ໃນວັນທີ 26 ແລະວັນທີ 27 ກໍລະກົດ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງ ກອນຕຸມ ໂດຍທ່ານພັນເອກ ເລແທງຕຸ່ງ ຮອງຜູ້ບັນຊາການທະຫານຊາຍແດນແຂວງກອນຕຸມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມຖາມຂ່າວ, ປຸກລະດົມກໍາລັງໃຈ ແລະໜູນຊ່ວຍປະຊາຊົນແຂວງອັດຕະປື, ສປປ ລາວ ທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນວັນທີ 23 ກໍລະກົດທີ່ຜ່ານມາ
ຍສໝ - ໃນການຈັດອັດດັບປະເທດ ທີ່ມີຄວາມສະຫງົບ ປີ 2018 ທີ່ຜ່ານມາ, ລາວຍັງເປັນປະເທດທີ່ຍັງຄົງຮັບສາໄວ້ແຫ່ງຄວາມສະຫງົບຂອງປະເທດ ເຖິງວ່າຈະຫຼຸດລົງມາຢູ່ສອງຂັ້ນກໍ່ຕາມ.
ຍສໝ - ຕອນເຊົ້າວັນທີ 27 ກໍລະກົດ ທ່ານ ດ່າວວັນຫ໋ຽວ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ຂອງລາວ ໄດ້ລົງພື້ນທີ່ຕົວຈິງເພື່ອຖາມຂ່າວຄາວ ແລະ ມອບເຄື່ອງຂອງໃຫ້ບັນດາຄອບຄົວຜູ້ປະສົບໄພຊາວຫວຽດນາມ.
ມື້ວານນີ້ທີ່ສະພາແຫ່ງຊາດ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ.
ວັນທີ 26 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ລາວ ບຸນທອງ ຈິດມະນີ.
ຍສໝ - ຕອນແລງຂອງວັນທີ 26 ຕາມການລົງພື້ນທີ່ຕົວຈິງຂອງ ນັກຂ່າວ ເຢີນຈີ໋ ຢູ່ເຂດປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື ສປປ ລາວ ບ່ອນເກີດເຫດເຂື່ອນແຕກອັນຮຸນແຮງ, ບັນດາຄະນະຊ່ວຍເຫຼືອກູ້ໄພ ສາກົນໄດ້ລະດົມລົດ, ເຮືອກາໂນ ເຈົ້າຊ່ວຍເຫຼືອພໍ່ແມ່ປະຊາຊົນ ເປັນຈຳນວນຫຼວງຫຼາຍ ແລະ ຊ່ວຍເຫຼືອຜູ້ທີ່ຕິດຢູ່ໃນພື້ນທີປະສົບໄພ.
ຍສໝ - ຕາມການລາຍງານຂອງກະຊວງການຕ່າງປະເທດ ມາຮອດວັນທີ 26 ກໍລະກົດ ຍັງບໍ່ທັນພົບເຫັນວ່າມີຄົນຫວຽດສູນຫາຍ; ຄົນຫວຽດນາມ ຈຳນວນ 15 ຄອບຄົວທີ່ໄດ້ຮັບຜົນກະທົບຈາກສາຍເຫດນຳ້ຖ້ວມແມ່ນໄດ້ຮັບການອົບພະຍົບໄປສະຖານທີ່ທີ່ປອດໄພແລ້ວ.
ຍສໝ - ໃນຫຼາຍມື້ຜ່ານມາ ທະຫານ, ອົງການ, ນັກທຸລະກິດ ຫວຽດນາມ ໄດ້ຮ່ວມຄຽງບ່າຄຽງໄລ່ກັບ ລັດຖະບານ ແລະ ປະຊາຊົນລາວ ແບ່ງປັນກັນຄວາມລຳບາກກັບປະຊາຊົນຜູ່ທີ່ຢູ່ເຂດ ມີຜົນກະທົບຈາກເຫດການ ເຂື່ອນເຊປຽນ-ເຊນຳ້ນ້ອຍແຕກ.
ຍສໝ - ຕອນແລງ 25 ກໍລະກົດ 2018 , ທີ່ຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ ພະນະທ່ານ ທອງລຸນ ສີສຸບິດ ໄດ້ອອກມາຖະແຫຼງຂ່າວ ຕໍ່ສື່ມວນຊົນທັງໃນ ແລະ ຕ່າງປະເທດ ກ່ຽວກັບເຫດການໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື.
ໃນວັນທີ 25 ກໍລະກົດ 2018 ທີ່ຄະນະໂຄສະນາອົບຮົມສູນກາງພັກ, ນະຄອນຫລວງວຽງຈັນ, ຄະນະຜູ້ແທນຂັ້ນສູງ ລາວ-ຫວຽດນາມ ໄດ້ມີການພົບປະສອງຝ່າຍ, ເຊິ່ງຝ່າຍລາວ ນໍາໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ແລະ ຝ່າຍ ຫວຽດນາມ ນໍາໂດຍ ສະຫາຍ ຫວໍ ວັນ ເຖືອງ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ຕອນບ່າຍວານນີ້ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ຈັດງານຖະແຫຼງຂ່າວກ່ຽວກັບ ຊຸດປື້ມເລື່ອງ ໂຮ່ຈີ໋ມິງ ພາກ II, IV, VI ເປັນພາສາລາວ.
ຍສໝ - ພາຍຫຼັງມີຂ່າວວ່າກ່ຽວກັບ ອ່າງເກັບນ້ຳເຂື່ອນໄຟຟ້າ ຢູ່ແຂວງອັດຕະປື ປະເທດລາວ ຊຸໃນວັນທີ 23 ກໍລະກົດ, ຄະນະບໍລິຫານງານສູນກາງ ສະມາຄົມມິດຕະພາບຫວຽດ-ລາວ ໄດ້ໂທລະເລກຖາມຂ່າວຄາວເຖິງ ສະມາຄົມມິດຕະພາບ ລາວ-ຫວຽດນາມ. ໜັງສືພິມໄດ້ລົງຂ່າວເນື້ອໃນຂອງການສົນທະນາຂອງ ຄະນະບໍລິຫານງານສູນກາງ ສະມາຄົມຫວຽດ-ລາວ.
ວັນທີ 24 ກໍລະກົດ, ຢູ່ນະຄອນດົງຮ່າ, ແຂວງກວາງຈິ້ ໄດ້ດຳເນີນການເຈລະຈາຂັ້ນສູງຕີລາຄາກາງສະໄໝຂໍ້ຕົກລົງຮ່ວມມືລະຫວ່າງ 2 ແຂວງກວາງຈິ້ (ຫວຽດນາມ) ແລະ ສາລາວັນ (ລາວ).
ຕອນບ່າຍວັນທີ 24 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ວ່າ “ວຽກງານແນວຄິດໃນປັດຈຸບັນ - ສະພາບການຕົວຈິງ, ບັນຫາທີ່ວາງອອກ ແລະມາດຕະການ”.
ຕອນບ່າຍວັນທີ 23 ກໍລະກົດ ຄະນະພະນັກງານຂັ້ນສູງ ທະຫານປະຊາຊົນລາວ ນຳໂດຍ ພັນເອກ ສອນທອງ ແກ້ວລໍຄຳ ຫົວໜ້າກົມ-ກົມສູ້ຮົບ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບ ກອງບັນຊາການ ທະຫານແຂວງ ເຫງະອານ.
ກະຊວງແຜນການ ແລະການລົງທຶນ ໂດຍແມ່ນຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານຮ່ວມມື, ລົງທຶນລາວ - ຫວຽດນາມ ທີ່ແຂວງ ສະຫວັນນະເຂດ.
ໂຄງການປະກວດແຕ້ມຮູບ ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ ປະຈຳປີ 2018 ຈັດຂຶ້ນເພື່ອສົ່ງເສີມໃຫ້ເຍົາວະຊົນລາວ ກ້າສະແດງອອກຜ່ານຄວາມຄິດສ້າງສັນ ແລະ ຈິນຕະນາການ ໂດຍມີສິລະປະ ເປັນສື່ກາງຜ່ານການແຕ້ມຮູບ ໃນຫົວຂໍ້ “ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ” ເຊິ່ງໃນປີນີ້ ມີຜົນງານເຂົ້າປະກວດຫລາຍກວ່າ 650.000 ຜົນງານ, ຈາກ 76 ປະເທດທົ່ວໂລກ.
ຍສໝ - ສະເຫຼີມສະຫຼອງຄົບຮອບ 71 ປີ ວັນຜູ້ເສຍອົງຄະ ແລະ ວິລະຊົນ ຫວຽດນາມ ( 27 ກໍລະກົດ 1947 -27 ກໍລະກົດ2018) ແລະ 41 ວັນເຊັນສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ 18 ກໍລະກົດ 1977- 18 ກໍລະກົດ 2018), ສູນກາງ ສະມາຄົມມິດຕະພາບ ຫວຽດນາມ -ລາວ, ຄະນະພົວພັນທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ຢູ່ລາວ ໄດ້ເຂົ້າວາງພວງມາລາ ຈູດທູບທຽນ ໃຫ້ແກ່ບັນດາວິລະຊົນ ຢູ່ທີ່ ສຸສານ ທະຫານວິລະຊົນ ສາກົນ ດົ່ງເຕິມ ແຂວງ ແທັງຮວ໋າ.
ຍສໝ - ປະຈຸບັນ ລາວ ແລະ ລາຊະອານາຈັກ ໄທ ໄດ້ມີຂົວມິດຕະພາບ ຂ້າມແມ່ນ້ຳ ຂອງທັງໝົດ 5 ແຫ່ງແລ້ວ. ປະຈຸບັນແມ່ນກຳລັງກະກຽມໃຫ້ແກ່ການສ້າງຂົວແຫ່ງທີ 6 ຄາດວ່າຈະສ້າງຢູ່ທີ່ ແຂວງ ສະລະວັນ.
ສອງວັນທີ່ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ, ປະເທດ ລາວ ໄດ້ດໍາເນີນກອງປະຊຸມວິທະຍາສາດລະຫວ່າງວິທະຍາຄານເສນາຮັກຫວຽດນາມ - ວິທະຍາຄານເສນາຮັກລາວ ຄັ້ງທໍາອິດ.