ວັນທີ 25 ກໍລະກົດ , ກົມກູ້ໄພ-ກູ້ຊີບ ( ກົມເສນາທິການໃຫຍ່) ໃຫ້ຮູ້ວ່າ ຈັດຕັ້ງປະຕິບັດຕາມຄຳເຫັນຊີ້ນຳຂອ ນາຍົກລັດຖະມົນຕີ ໃນກອງປະຊຸມເວລາ 18ໂມງຂອງວັນທີ 24 ກໍລະກົດ ກ່ຽວກັບວງກງານຂອງ ກະຊວງປ້ອງກັນປະເທດ ຊີ້ນຳ ທະຫານເຂດ 5 ແລະ ບັນດາຫົວໜ່ວຍຕ່າງ ໃຫ້ຄວາມຊ່ວຍເຫຼືອ ສປປ ລາວ ເພື່ອຈະແກ້ໄຂຜົນສະທ້ອນຈາກເຫດການເຂື່ອນແຕກ, ກະຊວງປ້ອງກັນປະເທດ ໄດ້ສັ່ງໃຫ້ກອງບັນຊາການທະຫານເຂດ 5 ແລະ ບັນດາກົມກອງ ໃຫ້ຮີບຮ້ອນຈັດກຳລັງ, ມາດຕາການຊ່ວຍເຫຼືອລາວອ້າຍນ້ອງ ໃນການກູ້ໄພ-ກູ້ຊີບ ແລະ ແກ້ໄຂຄວາເສຍຫາຍທີ່ເກີດຂື້ນ.
![]() |
ບໍລິສັດ ຈຳກັບຜູ້ດຽວ MTV ມິຕະພາບ ຫວຽດ-ລາວ(ທະຫານເຂດ5) ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນຖືກຜົນກະທົບ.(ພາບ: QĐND)
ທະຫານເຂດ 5 ໄດ້ລະດົມຈຳນວນ 750ຄົນ, ນັກຮົບຂອງກອງບັນຊາການ ທະຫານແຂວງກອນຕຸມ, ກອງພົນ 15, ກອງພົນ 3 ແລະ ລົດໃຫຍ່ອີກຈຳນວນ 26ຄັນ, ລົດຍົກຕ່າງໆ, ເສື້ອຊູຊີບ ຈຳນວນ 410ໂຕ, ຜ້າຢາງທະຫານ ທີ່ໃຊ້ສຳລັບຕັ້ງຄ້າຍ, ເຮືອບິນ 2 ລຳ, ຍົນທີ່ມີເຄື່ອງສື່ສານ ອີກ 2 ລຳ, ສະບຽງ-ອາຫານແຫ້ງ ແລະ ກອງກຳລັງເສນາຮັກອີກເປັນຈຳນວນຫຼາຍ.
ມາຮອດຕອນ16ໂມງແລງຂອງມື້ດຽວກັນ, ພະນັກງານ 140ຄົນ, ທະຫານ(ໃນນັ້ນມີ ທະຫານເສນາຮັກຂອງ ກອງພົນເສດຖະກິດ-ປ້ອງກັນປະເທດ 206, ທະຫານເຂດ 5 ຈຳນວນ 10ຄົນ), ລົດແພດທະຫານ 9ຄັນເຊິ່ງປະກອບມີເຄື່ອງການແພດຄົບຊຸດ ສາມາດບັນຈຸຄົນເຈັບໄດ້ເຖິງ 500ຄົນ ເຄື່ອນຍ້າຍລົງສູ່ສະຖານທີ່ເກີດໄພພິບັດດ້ວຍຍົນເຮລີຄອບເຕິ້ ຂອງກະຊວງປ້ອງກັນປະເທດລາວ.
ວັນທີ 25 ກໍລະກົດ ກອງບັນຊາການທະຫານເຂດ 5 ໄດ້ຊ່ວຍເຫຼືອບໍລິຈາກເງິນຈຳນວນ 200ລ້ານດົ່ງ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນລາວອ້າຍນ້ອງ ແກ້ໄຂໄພພິບັດຈາກອຸທົກກະໄພ, ແກ້ໄຂການດຳລົງຊີວິດ. ມື້ດຽວກັນ ບໍລິສັດ ຈຳກັດຜູ້ດຽວ MTV ມິດຕະພາບ ນາມລາວ(ທະຫານເຂດ5) ກໍ່ໄດ້ປະກອບສ່ວນບໍລິຈາກເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດປະສົບໄພ ເມືອງສະໜາມໄຊ ດ້ວຍສິ່ງຂອງທີ່ຈຳເປັນ ຈຳນວນ 50ລ້ານກີບ.
ທີ່ກອງປະຊຸມຂອງຄະນະຊີ້ນຳ ສູນກາງ ກ່ຽວກັບການຕ້ານໄພທຳມະຊາດຮ່າໂນ້ຍ ຕອນບ່າຍຂອງວັນທີ 25 ກໍລະກົດ, ກົມໃຫຍ່ ຕ້ານໄພທຳມະຊາດ (ກະຊວງ ກະສິກຳ-ພັດທະນາຊົນນະບົດ) ໄດ້ໃຫ້ຮູ້ວ່າມີ ພະນັກງານໄດ້ຮັບການ ອົບຮົມພິເສດກ່ຽວກັບມາດຕະການ ຮັບມືກັບໄພທຳມະຊາດ ອາຊຽນ ຂອງຫວຽດນາມ ໄດ້ກຽມພ້ອມທີ່ຈະຊ່ວຍເຫຼືອແກ້ໄຂໃນເຫດການທີ່ເຂື່ອນໄຟຟ້າພະລັງງານນຳ້ແຕກຢູ່ລາວ.
ຕອນແລງຂອງວັນທີ 25 ກໍລະກົດ ຢູ່ນະຄອນຫຼວງວຽງຈັນ, ທ່ານທູດຫວຽດນາມ ປະຈຳ ສປປ ລາວ ທ່ານ ຫງວ໋ຽນບ໋າຮຸ່ງ ຮ່ວມກັບຄະນະພະນັກງານ ແລະ ບັນອົງການອ້ອມຂ້າງສະຖານທູດ ໄດ້ໄປຍັງກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ເພື່ອມອບເງິນ ແລະ ສິ່ງຂອງບໍລິຈາກ ໃຫ້ແກ່ພໍ່ແມ່ປະຊາຊົນຜູ້ປະສົບໄພທຳມະຊາດ ນຳ້ຖ້ວມ ແລະ ເຂື່ອນເຊປຽນ-ເຊນຳ້ນ້ອຍແຕກຢູ່ແຂວງອັດຕະປື.
ໃນການມອບຮັບສິ່ງຊ່ວຍເຫຼືອຄັ້ງນີ້ ຕ່າງໜ້າພັກ-ລັດຖະ່ບານ ແລະ ປະຊາຊົນຫວຽດນາມ, ສະຖານທູດຫວຽດນາມ ທ່ານ ຫງວ໋ຽນບ໋າຮຸ່ງ ຂໍຮ່ວມແບ່ງປັນຕໍ່ຄວາມສູນເສຍອັນໃຫຍ່ຫຼວງທັງຄົນ ແລະ ຊັບສິນ ທີ່ປະຊາຊົນລາວປະສົບໃນສອງສາມມື້ຜ່ານມາ ຍ້ອນເຫດການເຄື່ອນແຕກໃນຄັ້ງນີ້ດ້ວຍ.
ຕໍ່ກັບສະພາບເຫດການອັນຮ້າຍແຮງດັ່ງກ່າວ, ພະນັກງານ, ວິຊາການຂອງສະຖານທູດຫວຽດນາມ ປະຈຳ ສປປ ລາວ ແລະ ບັນດາອົງການຈັດຕັ້ງ ອ້ອມຂ້າງສະຖານທູດ ພະນັກງານທຸກຄົນ ໄດ້ບໍລິຈາກ ເງິນເດືອນໜື່ງມື້ ແລະ ໄດ້ຮັບເງິນປະມານ 2.200 ໂດລາສະຫະລັດ ເພື່ອປະກອບສ່ວນຊ່ວຍເຫືຼອປະຊາຊົນລາວ.
ຕອນແລງຂອງມື້ດຽວກັນ ຕ່່າງໜ້າສະຫະພັນ , ສະມາຄົມຄົນຫວຽດນາມ ນະຄອນຫຼວງວຽງຈັນ ກໍ່ໄດ້ມອບເງິນຈຳນວນ 50 ລ້ານກີບ(ປະມານ ຸ5.950 ໂດລາສະຫະລັດ), ທ່ານ ກາວແອັງເຊີນ ປະທານໃຫຍ່ ບໍລິສັດ ສະຕາ ເທເລຄອມ ໄດ້ມອບເງິນຈຳນວນ 300 ລ້ານກີບ ( ປະມານ 35.700ໂດລາສະຫະລັດ) ໃຫ້ກະຊວງ ແຮງງານແລະສະຫວັດດີການສັງຄົມລາວ ເພື່ອຊ່ວຍເຫຼືອປະຊາຊົນລາວທີ່ປະສົບໄພ.
ຕອບຄຳຖາມສຳນັກຂ່າວ VOV ກ່ຽວກັບວຽກງານການຊ່ວຍເຫຼືອປະຊາຊົນລາວ ໃນເຫດການໄພທຳມະຊາດຄັ້ງນີ້ ທ່ານ ດ່າວວັນຫ໋ຽວ ກົງສຸນໃຫຍ່ຫວຽດນາມ ທີ່ປາກເຊ ໄດ້ໃຫ້ຮູ້ວ່າ: ມີນັກທຸລະກິດຫວຽດນາມ ຄື ກຸ່ມບໍລິສັດ ຮ່ວາງແອັງຢາລາຍ , ບໍລິສັດ 385 ໄດ້ຊ່ວຍເຫຼືອບໍລິຈາກສະບຽງອາຫານ ແລະ ຢາຮັກສາໂລກ. ມີແພດໝໍຫວຽດນາມ ກໍ່ໄດ້ເຂົ້າຮ່ວມຊ່ວຍເຫຼືອ ວຽກງານການກວດສຸຂະພາບໃຫ້ພໍ່ແມ່ປະຊາຊົນໃນເຫດການນີ້ດ້ວຍ.
![]() |
ທ່ານເອກອັກຄະລັດຖະທູດຫວຽດນາມ ໄດ້ມອບເງິນບໍລິຈາກໃຫ້ແກ່ ກະຊວງ ແຮງງານ ແລະ ສະຫວັດຕິການສັງຄົມລາວ.( ພາບ:Báo Nhân dân)
ສະຖານກົງສຸນຫວຽດນາມ ທີ່ປາກເຊ ໄດ້ລະດົມບັນດາພະນັກງານຂອງບັນດາອົງການຕ່າງໜ້າ ກໍ່ຄືສະມາຄົມ ຄົນຫວຽດນາມ ຢູ່ໃນແຂວງ ແລະ ບັນດານັກທຸລະກິດ ທີ່ກຳລັງຮ່ວມລົງທືນໃນແຂວງ ບໍລິຈາກເພື່ອຊ່ວຍເຫຼືອປະຊາຊົນລາວອ້າຍນ້ອງໃນເວລາທີ່ພົບຄວາມລຳບາກອັນນີ້.
ຕາມສຳນັກຂ່າວຫວຽດນາມ ຕອນຄຳ່ມື້ວັນທີ 25 ກໍລະກົດ , ທ່ານ ອຸ່ນລາ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື ໄດ້ໃຫ້ຮູ້ວ່າ ເຫດການເຂື່ອນແຕກ ໄດ້ເຮັດໃຫ້ 13 ບ້ານຂອງ ເມືອງສະໜາມໄຊ ຕ້ອງຈົມຢູ່ໃຕ້ນຳ້, ໃນນັ້ນມີ 6 ບ້ານທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງທີ່ສຸດ ມີ 919 ຄອບຄົວ ແລະ ປະຊາຊົນອີກ 3.780ຄົນ.(ຫັດທະບູນ)