ຄະນະບໍລິຫານງານ ມິດຕະພາບຫວຽດ-ລາວ ໂທລະເລກຖາມຂ່າວຄາວກ່ຽວກັບສະຖານນະການສັນເຂື່ອນຊຸ

12:06 | 25/07/2018

ຍ​ສ​ໝ - ພາຍຫຼັງມີຂ່າວວ່າກ່ຽວກັບ ອ່າງເກັບນ້ຳເຂື່ອນໄຟຟ້າ ຢູ່ແຂວງອັດຕະປື ປະເທດລາວ ຊຸໃນວັນທີ 23 ກໍລະກົດ, ຄະນະບໍລິຫານງານສູນກາງ ສະມາຄົມມິດຕະພາບຫວຽດ-ລາວ ໄດ້ໂທລະເລກຖາມຂ່າວຄາວເຖິງ ສະມາຄົມມິດຕະພາບ ລາວ-ຫວຽດນາມ. ໜັງສືພິມໄດ້ລົງຂ່າວເນື້ອໃນຂອງການສົນທະນາຂອງ ຄະນະບໍລິຫານງານສູນກາງ ສະມາຄົມຫວຽດ-ລາວ.

ຄະນະບໍລິຫານງານ ມິດຕະພາບຫວຽດ-ລາວ ໂທລະເລກຖາມຂ່າວຄາວກ່ຽວກັບສະຖານນະການສັນເຂື່ອນຊຸ

ພາບ​ມຸງ​ສູງ​ເຂດ​ປະ​ສົບ​ໄພ​ພິ​ບັດ ຢູ່​ແຂວງ​ອັດ​ທະ​ປື.

ຮຽນ​ບັນ​ດາ​ສະ​ຫາຍ​ທີ່​ຮັກ​ແພງ!

ພວ​ກ​ເຮົາ​ມີ​ຄວາມ​ໂສກ​ເສົ້າ​ແລະເປັນ​ຫວ່າງ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ: ວັນ​ທີ 23 ກໍ​ລະ​ກົດ 2018 ເຂື່ອນ​ພະ​ລັງ​ງານ​ນ້ຳ ຢູ່​ແຂວງ​ອັດ​ຕະ​ປື ປ​ະ​ເທດ​ລາວ​ຂອງ​ພວກ​ສະ​ຫາຍ ແຕກ, ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​, ສູນ​ເສຍ​ທັງ​ຄົນ ແລະ ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ. ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ-ລາວ ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ຢ່າງ​ສຸດ​ຊື້ງ​ມາ​ຍັ ບັນດາ​ສະ​ຫາຍ ແລະ ສົ່ງ​ຜ່ານ​ບັນ​ດາ​ສະ​ຫາຍ​ໄປ​ຍັງ ຄອບ​ຄົວ​ປະ​ຊາ​ຊົນ​ທີ່​ປະ​ສົບ​ໄພ​ອັນ​ຮ້າຍ​ແຮງ​ໃນ​ຄັ້ງ​ນີ້ດ້ວຍ. ພວກ​ເຮົາ​ຫວັງ​ເປັນ​ຢ່າງ​ຍິ່ງ ແລະ ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ-ລັດ​ຖະ​ບານ​ລາວ ແລະ ອຳ​ນາດ​ການ​ປົກ​ຄອງ​ແຂວງ​ອັດ​ຕະ​ປື, ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ​ພິ​ບັດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອແລະ​ແກ້​ໄຂ​ຜົນ​ກະ​ທົບ​ຢ່າງວ່ອງ​ໄວ, ເຮັດ​ໃຫ້​ການ​ດຳ​ລົງ​ຊີ​ວິດ​ກັບ​ຄືນ​ມາ​ຄື​ເກົ່າ ແລະ ແກ້​ໄຂ​ການ​ຜ​ລິດ. ພະ​ນັກ​ງານ​ຂອງ​ສະ​ມາ​ຊິກ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ-ລ​າວ ທຸກ​ຂັ້ນ​ທົ່ວ​ປະ​ເທດ​ຫວຽດ​ນາມ ມີ​ຄວາມ​ເຫັນ​ໃຈ​ ແລະ ຕິດ​ຕາມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແກ້​ໄຂ​ຜົນ​ກ​ະ​ທົບ​ຂອງ ເຫດ​ການ​ໄພ​ພິ​ບັດ​ຄັ້ງ​ຍິ່ງ​ໃຫຍ່​ນີ້​ດ້ວຍ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.