ກົງສຸນໃຫຍ່ຫວຽດນາມ ປະຈຳ ສປປ ລາວ ຢ້ຽມຢາມຄອບຄົວທີ່ໄດ້ຮັບຜົນກະທົບຈາກເຫດການເຂື່ອນແຕກ

16:21 | 27/07/2018

ຍສໝ - ຕອນເຊົ້າວັນທີ 27 ກໍລະກົດ ທ່ານ ດ່າວວັນຫ໋ຽວ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ຂອງລາວ ໄດ້ລົງພື້ນທີ່ຕົວຈິງເພື່ອຖາມຂ່າວຄາວ ແລະ ມອບເຄື່ອງຂອງໃຫ້ບັນດາຄອບຄົວຜູ້ປະສົບໄພຊາວຫວຽດນາມ.

ຕາມການລາຍງານຂອງ ນັກຂ່າວຫວຽດນາມ ທີ່ກຳລັງລົງຕິດຕາມຂ່າວ ຢູ່ແຂວງອັດຕະປື, ຕອນເຊົ້າວັນທີ 27 ກໍລະກົດ ທ່ານ ດ່າວວັນຫ໋ຽວ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ຂອງລາວ ໄດ້ລົງພື້ນທີ່ຕົວຈິງເພື່ອຖາມຂ່າວຄາວ ແລະ ມອບເຄື່ອງຂອງທີ່ຈຳເປັນໃຫ້ແກ່ບັນດາຄອບຄົວ ທີ່ໄດ້ຮັບຜົນກະທົບຈາກເຫດການເຂື່ອນເຊປ່ຽນ-ເຊນຳ້ນ້ອຍ ເມືອງສະໜາມໄຊ ແຂວງອັດຕະປື ແຕກ.

ກົງສຸນໃຫຍ່ຫວຽດນາມ ປະຈຳ ສປປ ລາວ ຢ້ຽມຢາມຄອບຄົວທີ່ໄດ້ຮັບຜົນກະທົບຈາກເຫດການເຂື່ອນແຕກ

ທ່ານ ດ່າວວັນຫ໋ຽວ ກົງສຸນໃຫຍ່ຫວຽດນາມປະຈຳ 4ແຂວງພາກໃຕ້ ຖາມຂ່າວຄາວ ແລະ ໃຫ້ກຳລັງໃນພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ປະສົບຜົນກະທົບ. (ພາບ: ສຳນັກຂ່າວຫວຽດນາມ)

ທ່ານກົງສຸນໃຫຍ່ ດ່າວວັນຫ໋ຽວ ໄດ້ລະດົມໃຫ້ກຳລັງໃຈບັນດາຄອບຄົວວ່າ: ສິ່ງທີ່ສຳຄັນທີ່ສຸດໃນປະຈຸບັນແມ່ນຕ້ອງຮັກສາສຸຂະພາບ, ຕັ້ງສະຕິໃຫ້ທຸ່ນທ່ຽງຍ້ອນວ່າ “ຍັງມີຊີວິດແມ່ນຊັບສົມບັດຫາເອົາໃໝ່ໄດ້”.

ຕາມຄຳເຫັນຂອງທ່ານ ດ່າວວັນຫ໋ຽວ ກ່ອນອື່ນໝົດບັນດາຄອບຄົວດັ່ງກ່າວສືບຕໍ່ດຳລົງຊີວິດດ້ວຍການຂໍຄວາມຊ່ວຍເຫຼືອຈາກຄອບຄົວຄົນຫວຽດ ທີ່ເມືອງສະໜາມໄຊ. ພາຍຫຼັງນຳ້ລົງ ຫ້ອງການກົງສຸນຈະໃຫ້ຄວາມຊ່ວຍເຫຼືອອັນເປັນຈິງເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການເຂື່ອນແຕກໃນຄັ້ງນີ້ມີການດຳລົງຊີວິດທີ່ໝັ້ນຄົງກັບຄືນມາໃໝ່.

ກົງສຸນໃຫຍ່ຫວຽດນາມ ປະຈຳ ສປປ ລາວ ຢ້ຽມຢາມຄອບຄົວທີ່ໄດ້ຮັບຜົນກະທົບຈາກເຫດການເຂື່ອນແຕກ

ຫົວໜ້າສະມາຄົມຄົນຫວຽດນາມຢູ່ອັດຕະປື ວໍ໋ວັນມຶ່ງ ຂອງຂັວນໃຫ້ຜູ້ປະສົບໄພຊາວຫວຽດນາມ. (ພາບ: ສຳນັກຂ່າວຫວຽດນາມ)


ເຊົ້າມື້ດຽວກັນນີ້ ສະມາຄົມຄົນຫວຽດນາມ ຢູ່ແຂວງອັດຕະປື ໄດ້ລົງພື້ນທີ່ຕົວຈິງເພື່ອມອບເງິນໃຫ້ບັນດາຄອບຄົວຜູ້ປະສົບໄພຄົນຫວຽດນາມ ຄອບຄົວລະ 1 ລ້ານກີບ ແລະ ເຄື່ອງໃຊ້ທີ່ຈຳເປັນອີກຈຳນວນໜື່ງ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.