ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ສ ສິງກະໂປ

09:00 | 10/05/2018

ໃນລະຫວ່າງ ວັນທີ 9-10 ພຶດສະພາ 2018ນີ້,ພະນະທ່ານ ນາງ ຮາລິມາ ຢາໂຄບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ; ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ສິງກະໂປ ໃນລະຫວ່າງ.

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ສ ສິງກະໂປ

ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສ​ປ​ປ ລາວ ແລະ ພະນະທ່ານ ນາງ ຮາລິມາ ຢາໂຄບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ

ໂດຍຕອບສະໜອງ ຕາມຄຳເຊີນຂອງ ພະນະທ່ານ ນາງ ຮາລິມາ ຢາໂຄບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ; ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ສິງກະໂປ ໃນລະຫວ່າງ ວັນທີ 9-10 ພຶດສະພາ 2018, ເຊິ່ງເປັນການຢ້ຽມຢາມສິງກະໂປຄັ້ງທໍາອິດ ນັບແຕ່ເຂົ້າດໍາລົງຕໍາແໜ່ງ ເປັນປະທານປະເທດ ແຫ່ງ ສປປ ລາວ, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ອັນດີງາມ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃຫ້ນັບມື້ ນັບຂະຫຍາຍຕົວຍິ່ງຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ສຳນັກງານປະທານາທິບໍດີ ສິງກະໂປ. ພາຍຫລັງ ສຳເລັດພິທີຕ້ອນຮັບ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ພະນະທ່ານ ປະທານາທິບໍດີ ຮາລິມາ ຢາໂຄບ ໄດ້ພົບປະສອງ ຝ່າຍ. ໃນການພົບປະຄັ້ງນີ້, ຜູ້ນຳທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຕະຫລອດໄລຍະ 44 ປີຜ່ານມາ, ຄືນັບແຕ່ ສອງປະເທດ ລາວ ແລະ ສິງກະໂປ ໄດ້ສ້າງສາຍພົວພັນການທູດນຳກັນ ໃນປີ 1974 ເປັນຕົ້ນມາ, ເຊິ່ງສາມາດຍາດມາໄດ້ ຜົນສຳເລັດຫລາຍດ້ານ, ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ອັນໄດ້ນຳເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ, ເຫັນໄດ້ຈາກການແລກປ່ຽນ ການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຂອງການນຳຂັ້ນສູງ ຈົນເຖິງວິຊາການຕ່າງໆ ຂອງສອງປະເທດ ແລະ ການຮ່ວມມື ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ ເຂັ້ມແຂງເຂົ້າສູ່ລວງເລິກ.

ໃນໂອກາດນີ້, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ແລະ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ລັດຖະບານ ກໍ່ຄືປະຊາຊົນສິງກະໂປ ຕໍ່ ສປປ ລາວ ໃນດ້ານຕ່າງໆ ເປັນຕົ້ນແມ່ນ ການພັດທະນາ ຊັບພະຍາກອນມະນຸດ, ການສົ່ງ ອາສາສະໝັກຊາວໜຸ່ມ ແລະ ຄະນະແພດ ຂອງສິງກະໂປ ເຂົ້າມາຊ່ວຍເຫລືອ ບັນດາໂຮງຮຽນ ແລະ ຊຸມຊົນຕ່າງໆ ຢູ່ ສປປ ລາວ, ພ້ອມທັງການຊ່ວຍເຫລືອ ດ້ານຕ່າງໆແກ່ ສປປ ລາວ ໃນການເປັນ ປະທານອາຊຽນ ໃນປີ 2016 ທີ່ຜ່ານມາ. ພ້ອມດຽວກັນນັ້ນ, ພະນະທ່ານ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຊົມເຊີຍ ສິງກະໂປ ຕໍ່ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 32 ພາຍໃຕ້ຄຳຂວັນ “ຄວາມເຂັ້ມແຂງ ແລະ ທັນສະໄໝ” ຊຶ່ງເປັນຫົວຂໍ້ທີ່ສອດຄ່ອງ ກັບສະພາບຄວາມເປັນຈິງ ໃນປັດຈຸບັນ ແລະ ແທດເໝາະກັບບົດບາດ ນຳໜ້າຂອງສິງກະໂປ ໃນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມທັນສະໄໝ ແລະ ໄດ້ຢືນຢັນວ່າ ສປປ ລາວ ພ້ອມທີ່ຈະໃຫ້ການຮ່ວມມື ຢ່າງເຕັມປ່ຽມ ໃນການບັນລຸເປົ້າໝາຍ ຂອງການເປັນປະທານອາຊຽນໃນຄັ້ງນີ້.

ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະເໜີ ໃຫ້ຝ່າຍສິງກະໂປຊຸກຍູ້ ແລະ ລະດົມນັກລົງທຶນ ຂອງສິງກະໂປເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ, ເຊິ່ງປັດຈຸບັນ ລັດຖະບານລາວ ກໍ່ໄດ້ມີມາດຕະການ ໃນການອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂ ໃນການດຶງດູດ ແລະ ສົ່ງເສີມການລົງທຶນ ຂອງຕ່າງປະເທດຢູ່ລາວ; ພ້ອມທັງ ຊ່ວຍເຊີນຊວນ ນັກທ່ອງທ່ຽວສິງກະໂປ ມາທ່ອງທ່ຽວຢູ່ລາວ ໃຫ້ຫລາຍຂຶ້ນ ໃນໂອກາດ ປີທ່ອງທ່ຽວລາວ 2018 ນີ້ ເຊິ່ງລະຫວ່າງ ສອງປະເທດກໍ່ມີສາຍການບິນໂດຍກົງ ແລ້ວອາທິດລະສາມຄັ້ງ. ໃນຕອນທ້າຍ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ເຊື່ອເຊີນ ພະນະທ່ານ ປະທານາທິບໍດີ ຮາລິມາ ຢາໂຄບ ຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ.
ໃນໂອກາດດຽວກັນ, ພະນະທ່ານ ປະທານາທິບໍດີ ຮາລິມາ ຢາໂຄບ ກໍໄດ້ສະແດງ ຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສ ສິງກະໂປ ຂອງພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງສະເເດງຄວາມຊົມເຊີຍ ສປປ ລາວ ທີ່ມີການພັດທະນາ, ເສດຖະກິດຂະຫຍາຍສູງ ໃນບັນດາປະເທດອາຊຽນ, ຍິນດີຈະໃຫ້ຄວາມຊ່ວຍເຫລືອ ໃຫ້ການພັດທະນານັບມື້ຂະຫຍາຍຕົວດີ.

ພາຍຫລັງ ສຳເລັດການພົບປະ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ພະນະທ່ານ ປະທານາທິບໍດີ ຮາລິມາ ຢາໂຄບ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຈຳນວນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແຫ່ງ ສ ສິງກະໂປ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ ແຫ່ງ ສ ສິງກະໂປ. ຂໍ້ຕົກລົງ ສອງສະບັບດັ່ງກ່າວ ຈະເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການຮ່ວມມືສອງຝ່າຍ ແລະ ເສີມຂະຫາຍການພົວພັນຮ່ວມກັນ ໃຫ້ກວ້າງຂວາງ ແລະ ສະໜິດແໜ້ນຍິ່ງໆຂຶ້ນ.

ໃນລະຫວ່າງ ການຢ້ຽມຢາມສິງກະໂປໃນຄັ້ງນີ້, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ, ທີ່ ສໍານັກງານ ປະທານາທິບໍດີ; ຢ້ຽມຢາມອົງການພັດທະນາຕົວເມືອງ ແລະ ຫ້ອງການສົ່ງເສີມການທ່ອງທ່ຽວຂອງ ສິງກະໂປ ອີກດ້ວຍ.

ການພົວພັນຮ່ວມມືດ້ານການຄ້າ ລະຫວ່າງ ລາວ ແລະ ສິງກະໂປ ໃນປີ 2017 ມີມູນຄ່າປະມານ 38 ລ້ານໂດລາສະຫະລັດ; ການລົງທຶນ ຂອງສິງກະໂປ ຢູ່ ລາວ ມີຈຳນວນ 79 ໂຄງການ, ມີມູນຄ່າທັງໝົດ 187 ລ້ານໂດລາສະຫະລັດ, ຖືກຈັດ ຢູ່ໃນອັນດັບທີ 11 ຈາກ 52 ປະເທດ ທີ່ມາລົງທຶນ ຢູ່ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.