ພິທີປົງອັດຖິຂອງນັກຮົບອາສາສະໝັກຫວຽດນາມທີ່ເສຍສະຫຼະຢູ່ສະໜາມຮົບລາວ

16:16 | 10/05/2018

ຍ​ສ​ໝ - ຕອນເຊົ້າຂອງວັນທີ 10 ພຶດສະພາ, ທີ່ສະສານນັກຮົບວິລະຊົນ ແຫ່ງຊາດ ເສັ້ນທາງເລກ 9, ຫ້ອງວ່າການປົກຄອງແຂວງ ກວ້າງຈິ ໄດ້ຈັດພິທີ ມອບຮັບ ແລະ ພິທີປົງ ອັດຖິຂອງນັກຮົບຜູ່ເສຍສະຫຼະ ທີ່ເປັນທະຫານອາສາສະໝັກ, ນັກວິຊາການຂອງຫວຽດນາມ ທີ່ເສຍຊີວິດຢູ່ປະເທດເພື່ອນ ລາວ.

ພິທີປົງອັດຖິຂອງນັກຮົບອາສາສະໝັກຫວຽດນາມທີ່ເສຍສະຫຼະຢູ່ສະໜາມຮົບລາວ

ພິ​ທີ​ປົງ​ອັດ​ຖິ 21 ອັດ​ຖິ ນັກ​ຮົບ​ວິ​ລະ​ຊົນ ທີ່​ເປັນ​ທະ​ຫານ​ອາ​ສາ​ສະ​ໝັກຫວຽດ​ນາມ ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ທີ່​ສະ​ໜາມ​ຮົບລາວ ​ທີ່​ສຸ​ສານ​ນັກ​ຮົບ​ວິ​ລະ​ຊົນ​ແຫ່ງ​ຊາດ ເສັ້ນ​ທາງ​ເລກ​ທີ 9, ແຂວງ ກວ້າງ​ຈິ. (ພາບ: ກ໋ວກ​ນາມ)

ຕາມ​ການ​ລາຍ​ງານ​ຂອງ ຫ້ອງວ່າ​ການ​ປົກ​ຄອງ​ແຂວງ ກວ້າງ​ຈິ, ນີ້​ແມ່​ນ​ຄັ້ງ​ທີ 32 ທີ່​ທ້ອງ​ຖິ່ນ​ໄດ້​ຮັບ​ອັດ​ຖິ​ນັກ​ຮົບ​ຜູ່​ເສຍ​ສະ​ຫຼະ​ຊີ​ວິດ​ທີ່​ສະ​ໜາມ​ຮົບ​ຂອງ ປະ​ເທດລາວ.

ຈຳ​ນວນ​ອັດ​ຖິ​ຂອງ​ນັກ​ຮົບ​ເທື່ອນີ້​ໄດ້​ຖືກ ພ​ະ​ນັກ​ງານ, ທະ​ຫານກອງ​ຄົ້ນ​ຫາ ອັດ​ຖິ ຂອງ​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ກວ້າງ​ຈິ ຊອກ​ໄດ້, ຂຸດ​ຂື້ນ​ມາ​ໃນ​ລະ​ດູ​ແລ້ງ​ ປີ 2017-2018 ທີ່​ແຂວງ ສະ​ຫວັນ​ນະ​ເຂດ ( ປະ​ເທດ ລາວ).

ໃນ​ການ​ຊອກ​ຫາ ຂຸດ​ຄົ້ນ ແລະ ນຳ​ບັນ​ດາ​ອັດ​ຖິ​ຂອງ​ນັກ​ຮົບ​ວິ​ລະ​ຊົນ​ກັບ​ມາ​ປົງ​ທີ່​ແຜ່ນ​ດິນ​ແມ່ ສະ​ແດງ​ເຖິງ​ໜ້າ​ທີ່ ແລະ ການ​ລະ​ລຶກ​ເຖິງ​ຄຸນ​ງານ​ຄວາມ​ດີ ຂອງ​ບັນ​ດາ​ນັກ​ຮົບ​ທີ່​ຍ້ອນ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ໄດ້​ເສຍ​ສະ​ຫຼະ​ເລືອດ​ເນື້ອ ໃຫ້​ແກ່​ພື້ນ​ຖານ​ຄວາມ​ເປັນ​ເອກ​ກະ​ລາດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ເພື່ອ​ຄວາມ​ສະ​ຫງົ​ບ​ສຸກ​ຂອງ​ປະ​ຊາ​ຊົນ.

ອັນ​ນີ້​ກໍ່​ເປັນ​ຜົນ​ສຳ​ເລັດ​ຂອງ​ມິດ​ຕະ​ພາບ​ອັນ​ໂປ່ງ​ໃສ, ຊື່​ສັດ, ​ຄວາມ​ສາ​ມັກ​ຄີ​ພິ​ເສດເກົ່າ​ແກ່​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ-ລາວ.

ນອກ​ຈາກ ອັດ​ຖິ 21 ອັດ​ຖິ​ນີ້​ແລ້ວ ໃນ​ໂອ​ກາດ​ທີ່​ແຂວງ​ກ້​ວາງ​ຈິ ກໍ່​ຍັງ​ໄດ້​ຮັບ ແລະ ປົງ​ອັດ​ຖິ​ລວມ ທີ່​ທ​ະ​ຫານ​ກອງ​ຄົ້ນ​ຫາ ຊອກ​ອັດ​ຖິດ​ນັກ​ຮົບ​ວິ​ລະ​ຊົນ ຊອກ​ຫາ​ມາ​ໄດ້​ຈາກ​ແຜ່ນ​ດິນ​ລາວ.

ກ່ອນ​ໜ້າ​ນີ້​ໜື່ງ​ມື້ ຫ້ອງ​ວ່າ​ການ​ປົກ​ຄອງ​ແຂວງ ກວ້າງ​ບິ່ງ ກໍ່​ໄດ້​ປົງ​ອັດ​ຖິ ຈຳ​ນວນ 18ອັດ​ຖິ ນັກ​ຮົບ​ວິ​ລະ​ຊົນ​ ທີ່​ເປັນ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ເສຍ​ສະ​ຫຼະ​ຊີ​ວິດ​ຢູ່​ສະ​ໜາມ​ຮົບ ປະ​ເທດ​ລາວ ທີ່​ສຸ​ສານ​ນັກ​ຮົບ​ວິ​ລະ​ຊົນ ບາ​ໂຢກ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.