ທະຫານຊາຍແດນແຂວງ ກອນຕຸມ ໜູນຊ່ວຍປະຊາຊົນລາວຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ

23:36 | 28/07/2018

ໃນວັນທີ 26 ແລະວັນທີ 27 ກໍລະກົດ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງ ກອນຕຸມ ໂດຍທ່ານພັນເອກ ເລແທງຕຸ່ງ ຮອງຜູ້ບັນຊາການທະຫານຊາຍແດນແຂວງກອນຕຸມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມຖາມຂ່າວ, ປຸກລະດົມກໍາລັງໃຈ ແລະໜູນຊ່ວຍປະຊາຊົນແຂວງອັດຕະປື, ສປປ ລາວ ທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນວັນທີ 23 ກໍລະກົດທີ່ຜ່ານມາ

ທະຫານຊາຍແດນແຂວງ ກອນຕຸມ ໜູນຊ່ວຍປະຊາຊົນລາວຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ

ຄະນະປະຕິບັດງານທະຫານຊາຍແດນແຂວງກອນຕຸມ ມອບເງິນ ແລະຂອງຂວັນໃຫ້ປະຊາຊົນທີ່ຖືກຜົນສະທ້ອນ. (ພາບ: ວັນລີ໋)

ຕາງໜ້າຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກອນຕຸມ, ທ່ານພັນເອກ ເລແທງຕຸ່ງ ໄດ້ຢ້ຽມຢາມຖາມຂ່າວ ແລະໃຫ້ກໍາລັງໃຈປະຊາຊົນແຂວງອັດຕະປື ທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ; ພ້ອມທັງມອບເງິນ 50 ລ້ານດົ່ງ ແລະເຄື່ອງຂອງຈໍານວນ 100 ພູດລວມມູນຄ່າ 50 ລ້ານດົ່ງ ພ້ອມຢາປົວພະຍາດ, ຢາຂ້າເຊື້ອໂລກ... ລວມມູນຄ່າ 40 ລ້ານດົ່ງ.

ທະຫານຊາຍແດນແຂວງ ກອນຕຸມ ໜູນຊ່ວຍປະຊາຊົນລາວຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ

ຄະນະປະຕິບັດງານທະຫານຊາຍແດນແຂວງກອນຕຸມ ມອບຂອງຂວັນໃຫ້ແກ່ປະຊາຊົນຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ. (ພາບ: ວັນລີ໋)

ຕາງໜ້າໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງອັດຕະປື ແລະປະຊາຊົນເມືອງສະໜາມໄຊ - ບ່ອນທີ່ມີ 13 ບ້ານຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກທີ່ຜ່ານມາ ແລະພິເສດແມ່ນ 6 ບ້ານທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງ, ທ່ານ ບຸນຮຽນ ແກ້ວບານພັດ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງອັດຕະປື ໄດ້ສະແດງຄວາມຂອບອົກຂອບໃຈມາຍັງທະຫານຊາຍແດນແຂວງກອນຕຸມ ທີ່ໄດ້ແບ່ງເບົາຄວາມເສຍຫາຍຕໍ່ປະຊາຊົນໃນເຂດຢ່າງທັນການ”.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.