ແຂວງກວາງຈິ້ແລະສາລາວັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

19:49 | 24/07/2018

ວັນທີ 24 ກໍລະກົດ, ຢູ່ນະຄອນດົງຮ່າ, ແຂວງກວາງຈິ້ ໄດ້ດຳເນີນການເຈລະຈາຂັ້ນສູງຕີລາຄາກາງສະໄໝຂໍ້ຕົກລົງຮ່ວມມືລະຫວ່າງ 2 ແຂວງກວາງຈິ້ (ຫວຽດນາມ) ແລະ ສາລາວັນ (ລາວ).

ແຂວງກວາງຈິ້ແລະສາລາວັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ບັນດາຜູ້ແທນທີ່ເຂົ້າຮ່ວມການເຈລະຈາ. (ພາບ: TTXVN)

ຕາມນັ້ນແລ້ວ, 2 ແຂວງ ໄດ້ປະຕິບັດວຽກງານໂຄສະນາໃຫ້ແກ່ປະຊາຊົນໃນການປະຕິບັດບັນດາສັນຍາ, ກົດລະບຽບກ່ຽວກັບຊາຍແດນ, ຮັບປະກັນອະທິປະໄຕຜືນແຜ່ນດິນຂອງແຕ່ລະປະເທດໃຫ້ເປັນຢ່າງດີ. ທ່ານປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ້ ຫງວຽນດຶກຈິງ ຢືນຢັນວ່າ: ໃນໄລຍະຈະມາເຖິງ, 2 ແຂວງ ສາລາວັນ ແລະ ກວາງຈິ້ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ. ແຂວງກວາງຈິ້ ສືບຕໍ່ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງປະຕູດ່ານຊາຍແດນ ລາໄຮ ກໍຄືລະບົບຄົມມະນາຄົມເຊື່ອມຕໍ່ກັບເສັ້ນທາງ ໂຮ່ຈິມິນ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນໄປມາ ກໍຄືການແລກປ່ຽນສິນຄ້າ. ກວາງຈິ້ ສືບຕໍ່ໜູນຊ່ວຍແຂວງ ສາລາວັນ ໃນການບຳລຸງສ້າງນັກຮຽນ, ນັກສຶກສາ ແລະ ວິຊາການໃຫ້ຖັນແຖວພະນັກງານ. ພິເສດ, ແຂວງກວາງຈິ້ ຈະຮຽກຮ້ອງ, ສົ່ງເສີມ, ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໃນແຂວງເພີ່ມທະວີການລົງທຶນຜະລິດຢູ່ສາລາວັນ, ຜ່ານນັ້ນຊຸກຍູ້ການຮ່ວມມືຂອງ 2 ແຂວງ ເພື່ອພ້ອມກັນພັດທະນາ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.