ລາຍຈ່າຍ ອື່ນໆ.

ສຳລັບທິດທາງຂອງແຜນ ງົບປະມານແຫ່ງລັດ 5 ປີຄັ້ງທີ VIII

+ ລາຍຮັບລວມແມ່ນຈະສູ້ ຊົນສຸດຂີດໃຫ້ໄດ້ທັງໝົດປະມານ 149,6 ພັນຕື້ກີບຢູ່ໃນ ລະຫວ່າງ 19-20% ຂອງລວມ ຍອດຜະລິດຕະພັນພາຍໃນ (ຈີດີພີ), ທຽບໃສ່ໃນ 5 ປີຜ່ານ ມາເພີ່ມຂຶ້ນ 50%, ລາຍຮັບ ພາຍໃນແມ່ນຈະສູ້ຊົນປະຕິບັດໃຫ້ໄດ້ປະມານ 131,8 ພັນຕື້ກີບ ເພີ່ມຂຶ້ນ 72% ແລະ ລາຍຈ່າຍສູ້ຊົນປະຕິບັດໃຫ້ໄດ້ ປະມານ 176,4 ພັນຕື້ກີບ, ທຽບໃສ່ປະຕິບັດໃນ 5 ປີຜ່ານ ມາເພີ່ມຂຶ້ນ 48,7% ແລະ ໃນ 5 ປີຂ້າງໜ້າ ຈະຄຸ້ມຄອງບໍ່ໃຫ້ ເກີນ 25% ຂອງຈີດີພີ.

+ ສະເພາະລາຍຈ່າຍເງິນ ເດືອນຄາດຄະເນປະມານ 60 ພັນຕື້ກວ່າກີບ ກວມ 8% ຂອງ ຈີດີພີ, ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 85% ໂດຍເລີ່ມແຕ່ ສົກປີ 2017 ເປັນຕົ້ນໄປຈະ ປັບປຸງເພີ່ມດັດຊະນີເງິນເດືອນ ໃຫ້ບໍ່ຫຼຸດອັດຕາການເຕີບໂຕ ຂອງເສດຖະກິດໃນແຕ່ລະປີ ຫຼື ເພີ່ມດັດຊະນີເງິນເດືອນປີລະ 500 ກີບ ກວມເອົາໂດຍສະ ເລ່ຍ 44,3% ແລະ ໃນໄລຍະ 5 ປີຂ້າງໜ້າ ຈະຄຸ້ມຄອງບໍ່ໃຫ້ ເກີນ 45% ຂອງລາຍຮັບພາຍ ໃນ ທັງຮັບປະກັນການຂາດດູນ ບໍ່ໃຫ້ເກີນ 5% ຂອງຈີດີພີ ປະ ມານ 26,8 ພັນຕື້ກີບ, ລື່ນປະ ຕິບັດໃນ 5 ປີຜ່ານມາ 7,8 ພັນ ຕື້ກີບ ຫຼື ເທົ່າກັບ 41%.

ອີງຕາມການເປີດເຜີຍ ຈາກກະຊວງການເງິນ ເລີ່ມແຕ່ວັນທີ 1 ມັງກອນ 2018-ວັນທີ 4 ເມສາ 2018 + ໃນທົ່ວປະເທດປະຕິບັດເກັບ​ລາຍ​ຮັບໄດ້ທັງໝົດ 5.297,09 ຕື້ ກີບ ເທົ່າກັບ 20,81% ຂອງ ແຜນການປີ.

+ ສ່ວນການປະຕິບັດລາຍ ຈ່າຍທົ່ວປະເທດ ປະຕິບັດໄດ້ ທັງໝົດ 4.617,89 ຕື້ກີບ ເທົ່າ ກັບ 14,07% ຂອງແຜນການ ປີ.

ທ່ານຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງ ການເງິນ ໄດ້ກ່າວວ່າ: ຕ້ອງເອົາໃຈໃສ່ປະຕິບັດບັນດາມາດຕະການດ້ານການເງິນທີ່ສຳຄັນ ເປັນຕົ້ນປັບປຸງການສ້າງແຜນ ງົບປະມານແຫ່ງລັດ ຢ່າງມີວິ ທະຍາສາດ, ການສ້າງແຜນງົບປະມານຕ້ອງ ສອດຄ່ອງກັບແນວທາງຂອງ ພັກ, ນະໂຍບາຍຂອງລັດ, ຖືກ ຕ້ອງຕາມກົດໝາຍ, ສອດຄ່ອງ ກັບແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດ, ປັບປຸງການຄຸ້ມຄອງຂະແໜງ ການເງິນສູ່ທັນສະໄໝ ແລະ ມີປະສິດທິຜົນ.ພັດທະນາວຽກງານຄຸ້ມຄອງລວມສູນງົບປະມານ, ພັດທະນາຂະແໜງການເງິນທ້ອງ ຖິ່ນ ຕາມສາຍຕັ້ງ ແລະ ທິດສາມສ້າງ: ໂດຍສະເພາະແມ່ນ 3 ຂະແໜງການ (ພາສີ, ສ່ວຍ ສາອາກອນ ແລະ ຄັງເງິນແຫ່ງ ຊາດ) . ທັງໝົດນັ້ນ ແມ່ນທິດທາງ ແຜນການ, ຄາດໝາຍໃຫຍ່ສູ້ ຊົນ ແລະ ມາດຕະການຈັດຕັ້ງ ປະຕິບັດດ້ານການເງິນ ເພື່ອ ເຮັດໃຫ້ວຽກງານການຄຸ້ມຄອງ ລາຍຮັບ-ລາຍຈ່າຍງົບປະມານ ແຫ່ງລັດໄປສູ່ລະບົບທີ່ຄົບຊຸດ, ທັນສະໄໝໂປ່ງໃສ, ເຂັ້ມງວດ, ສາມາດກວດສອບໄດ້, ຖືກ ຕ້ອງຕາມລະບຽບກົດໝາຍ ແລະ ສອດຄ່ອງກັບສະພາບ ເງື່ອນໄຂຕົວຈິງ. ທັງນີ້ ກໍເພື່ອແນໃສ່ຫຼຸດ ຜ່ອນຊ່ອງວ່າງໃນການສວຍ ໃຊ້, ຈຳກັດການຮົ່ວໄຫຼ, ສາມາດແກ້ໄຂໄດ້ປະກົດການ ຫຍໍ້ທໍ້ຕ່າງໆທີ່ສຳຄັນແມ່ນເຮັດ ໃຫ້ການປະຕິບັດແຜນລາຍຮັບ ບັນລຸຜົນສຳເລັດ, ສາມາດ ຕອບສະໜອງການປະຕິບັດ ແຜນລາຍຈ່າຍໄດ້ຢ່າງຂາດ ຕົວ ແລະ ກາຍເປັນເງື່ອນໄຂ ເອື້ອອຳນວຍໃຫ້ແກ່ການພັດ ທະນາວຽກງານຮອບດ້ານຂອງ ປະເທດໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ກ້າວໄປສູ່ ຄວາມຈະເລີນຮຸ່ງເຮືອງສີວິໄລ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.