ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ

23:22 | 26/07/2018

ຍສໝ - ຕອນແລງຂອງວັນທີ 26 ຕາມການລົງພື້ນທີ່ຕົວຈິງຂອງ ນັກຂ່າວ ເຢີນຈີ໋ ຢູ່ເຂດປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື ສປປ ລາວ ບ່ອນເກີດເຫດເຂື່ອນແຕກອັນຮຸນແຮງ, ບັນດາຄະນະຊ່ວຍເຫຼືອກູ້ໄພ ສາກົນໄດ້ລະດົມລົດ, ເຮືອກາໂນ ເຈົ້າຊ່ວຍເຫຼືອພໍ່ແມ່ປະຊາຊົນ ເປັນຈຳນວນຫຼວງຫຼາຍ ແລະ ຊ່ວຍເຫຼືອຜູ້ທີ່ຕິດຢູ່ໃນພື້ນທີປະສົບໄພ.

ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ

ຄະນະກູ້ໄພ ແລະ ຊ່ວຍເຫຼືອສາກົນກຳລັງເຂົ້າໄປສູ່ເຂດປະສົບໄພພິບັດ. (ພາບ: ຟ້າມຮວ່າງ/dantri)

ຍ້ອນຝົນຕົກສະນັ້ນເສັ້ນທາງເຂົ້າໄປຍັງບ້ານຍັງມື່ນ, ເຕັມໄປດ້ວຍຂີ້ຕົມ. ແຕ່ເຖິງຢ່າງໃດກໍ່ຕາມ ຄະນະກູ້ໄພ ແລະ ຊ່ວຍເຫຼືອຍັງຄົງພະຍາຍາມທີ່ຈະນຳເອົາເຂົ້າຂອງ ສະບຽບອາຫານ, ນຳ້ດື່ມ, ເຄື່ອງທີ່ຈຳເປັນເຂົ້າໄປໃຫ້ປະຊາຊົນເຂດປະສົບໄພພິບັດຢ່າງບໍ່ລົດລະ.

ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ


ພໍ່ແມ່ປະຊາຊົນຜູ້ປະສົບໄພທີ່ ຢູ່ເທິງຫຼັງຄາເຮືອນໄດ້ພາກັນລົງມາຈາກພື້ນທີ່ຊອກຫາອາຫານ, ມີຄົນຈຳນວນຫຼາຍມີຄວາມກັງວົນຍ້ອນຍັງບໍ່ສາມາດຕິດຕໍ່ກັບຍາດພີ່ນ້ອງຂອງຕົນໄດ້.

ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ

ໜ່ວຍກູ້ໄພລາວ.(ພາບ: ຟ້າມຮວ່າງ/dantri)

ທ້າວ ມາຍແທັງເຕິນ(ອາຍ 42ປີ ຄົນຫວຽດນາມທີ່ເຮັດທຸລະກິດຢູ່ອັດຕະປື)ໄດ້ໃຫ້ຮູ້ວ່າ: “ນີ້ແມ່ນຄັ້ງທຳອິດຂ້ອຍເຄີຍເຫັນນຳ້ຖ້ວມທີ່ຮຸນແຮງ, ມີແຮງທຳລາຍອັນມະຫາສານ, ຍາດຕິພີ່ນ້ອງ ແລະ ໝູ່ເພື່ອນຂອງຂ້ອຍຢູ່ເຂດນີ້ຍັງບໍ່ທັນສາມາດຕິດຕໍ່ພົວພັນກັບໃຜໄດ້ເລີຍ, ບໍ່ຮູ້ວ່າຍ້ອນສັນຍາຍານໂທລະສັບຖືກຕັດຂາດ ຫຼືຍ້ອນຖືກສູນຫາຍກໍ່ບໍ່ຮູ້ຈັກ. ປະຈຸບັນຂ້ອຍຮູ້ສືກເປັນຫ່ວງຫຼາຍ ແລະ ຕ້ອງການຮູ້ຂ່າວສານປະຈຸບັນຍາດຂອງຂ້ອຍ. ປະຊາຊົນຄົນທ້ອງຖິ່ນກຳລັງຕ້ອງການຄວາມຊ່ວຍເຫຼືອຫຼາຍ ຈາກມວນມະຫາຊົນ ແລະ ຄະນະກູ້ໄພ”.

ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ


ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ


ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ


ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ


ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ


ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ


ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ

ພໍ່ແມ່ປະຊາຊົນກຳລັງລໍຖ້າການຊ່ວຍເຫຼືອຈາກໜ່ວຍກູ້ໄພ ແລະ ທີມຊ່ວຍເຫຼືອພາຍໃນ ແລະ ສາກົນ.(ພາບ: ຟ້າມຮວ່າງ/dantri)

(ຫັດ​ທະ​ບູນ)