ເພີ່ມທະວີສາຍພົວພັນການທູດປ້ອງກັນປະເທດ ຫວຽດນາມ-ລາວ

14:48 | 24/07/2018

ຕອນບ່າຍວັນທີ 23 ກໍລະກົດ ຄະນະພະນັກງານຂັ້ນສູງ ທະຫານປະຊາຊົນລາວ ນຳໂດຍ ພັນເອກ ສອນທອງ ແກ້ວລໍຄຳ ຫົວໜ້າກົມ-ກົມສູ້ຮົບ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບ ກອງບັນຊາການ ທະຫານແຂວງ ເຫງະອານ.

ຕ້ອນຮັບ​ແລະ ​ເຮັດ​ວຽກ​ກັບ​ຄະ​ນະ ຂອ​ງ​ພັນ​ເອກ ຮ່າ​ແທັງ​ເຊີນ ຮອງ​ຫົວ​ໜ້າ​ກົມ-ກົມ​ສູ້​ຮົບ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທະ​ຫານ​ປະ​ຊາ​ຊົນ​ຫວຽດ​ນາມ; ພົນ​ໂທ ຮ່າ​ເທາະ​ບິ່ງ ຮອງ​ຜູ້​ບັນ​ຊາ​ການ ທະ​ຫານ​ເຂດ 4; ພັນ​ເອກ ເຈີ່ນ​ວັນ​ຮຸ່ງ ຄະ​ນະ​ກຳ​ມະ​ກາ​ນ ຜູ້​ປະ​ຈຳ​ການ​ພັກ​ແຂວງ, ຫົວ​ໜ້າ​ກອງ​ບັນ​ຊາ​ການ ທະ​ຫານ​ແຂ​ວງ ແລະ ສະ​ຫາຍ ເລ​ເຫງະ​ຮ​ວາ ຮອງ​ເຈົ້າແຂວງ.

ເພີ່ມທະວີສາຍພົວພັນການທູດປ້ອງກັນປະເທດ  ຫວຽດນາມ-ລາວ

ບັນ​ຍາ​ກາດກອງ​ປະ​ຊຸມ​ເຮັດ​ວຽກ​ລະ​ຫວ່າງ ສອງກອງ​ບັນ​ຊາ​ການ.(ພາບ: ໜັງ​ສື​ພິມ​ເຫງະ​ອານ)

ທີ່​ການ​ເຮັດ​ວຽກ ກອງ​ບັນ​ຊາ​ການ ທະ​ຫານ​ແຂວງ ໄດ້​ລາຍ​ງານ​ຕໍ່​ຄະ​ນະ​ທະ​ຫານ ຝ່າຍ​ລາວ ສະ​ພາບ​ການ​ພັດ​ທະ​ນາ ເສດ​ຖະ​ກິດ-ສັ​ງ​ຄົມ ຂອງ​ແຂວງ​ເຫງະ​ອານ ແຕ່​ປີ 2018 ຮອດ​ປະ​ຈຸ​ບັນ; ຜົນ​ສຳ​ເລັດ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ການ​ປ້ອງ​ກັນ​ປະ​ເທດ ທົ່ວ​ປະ​ຊ​າ​ຊົນ ຮັດ​ແໜ້ນ​ກັບ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​ພາຍ​ໃນ​ແຂວງ. ພິ​ເສດ​ແມ່ນ​ຜົນ​ສຳ​ເລັດ​ໃນ​ການ​ເຮັດ​ວຽກ​ການ​ທູດ​ດ້ານ​ປ້ອງ​ກັນ​ປະ​ເທດ ຂອງ​ແຂວງ ເຫງະ​ອານ ກັບ​ບັນ​ດາ​ແຂວງ​ຂອງ​ປ​ະ​ເທດ​ລາວ ( ແຂວງ​ຊຽງ​ຂວາງ, ແຂວງ​ບໍ​ລິ​ຄຳ​ໄຊ, ແຂວງ​ຫົວ​ພັນ) ທີ່​ມີ​ຊາຍ​ແດນ​ຮ່ວມ​ກັນ.

ມາ​ຮອດ​ປະ​ຈຸ​ບັນ ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ໄດ້​ເປີດ ຊຸດ​ຝຶກ​ອົບ​ຮົມ, ບຳ​ລຸງສ້າງຄວາມ​ຮູ້​ດ້ານ​ການ​ທະ​ຫານ ໄດ້ 10ຊຸດ​ແລ້ວ, ກອງ​ປ້ອງ​ກັນ​ປະ​ເທດ​ທ້ອງ​ຖິ່ນໃຫ້​ພະ​ນັກ​ງານ​ທະ​ຫານ​, ພະ​ນັກ​ງານ​ຂອງ​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ຊຽງ​ຂວາງ ຫຼາຍກວ່າ 300ຄົນ​ແລ້ວ. ພ້ອມ​ກັນ​ນັ້ນ ກໍ່​ໄດ້​ຊ່ວຍ​ເຫຼືອ​ລາວກໍ່​ສ້າງ​ປະ​ຕູ​ຂົງ​ຄ້າຍ​ທະ​ຫານເມືອງ-ເມືອງ​ໜອງ​ແຮດ ແລະ ສາງຂອງ​ຫ້ອງ​ເສ​ນາ​ທີ​ການ ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ຊຽງ​ຂວາງ.​

ນອກນັ້ນ ຄະ​ນະ​ກອງ​ບັນ​ຊາ​ການ​ທະ​ຫານ ແຕ່​ລະ​ເມືອງ ໄກ້​ກັບ​ເຂດ​ຊາຍ​ແດນ ຂອງ​ແຂວງ ເຫງະ​ອານ ໄດ້​ຊູກ​ຍູ້ບັນ​ດາ​ການ​ເຄື່ອນ​ໄຫວ​ເວນ​ຍາມ, ແລກ​ປ່ຽນ, ແຮກ​ສ່ຽວ, ມອບ​ຂອງ​ຂວັນ ລະ​ຫວ່າງ ເມືອງ​ກັບ​ເມືອງ, ຕາ​ແສງ​ກັບ​ຕາ​ແສງ, ບ້ານ​ກັບ​ບ້ານ…, ປ​ະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ດ້ານ​ການ​ເມືອງ, ກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ.

ເພີ່ມທະວີສາຍພົວພັນການທູດປ້ອງກັນປະເທດ  ຫວຽດນາມ-ລາວ

ທັງ​ສອງກອງ​ບັນ​ຊາ​ການມອບ​ຂອງ​ທີ່​ລະ​ນືກ​ໃຫ້​ແກ່​ກັນ. (ພາບ: ໜັງ​ສື​ພິມ​ເຫງະ​ອານ)

ຕ່າງ​ໜ້າ​ຄະ​ນະ​ ທ່ານ​ພັນ​ເອກ ສອນ​ທອງ ແກ້ວ​ລໍ​ຄຳ ໄດ້​ສະ​ແດງ​ຄວາມ​ດີ​ໃຈ ທີ່​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຊອກ​ຮູ້​ຮີດ​ຄອງ​ປະ​ເພ​ນີ ປະ​ຫວັດ​ສາ​ວັດ​ທະ​ນະ​ທຳ, ບົດ​ຮຽນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ທ້ອງ​ຖິ່ນ ຢູ່​ແຂວງ​ເຫງະ​ອານ-ບ້ານ​ເກີດ​ເມືອງນອນ​ຂອງ ປະ​ທານ ໂຮ່​ຈີ໋​ມິງ ອັນ​ເປັນ​ທີ່​ຮັກ.

ກ່າວ​ຄຳ​ປາ​ໄສ​ໃນ​ການ​ເຮັດ​ວຽກ ທ່ານພັນ​ເອກ ເຈີ່ນ​ວັນ​ຮຸ່ງ- ຫົວ​ໜ້າ​ກອງ​ບັນ​ຊາ​ການ ທະ​ຫານ​ແຂວງ ເນັ້ນ​ໜັກ​ວ່າ: ໃນ​ອາ​ນາ​ຄົດ ສະ​ເໜີ​ຕໍ່ ກົມ​ສູ້​ຮົບທະ​ຫານ​ປະ​ຊາ​ຊົນ​ລາວ ສືບ​ຕໍ່ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ ໃຫ້​ແຂວງ​ເຫງະ​ອານ ແລະ ບັນ​ດາ​ແຂວງ​ຂອງ​ລາວ ທີ່​ມີ​ຊາຍ​ແດນ​ຮ່ວມ​ກັນ (ຊຽງ​ຂວາງ, ບໍ​ລິ​ຄຳ​ໄຊ, ຫົວ​ພັນ)ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ ການ​ພົວ​ພັນ​ການ​ທູດ​ປ້ອງ​ກັບ​ປະ​ເທດ, ຮ່ວມ​ມື​ດ້ານ​ການ​ທະ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ-ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ.

ພ້ອມ​ກັນ​ນັ້ນ ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ແຂ​ວງ​ຄື: ຊຽງ​ຂວາງ, ບໍ​ລິ​ຄຳ​ໄຊ, ຫົວ​ພັນ ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຊອກ​ຫາ-ຂຸດ​ຄົ້ນ ອັດ​ຖິ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ປາງ​ສົງ​ຄາມ​ຢູ່​ລາວ. ສືບ​ຕໍ່​ເສີມ​ສ້າວ​ສາຍ​ພົວ​ພັນ​ສາ​ມັກ​ຄີ ມິ​ດ​ຕະ​ພາບ​ລ​ະ​ຫວ່າງ​ສອງ​ພັກ-ສອງ​ລັດ, ສອງ​ທະ​ຫານ​ຫວຽດ​ນາມ-ລາວ ໃຫ້​ເກີດດອກ​ອອກ​ຜົນ​ຕະ​ຫຼອດ​ໄປ​ຊົ່ວ​ກາ​ລະ​ນານ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.