ເຫດການເຂື່ອນໄຟຟ້າເຊປ່ຽນແຕກ ຢູ່ລາວ: ຄອບຄົວຄົນຫວຽດນາມ 15 ຄອບຄົວໄດ້ຮັບຜົນກະທົບ

22:51 | 26/07/2018

ຍສໝ - ຕາມການລາຍງານຂອງກະຊວງການຕ່າງປະເທດ ມາຮອດວັນທີ 26 ກໍລະກົດ ຍັງບໍ່ທັນພົບເຫັນວ່າມີຄົນຫວຽດສູນຫາຍ; ຄົນຫວຽດນາມ ຈຳນວນ 15 ຄອບຄົວທີ່ໄດ້ຮັບຜົນກະທົບຈາກສາຍເຫດນຳ້ຖ້ວມແມ່ນໄດ້ຮັບການອົບພະຍົບໄປສະຖານທີ່ທີ່ປອດໄພແລ້ວ.

ເຫດການເຂື່ອນໄຟຟ້າເຊປ່ຽນແຕກ ຢູ່ລາວ: ຄອບຄົວຄົນຫວຽດນາມ 15 ຄອບຄົວໄດ້ຮັບຜົນກະທົບ

ພື້ນທີ່ໄດ້ຮັບຜົນກະທົບ.

ພາຍຫັຼງມີຂ່າວກ່ຽວກັບເຂື່ອນເຊປຽນ-ເຊນຳ້ນ້ອຍ ແຂວງອັດຕະປື ສປປ ລາວ ແຕກໃນວັນທີ 24 ກໍລະກົດ, ກະຊວງການຕ່າງປະເທດ ໄດ້ຊີ້ນຳໃຫ້ສະຖານທູດຫວຽດນາມ ຢູ້ນະຄອນຫຼວງວຽງຈັນ ແລະ ກົງສຸນໃຫຍ່ຫວຽດນາມ ຢູ່ປາກເຊ ໃຫ້ຮີບເຮັ່ງເຂົ້າຮ່ວມໃນການຊອກຫາຂໍ້ມູນຂ່າວສານ ແລະ ຈັດຕັ້ງປະຕິບັດມາດຕະການປົກປ້ອງຢ່າງຈຳເປັນທັນທ່ວງທີ ຖ້າຫາກມີພໍ່ແມ່ປະຊາຊົນຊາວຫວຽດນາມໄດ້ຮັບຜົນກະທົບ ແລະ ປະສົບໄພໃນເຫດການດັ່ງກ່າວນີ້.

ກົງສຸນໃຫຍ່ຫວຽດນາມ ຢູ່ທີ່ປາກເຊ ໄດ້ສົງພະນັກງານລົງພື້ນທີ່ຕົວຈິງເພື່ອຕິດຕາມສະຖານະການ, ເຮັດວຽກປະສານກັບອຳນາດການປົກຄອງທ້ອງຖິ່ນຂອງສອງແຂວງຄື ຈຳປາສັກແລະ ອັດຕະປື.

ຕາມການລາຍງານຂອງອຳນາດການປົກຄອງຂອງລາວໃຫ້ຮູ້ວ່າມາຮອດປະຈຸບັນ 26 ກໍລະກົດ ຍັງບໍ່ທັນພົບວ່າມີຜູ້ສູນຫາຍເປັນຄົນຫວຽດນາມຈັກຄົນ ໃນເຫດການດັ່ງກ່າວນີ້; ສ່ວນປະຊາຊົນຊາວຫວຽດນາມ 15 ຄອບຄົວທີ່ດຳລົງຊີວິດຢູ່ເຂດທີ່ໄດ້ຮັບຜົນກະທົບແມ່ນ ໄດ້ຮັບການອົບພະຍົບໄປຢູ່ທີ່ປອດໄພເປັນທີ່ຮຽບຮ້ອຍແລ້ວ; ພ້ອມນິ້ ກຳມະກອນຈຳນວນ 26 ຄົນຂອງກຸ່ມບໍລິສັດ ຮ່ວາງແອັງຢາລາຍ ແມ່ນໄດ້ຮັບການນຳໂຕກັບ ສຳນັກງານບໍລິສັດທີ່ອັດຕະປືເປັນທີ່ຮຽບຮ້ອຍແລ້ວຄືກັນ.

ກະຊວງການຕ່າງປະເທດ ໄດ້ຊີ້ນຳອົງການຕ່າງໜ້າຫວຽດນາມ ຢູລາວ ແລະ ຢູ່ປະເທດທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດ ຄືກຳປູເຈຍ ສືບຕໍ່ຕິດຕາມຢ່າງໄກ້ສິດສະຖານະການ, ຕື່ນຕົວຈັດຕັ້ງປະຕິບັດບັນດາມາດຕະການຊ່ວຍເຫຼືອອັນຈຳເປັນໃຫ້ແກ່ຄອບຄົວຄົນຫວຽດນາມທີ່ໄດ້ຮັບຜົນກະທົບຢູ່ເຂດທີ່ປະສົບໄພ ແລະ ປະສານສົມທົບຢ່າງສະໜິດແໜ້ນກັບ ອຳນາດການປົກຄອງທ້ອງຖິ່ນ ແລະ ອຳນາດການປົກຄອງ ພາຍໃນເພື່ອຊ່ວຍເຫຼືອແກ້ໄຂບັນຫາທີ່ເກີດຢ່າງທັນການ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.