ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຫວຽດນາມ ພົບປະສອງຝ່າຍ

13:47 | 25/07/2018

ໃນວັນທີ 25 ກໍລະກົດ 2018 ທີ່ຄະນະໂຄສະນາອົບຮົມສູນກາງພັກ, ນະຄອນຫລວງວຽງຈັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ-ຫວຽດນາມ ​ ໄດ້ມີ​ການ​ພົບ​ປະ​ສອງ​ຝ່າຍ, ເຊິ່ງຝ່າຍລາວ ນໍາໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ແລະ ຝ່າຍ ຫວຽດນາມ ນໍາໂດຍ ສະຫາຍ ຫວໍ ວັນ ເຖືອງ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ.

ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຫວຽດນາມ ພົບປະສອງຝ່າຍ

ບັນຍາກາດກອງປະຊຸມ.

ໃນການ​ພົບ​ປະ​ສອງ​ຝ່າຍ​​ຄັ້ງ​ນີ້, ສອງ​ຝ່າຍ ​ໄດ້​ຕີ​ລາຄາ​ສູງ ຕໍ່​ສາຍພົວພັນ​ອັນ​ແໜ້ນ​ແຟ້ນ ​ແລະ ມີ​ປະ​ສິດ​ທິພົນ ລະຫວ່າງ​ ສອງ​ຄະນະ​ໂຄສະນາ​ອົບຮົມ ​ແລະ ສອງ​ທິດ​ສະ​ດີ ​ແລະ ພຶ​ດຕິ​ກໍາ​ໃນ​ການ​ປະກອບສ່ວນ ​ເຂົ້າ​ໃນ​ການ​ເສີມ​ສ້າງ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ ຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຫວຽດນາມ, ຫວຽດນາມ-ລາວ ​ໃຫ້​ນັບ​ມື້​ ແໜ້ນ​ແຟ້ນ ​ແລະ ​ເກີດ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ. ພ້ອມ​ນີ້, ສອງ​ຝ່າຍ​ຍັງ​ໄດ້ມີ​ການ​ແລກປ່ຽນ​ ຄໍາ​ເຫັນ ແລະ ປຶກສາ​ຫາລື​ກັນ ​ດ້ວຍ​ບັນຍາກາດ​​ພິ​ເສດ ສະໜິດສະໜົມ, ເຂົ້າອົກເຂົ້າໃຈ ແລະ ກົງໄປກົງມາ ກ່ຽວກັບການຮ່ວມມື​ແບບ​ພິ​ເສດ ຂອງສອງປະເທດໃນ​ຕໍ່ໜ້າ, ເຊິ່ງ​ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ ໃຫ້​ມີ​ການ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ ​ແຜນການ​ຮ່ວມ​ມື​ ລະ ຫວ່າງ ​ສອງ​ຄະນະ​ໂຄສະນາ​ອົບຮົມ ​ໃນ​ໄລຍະ​ຕໍ່ໜ້າ​ໃຫ້​ປະກົດ​ເປັນ​ຈິງ ​ແລະ ຕໍ່​ເນື່ອງ, ​​ໃນການ​ແລກປ່ຽນ​ບົດຮຽນ ​ແລະ ຂໍ້​ມູນ​ຂ່າວສານ ​ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ ​ແລະ ສາກົນ; ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ກະກຽມ ​ ສະ​ເຫລີມ​ສະຫລອງ​ວັນ​ສໍາຄັນ​ຂອງ​ຊາດ ​ແລະ ຂອງ​ພັກ; ສ້າງ​ກົນ​ໄກ​ປະສານ​ງານ ​ລະຫວ່າງ 2 ຄະນະ​ໂຄສະນາ ​ໃຫ້​ມີ​ປະສິດທິ​ຜົນ​ສູງ.

​ໃນ​ໂອກາດ​ນີ້, ຝ່າຍ​ລາວ ​ໄດ້​ສະ​ເໜີຝ່າຍ​ຫວຽດນາມ​ ໃຫ້ມີການ​ຊ່ວຍ​ເຫລື​ອການ​ຈັດ​ຝຶກ​ອົບຮົມ​ໄລຍະ​ສັ້ນ, ​ໄລຍະ​ກາງ ກ່ຽວ​ກັບ​ວຽກ​ງານ​ວິຊາ​ສະ​ເພາະ ​ໃຫ້​ພະນັກງານ ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ສປປ ລາວ ​ແລະ ພະນັກງານ​ໂຄສະນາ​ອົບຮົມ​ຢູ່​ທ້ອງ​ຖິ່ນ ​ເປັນ​ຕົ້ນ​ ບັນດາ​ແຂວງ ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ ສສ.ຫວຽດນາມ. ນອກ​ນັ້ນ, ກໍ​ໃຫ້​ມີ​ການ​ຄົ້ນຄວ້າ ​ຮ່ວມ​ກັນ​ສ້າງ​ພິມ​ເອກະສານ ​ໃນ​ຫົວ​ຂໍ້ “ປະທານໄກສອນ ພົມວິຫານ ກັບ ສສ.ຫວຽດນາມ”, ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ເກີດ​ ຂອງ​​ເພີ່ນ​ຄົບ​ຮອບ 100 ປີ (2020). ​ພ້ອມ​ນີ້​, ກໍ​ໃຫ້​ເພີ່ມ​ການ​ພົບ​ປະ​ແລກປ່ຽນ​ ຄະນະ​ວິຊາ​ການ​ໃຫ້​ຫລາຍ​ຂຶ້ນ​ ເພື່ອ​ທອດ​ຖອນ​ບົດຮຽນ​ ກ່ຽວກັບ​ວຽກ​ງານ​ໂຄສະນາ​ອົບ​ຮົມ​ ຂອງ​ສອງ​ຝ່າຍ​ດ້ວຍ​ລະບົບ​ສື່​ສານ ​ທີ່​ທັນ​ສະໄໝ ສາມາດ​ເຊື່ອມ​ຕໍ່​ກັນ ​ດ້ວຍ​ລະບົບ​ເອ​ເລັກ​ໂຕ​ນິກ. ພ້ອມ​ດຽວ​ກັນ​ ກໍ​ໃຫ້​ຈັດ​ຕັ້ງ​ ການ​ພົບ​ປະ​ແລກປ່ຽນ ​ການ​ທັດສະນະສຶກສາ ​ແລະ ​ເຄື່ອນ​ໄຫວ​ກິດຈະ​ກໍາ​ອື່ນໆ​ ຮ່ວມ​ກັນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.