ຖະແຫຼງຂ່າວ ຊຸດປື້ມເລື່ອງ ໂຮ່ຈີ໋ມິງ ເປັນພາສາລາວ

13:03 | 25/07/2018

ຍ​ສ​ໝ - ຕອນບ່າຍວານນີ້ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ຈັດງານຖະແຫຼງຂ່າວກ່ຽວກັບ ຊຸດປື້ມເລື່ອງ ໂຮ່ຈີ໋ມິງ ພາກ II, IV, VI ເປັນພາສາລາວ.

ເຂົ້າ​ຮ່ວມ​ໃນ​ງານ​ຖະ​ແຫຼງ​ຂ່າວ​ຄັ້ງ​ນີ້​ມີ ສະ​ຫາຍ ວໍ໋​ວັນ​ເທື້ອງ ກຳ​ມະ​ການ​ກົມ​ການ​ເມືອງ, ກຳ​ມະ​ການ​ສູນ​ກາງ​ພັກ ຫົວ​ໜ້າ​ກຳ​ມະ​ການ​ໂຄ​ສະ​ນາ​ສູນ​ກາງ; ສະ​ຫາຍ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ກຳ​ມະ​ການ​ສູນ​ກາງ​ພັກ ກຳ​ມະ​ການ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລ​າວ; ກາ​ນ​ນຳ, ພະ​ນັກ​ງານ ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ໋​ມິງ, ສະ​ຖາ​ບັນ ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ​ລາວ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ສ ຫວຽດ​ນາມ ປະ​ຈຳ​ລາວ ທ່ານ ຫງວ໋ຽນ​ບ໋າ​ຮ່າງ…

ຖະແຫຼງຂ່າວ ຊຸດປື້ມເລື່ອງ ໂຮ່ຈີ໋ມິງ ເປັນພາສາລາວ

ການ​ນຳ​ທັງ​ສອງ​ສະ​ຖາ​ບັນ​ເປັນ​ສັກ​ຂີ​ພະ​ຍານ​ໃນ​ການມອບ​ຮັບ ຊຸດ​ປື້ມ​ເລື່ອງ ໂຮ່​ຈີ໋​ມິງ ພາກ II, IV, VI .

ກ່າວ​ຄຳ​ປາ​ໄສ​ທີ່ງ​ານ​ຖະ​ແຫຼງ​ຂ່າວ ຮ​ສ​ຈ.ປອ ຫງວ໋ຽນ​ຫວຽດ​ທ໋າວ ຮອງ​ອຳ​ນວຍ​ການ ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດໂຮ່​ຈີ໋​ມິງ​ໄດ້​ຍົ​ກ​ໃຫ້​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ: ປະ​ທານ​ໂຮ່​ຈີ໋​ມິງ ແມ່ນ ນັກ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ທີ່​ຍິ່ງ​ໃຫຍ່ແທ້​ຈິງ, ນັກ​ທິດ​ສະ​ດີ, ນັກ​ຍຸດ​ທະ​ສາດ​ທີ່​ອັດ​ສະ​ລິ​ຍະ. ປະ​ທານ​ໂຮ່​ຈີ໋​ມິງ ໄດ້​ອຸ​ທິດ​ທັງ​ຊີ​ວິດ​ຂອ​ງ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ປົດ​ປ່ອຍ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ພ້ອມ​ກັນ​ນັ້ນ​ຍັງ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ຂະ​ບວນ​ການ​ຕໍ່​ສູ້​ເພື່ອ​ສັນ​ຕິ​ພາບ, ເສ​ລີ​ພາບ​ບັນ​ດາ​ເຜົ່າ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ຂອງ​ສັງ​ຄົມ ໃນ​ໂລກ; ແນວ​ຄິດ ແລະ ຄຸນ​ສົມ​ບັດ ຂອງ​ໂຮ່​ຈີ໋​ມິງ ຍັງ​ຄົງ​ຢູ່​ໃນ​ໃຈ​ຂອງ​ປະ​ຊາ​ຊົນ​ຄອມ​ມູ​ນິດ ແລະ ປະ​ຊາ​ຊົນ​ທັງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ, ເປັນ​ຄັນ​ທຸງນຳ​ພາ, ຊີ​ທິດ​ເຍືອງ​ທາງ ໃຫ້​ຂະ​ບວນ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ຫວຽດ​ນາມ ແລະ ລາວ ຍາດ​ໄດ້​ໄຊ​ຊະ​ນະ.

ຮ​ສ​ຈ.ປອ ຫງວ໋ຽນ​ຫວຽດ​ທ໋າວ ເນັ້ນ​ໜັກ​ອີກວ່າ: ປື້ມ​ເລື່ອງ ໂຮ່​ຈີ໋​ມິງ ສະ​ບັບ​ເຕັມ​ແມ່ນ ຊຸດ​ປື້ມຄຼາດ​ສິກ, ສະ​ທ້ອນ​ເຖິງ​ຄວາມ​ອັດ​ສະ​ລິ​ຍະ, ​ສະ​ຕິ​ປັນ​ຍາ ຂອງ ປະ​ທານ ໂຮ່​ຈີ໋​ມິງ; ດ້ວຍ​ຄຸນ​ຄາ​ອັນ​ຍິ່ງ​ໃຫຍ່​ຫຼາຍ​ແງ່​ຫຼາຍ​ມຸມ, ຊຸດ​ປື້ມ ໂຮ່​ຈີ໋​ມິງ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວຽກ​ງານ​ກໍ​ສ້າງແນວ​ຄິດທິດ​ສະ​ດີ​, ວຽກ​ງານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ວຽກ​ງານ​ການກໍ່​ສ້າງ ສຶກ​ສາ​ອົບ​ຮົມພະ​ນັກ​ງານ​ຂອງ​ສອງ​ພັກ-ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ຫວຽດ​ນາມ-ລາວ.

ຖະແຫຼງຂ່າວ ຊຸດປື້ມເລື່ອງ ໂຮ່ຈີ໋ມິງ ເປັນພາສາລາວ

ຮ​ສ​ຈ.ປອ ທອງ​ສະ​ລິດ ມັງ​ໜໍ່​ເມກ ກຳ​ມະ​ການ​ສູນ​ກາງ​ພັກ, ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດລາວ.

ສ່ວນ​ສຳ​ລັບ​ລາວ ຮ​ສ​ຈ.ປອ ທອງ​ສະ​ລິດ ມັງ​ໜໍ່​ເມກ ກຳ​ມະ​ການ​ສູນ​ກາງ​ພັກ, ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ ລາວ​ ຢືນ​ຢັນ​ວ່າ: ການ​ແປ ແລະ ຈັດ​ພິມ ຊຸດ​ປື້ມ​ເລື່ອງ ໂຮ່​ຈີ໋​ມິງ ຈາກ​ພາ​ສາ​ຫວຽດ​ມາ​ເປັນ​ພາ​ສາ​ລາວ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ ຕໍ່​ກັບ​ວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ, ວຽກ​ງານ​ການກໍ່​ສ້າງ, ສຶກ​ສາ​ອົບ​ຮົມ​ພະ​ນັກ​ງານ, ຄົ້ນ​ຄວ້າ​ທິດ​ສະ​ດີ​ຂອງ​ລາວ; ຢັ້ງ​ຢືນ​ອີກວ່າ ນີ້​ແມ່ນ​ສິ່ງ​ສະ​ແດງ​ເຖິງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ​ລາວ-ຫວຽດ​ນາມ.

ຖະແຫຼງຂ່າວ ຊຸດປື້ມເລື່ອງ ໂຮ່ຈີ໋ມິງ ເປັນພາສາລາວ

ບັນ​ຍາ​ກາດ​ຂອງ​ກອງ​ປະ​ຊຸມມອບ​ຮັບ.

ໂຄງ​ການ ແປ ຊຸດປື້ມ​ເລື່ອງ ໂຮ່​ຈີ໋​ມິງ ຈາກ​ພາ​ສາ​ຫວຽດ​ ມາ​ເປັນ​ພາ​ສາ​ລາວ ແມ່ນ​ໂຄງ​ການ​ທີ່​ສຳ​ຄັນ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ-ລາວ, ໄດ້​ຮັບ​ການມອບ​ໝາຍຈາກ ​ພັກ-ລັດ​ຖະ​ບານ ໃຫ້​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ໋​ມິງ ແລະ ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ​ລາວ ປະ​ສານ​ສົ​ມ​ທົບ​ຈັດ​ຕັ້ງ​ປະ​ຕິ​ບັດ.

ເນື້ອ​ໃນ​ໂຄງ​ການ​ປະ​ກອບ​ມີ​ການ​ແປ ບັນ​ດາ​ຜົນ​ງານ​ໃນ​ຊຸດ​ປື້ມ​ເລື່ອງ ໂຮ່​ຈີ໋​ມິງ ສະ​ບັບ​ເຕັມ ແລະ ວັດ​ຈະ​ນາ​ນຸ​ກົມ ໂຮ່​ຈີ໋​ມິງ. ມາ​ຮອດ​ປະ​ຈຸ​ບັນ ທັ​ງ​ສອງ​ສະ​ຖາ​ບັນ​ໄດ້​ປະ​ສານ​ສົມ​ທົບ​ກັນ​ແປ, ກວດ​ແກ້, ປະ​ເມີນ​ຜົນ ແລະ ຈັດ​ພິມ​ແລ້ວ ພາກ Tập I, II, IV ແລະ VI ພ້ອມ​ກັນ​ນັ້ນ​ ປະ​ຈຸ​ບັນ​ແມ່ນ​ແປ​ແລ້ວ​ໂດຍ​ພື້ນ​ຖານ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຮຽບ​ຮຽງ, ຈັດ​ໜ້າ, ເພື່ອ​ສືບ​ຕໍ່​ຈັດ​ພິມ​ໃນ​ອາ​ນາ​ຄົດ. ກ່ອນ​ໜ້າ​ນັ້ນ ພາກ I ຂອງ​ຜົນ​ງ​ານ ທີ່​ໄດ້​ຖະ​ແຫຼງ​ຂ່າວ​ໄປ​ແລ້ວ ໃນ​ວັນ​ທີ 1 ກັນ​ຍາ 2017, ທີ່ ສະ​ຖາ​ບັນ​ການ​ເມືອງ ແລະ ປົກ​ຄອງ​ແຫ່ງ​ຊາດ​ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.