ສະຫຼອງວັນສ້າງຕັ້ງ ສຳນັກຂ່າວສານປະເທດລາວ ຄົບຮອບ 50 ປີ

14:20 | 10/05/2018

ເມື່ອວັນທີ 9 ພຶດສະພາທີ່​ຜ່ານ​ມາ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 50 ປີ (6/1/1968-6/1/2018) ໄດ້ຈັດຂຶ້ນ ທີ່ຫ້ອງການດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບັນດາພະນັກງານ-ລັດຖະກອນສຳນັກຂ່າວສານປະເທດລາວ ແລະ ແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

ສະຫຼອງວັນສ້າງຕັ້ງ ສຳນັກຂ່າວສານປະເທດລາວ ຄົບຮອບ 50 ປີ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸດ​ລິດ ​ໃຫ້​ກຽດ​ເປັນ​ປະ​ທານ ໃນ​ພິ​ທີເຫຼີມສະຫຼອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 50 ປີ (6/1/1968-6/1/2018)

ໃນໂອກາດດັ່ງກ່າວ, ທ່ານ ສູນທອນ ຄັນທະວົງ ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຂ່າວສານປະເທດລາວ ຕະຫຼອດໄລຍະ 5 ທົດສະວັດ ຜ່ານມາທີ່ຕິດພັນຢ່າງສະໜິດແໜ້ນກັບພາລະກິດປະຕິວັດ ໃນແຕ່ລະໄລຍະ ແລະ ມູນເຊື້ອແຫ່ງນ້ຳໃຈຕໍ່ສູ້ອັນເດັດດ່ຽວ, ບຸກບືນຜ່ານຜ່າຄວາມຫຍຸ້ງຍາກນາໆປະການຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ. ເຖິງຈະມີຄວາມຫຍຸ້ງຍາກປານໃດກໍ ຕາມ, ແຕ່ດ້ວຍຄວາມຮັບຜິດຊອບຕໍ່ພາລະບົດບາດຂອງຕົນສຳນັກຂ່າວສານປະເທດລາວກໍໄດ້ເຕີບໃຫຍ່ຂະຫຍາຍຕົວ ທັງປະລິມານ, ຄຸນນະພາບ, ຫັນໄປສູ່ຄວາມທັນສະໄໝ ແລະ ມີການເຊື່ອມໂຍງກັບສາກົນ.

ມາຮອດປັດຈຸບັນໄດ້ມີເວັບໄຊ ເປັນ 3 ພາສາ ມີພາສາລາວ, ອັງກິດ ແລະ ຝຣັ່ງ. ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ຊຶ່ງ ກ່ອນອື່ນທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ສຳນັກງານຂ່າວສານປະເທດ ລາວ ຕະຫຼອດໄລຍະ 50 ປີ ຜ່ານມາ. ທ່ານໄດ້ ຍົກໃຫ້ເຫັນ 4 ໄລຍະຂອງສະ ໜາມຮົບສື່ມວນຊົນທີ່ຕິດພັນ ກັບການປະຕິວັດລາວຄື: ໄລຍະຕໍ່ສູ້ກູ້ຊາດ, ໄລຍະກ່ອນຍຶດ ອຳນາດ ພາຍຫຼັງມີສັນຍາປີ 1973, ໄລຍະຮຳບາດແຜສົງ ຄາມ, ພື້ນຟູເສດຖະກິດ, ປ້ອງ ກັນການແຊກແຊງຈາກພາຍ ນອກ ປີ 1975 - 1985 ແລະ ໄລ ຍະດຳເນີນພາລະກິດປ່ຽນແປງ ໃໝ່ ນັບແຕ່ປີ 1986 ເປັນຕົ້ນມາຮອດປັດຈຸບັນ.

ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳ​ວ່າ: ໜຶ່ງ, ໃຫ້ສືບຕໍ່ເປັນກະ ບອກສຽງຂອງພັກ - ລັດໃຫ້ໜັກ ແໜ້ນ. ສອງ, ສື່ມວນຊົນລາວ ຕ້ອງກາຍເປັນອາຫານທີ່ດີມີຄຸນ ນະພາບຂອງປະຊາຊົນທີ່ຢາກ ກິນ, ຢາກດື່ມທຸກມື້ແບບຂາດ ບໍ່ໄດ້. ສາມ, ສືບຕໍ່ເປັນສື່ປະຊາ ສຳພັນທີ່ດີລະຫວ່າງຄົນລາວ ຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ແລະ ກັບຄົນຕ່າງປະເທດ ສີ່, ສືບ ຕໍ່ໃຫ້ຄວາມຮູ້ຄວາມເຂົ້າໃຈ ຢ່າງຖືກຕ້ອງຕາມແນວທາງ ນະໂຍບາຍຂອງພັກໃຫ້ແກ່ປະ ຊາຊົນຫຼາຍເທົ່າທີ່ຈະຫຼາຍໄດ້.

ໃນໂອກາດອັນສະຫງ່າ ລາສີນີ້, ທ່ານລັດຖະມົນຕີ ບໍ່ແສງຄຳ ວົງດາລາ ໄດ້ຕາງ ໜ້າລັດຖະບານປະດັບຫຼຽນ ໄຊອິດສະຫຼະຊັ້ນ I ໃຫ້ສຳນັກ ຂ່າວສານປະເທດລາວທີ່ມີ ຜົນງານດີເດັ່ນຕະຫຼອດໄລຍະ 50 ປີຜ່ານມາ, ອັນໄດ້ປະກອບ ສ່ວນສຳຄັນເຂົ້າໃນພາລະກິດ ປົດປ່ອຍຊາດ, ຍາດເອົາເອ ກະລາດມາສູ່ປະເທດຊາດ ໄດ້ຢ່າງສົມບູນກໍຄືພາລະກິດ ປົກປັກຮັກສາ ແລະ ສ້າງສາ ປະເທດຊາດທີ່ນັບມື້ເຕີບໃຫຍ່ ເຂັ້ມແຂງ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.