ກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

19:35 | 24/07/2018

ຕອນບ່າຍວັນທີ 24 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ວ່າ “ວຽກງານແນວຄິດໃນປັດຈຸບັນ - ສະພາບການຕົວຈິງ, ບັນຫາທີ່ວາງອອກ ແລະມາດຕະການ”.

ກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

ທ່ານຫວໍວັນເຖືອງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ

ກ່າວຄໍາເຫັນນະທີ່ນີ້, ທ່ານຫວໍວັນເຖືອງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວຽດນາມ, ຢັ້ງຢືນວ່າ ກອງປະຊຸມສໍາມະນາຄັ້ງນີ້ ແມ່ນການເຄື່ອນໄຫວມີຄວາມໝາຍສໍາຄັນ ທັງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນສະພາບການວຽກງານແນວຄິດ, ທິດສະດີພວມໄດ້ຮັບຄວາມເອົາໃຈໃສ່ຢ່າງສຸດຂີດຈາກ ສອງພັກ, ສອງລັດ ພັກກອມມູນິດຫວຽດນາມ ຍາມໃດກໍກໍານົດວຽກງານແນວຄິດ, ທິດສະດີແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນແຖວໜ້າຂອງພັກ, ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນຂອງວຽກງານການນໍາພາ ແລະ ແມ່ນວິທີການນໍາພາຕົ້ນຕໍຂອງພັກໃນການປະຕິບັດໜ້າທີ່ດ້ານການເມືອງຂອງແຕ່ລະໄລຍະປະຕິວັດ.

ທ່ານຫວໍວັນເຖືອງ ແບ່ງປັນວ່າ ໃນພາລະກິດແຫ່ງການປ່ຽນແປງໃໝ່ທົ່ວປະເທດຢ່າງຮອບດ້ານ ຄືປັດຈຸບັນ, ວຽກງານແນວຄິດ, ທິດສະດີ ໄດ້ຖືເປັນສໍາຄັນ ແລະ ເພີ່ມທະວີ, ປະກອບສ່ວນສ້າງຄວາມເປັນເອກະພາບໃນພັກ, ຄວາມເຫັນດີເຫັນພ້ອມໃນສັງຄົມ. ທ່ານຫວໍວັນເຖືອງ ປາດຖະໜາວ່າ ສອງຝ່າຍຈະແບ່ງປັນ, ແລກປ່ຽນບົດຮຽນ, ສຶກສາຄົ້ນຄວ້າທິດສະດີ, ສະຫຼຸບສະພາບການຕົວຈິງ ເປັນປະຈໍາ, ໃນນັ້ນ ມີເລື່ອງເພີ່ມທະວີການພົວພັນຮ່ວມມືໃນຂົງເຂດແນວຄິດ, ທິດສະດີ, ປະກອບສ່ວນຢ່າງບໍ່ຢຸດຢັ້ງເຂົ້າໃນການຍົກສູງຄຸນນະພາບຂອງວຽກງານແນວຄິດ, ທິດສະດີຂອງແຕ່ລະພັກ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ຢູ່ແຕ່ລະປະເທດຢ່່າງມີໄຊ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.