ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ລາວ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ລາວ

ວັນທີ 26 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ລາວ ບຸນທອງ ຈິດມະນີ.

ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ

ສົດຈາກ ລາວ : ຄະນະຊ່ວຍເຫຼືອກູ້ໄພ ເຂົ້າມາຢ່າງບໍ່ຂາດສາຍ

ຍສໝ - ຕອນແລງຂອງວັນທີ 26 ຕາມການລົງພື້ນທີ່ຕົວຈິງຂອງ ນັກຂ່າວ ເຢີນຈີ໋ ຢູ່ເຂດປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື ສປປ ລາວ ບ່ອນເກີດເຫດເຂື່ອນແຕກອັນຮຸນແຮງ, ບັນດາຄະນະຊ່ວຍເຫຼືອກູ້ໄພ ສາກົນໄດ້ລະດົມລົດ, ເຮືອກາໂນ ເຈົ້າຊ່ວຍເຫຼືອພໍ່ແມ່ປະຊາຊົນ ເປັນຈຳນວນຫຼວງຫຼາຍ ແລະ ຊ່ວຍເຫຼືອຜູ້ທີ່ຕິດຢູ່ໃນພື້ນທີປະສົບໄພ.

ເຫດການເຂື່ອນໄຟຟ້າເຊປ່ຽນແຕກ ຢູ່ລາວ: ຄອບຄົວຄົນຫວຽດນາມ 15 ຄອບຄົວໄດ້ຮັບຜົນກະທົບ

ເຫດການເຂື່ອນໄຟຟ້າເຊປ່ຽນແຕກ ຢູ່ລາວ: ຄອບຄົວຄົນຫວຽດນາມ 15 ຄອບຄົວໄດ້ຮັບຜົນກະທົບ

ຍສໝ - ຕາມການລາຍງານຂອງກະຊວງການຕ່າງປະເທດ ມາຮອດວັນທີ 26 ກໍລະກົດ ຍັງບໍ່ທັນພົບເຫັນວ່າມີຄົນຫວຽດສູນຫາຍ; ຄົນຫວຽດນາມ ຈຳນວນ 15 ຄອບຄົວທີ່ໄດ້ຮັບຜົນກະທົບຈາກສາຍເຫດນຳ້ຖ້ວມແມ່ນໄດ້ຮັບການອົບພະຍົບໄປສະຖານທີ່ທີ່ປອດໄພແລ້ວ.

ຫວຽດນາມ ແບ່ງປັນຄວາມລຳບາກກັບ ພໍ່ແມ່ປະຊາຊົນລາວ ຜູ້ເຄາະຮ້າຍ

ຫວຽດນາມ ແບ່ງປັນຄວາມລຳບາກກັບ ພໍ່ແມ່ປະຊາຊົນລາວ ຜູ້ເຄາະຮ້າຍ

ຍສໝ - ໃນຫຼາຍມື້ຜ່ານມາ ທະຫານ, ອົງການ, ນັກທຸລະກິດ ຫວຽດນາມ ໄດ້ຮ່ວມຄຽງບ່າຄຽງໄລ່ກັບ ລັດຖະບານ ແລະ ປະຊາຊົນລາວ ແບ່ງປັນກັນຄວາມລຳບາກກັບປະຊາຊົນຜູ່ທີ່ຢູ່ເຂດ ມີຜົນກະທົບຈາກເຫດການ ເຂື່ອນເຊປຽນ-ເຊນຳ້ນ້ອຍແຕກ.

ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ອອກຖະແຫລງຂ່າວ ກ່ຽວກັບເຫດການໄພພິບັດ ຢູ່ເມືອງສະໜາມໄຊ

ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ອອກຖະແຫລງຂ່າວ ກ່ຽວກັບເຫດການໄພພິບັດ ຢູ່ເມືອງສະໜາມໄຊ

ຍສໝ - ຕອນແລງ 25 ກໍລະກົດ 2018 , ທີ່ຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ ພະນະທ່ານ ທອງລຸນ ສີສຸບິດ ໄດ້ອອກມາຖະແຫຼງຂ່າວ ຕໍ່ສື່ມວນຊົນທັງໃນ ແລະ ຕ່າງປະເທດ ກ່ຽວກັບເຫດການໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຫວຽດນາມ ພົບປະສອງຝ່າຍ

ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 25 ກໍລະກົດ 2018 ທີ່ຄະນະໂຄສະນາອົບຮົມສູນກາງພັກ, ນະຄອນຫລວງວຽງຈັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ-ຫວຽດນາມ ​ ໄດ້ມີ​ການ​ພົບ​ປະ​ສອງ​ຝ່າຍ, ເຊິ່ງຝ່າຍລາວ ນໍາໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ແລະ ຝ່າຍ ຫວຽດນາມ ນໍາໂດຍ ສະຫາຍ ຫວໍ ວັນ ເຖືອງ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ.

ຖະແຫຼງຂ່າວ ຊຸດປື້ມເລື່ອງ ໂຮ່ຈີ໋ມິງ ເປັນພາສາລາວ

ຖະແຫຼງຂ່າວ ຊຸດປື້ມເລື່ອງ ໂຮ່ຈີ໋ມິງ ເປັນພາສາລາວ

ຍ​ສ​ໝ - ຕອນບ່າຍວານນີ້ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ຈັດງານຖະແຫຼງຂ່າວກ່ຽວກັບ ຊຸດປື້ມເລື່ອງ ໂຮ່ຈີ໋ມິງ ພາກ II, IV, VI ເປັນພາສາລາວ.

ຄະນະບໍລິຫານງານ ມິດຕະພາບຫວຽດ-ລາວ ໂທລະເລກຖາມຂ່າວຄາວກ່ຽວກັບສະຖານນະການສັນເຂື່ອນຊຸ

ຄະນະບໍລິຫານງານ ມິດຕະພາບຫວຽດ-ລາວ ໂທລະເລກຖາມຂ່າວຄາວກ່ຽວກັບສະຖານນະການສັນເຂື່ອນຊຸ

ຍ​ສ​ໝ - ພາຍຫຼັງມີຂ່າວວ່າກ່ຽວກັບ ອ່າງເກັບນ້ຳເຂື່ອນໄຟຟ້າ ຢູ່ແຂວງອັດຕະປື ປະເທດລາວ ຊຸໃນວັນທີ 23 ກໍລະກົດ, ຄະນະບໍລິຫານງານສູນກາງ ສະມາຄົມມິດຕະພາບຫວຽດ-ລາວ ໄດ້ໂທລະເລກຖາມຂ່າວຄາວເຖິງ ສະມາຄົມມິດຕະພາບ ລາວ-ຫວຽດນາມ. ໜັງສືພິມໄດ້ລົງຂ່າວເນື້ອໃນຂອງການສົນທະນາຂອງ ຄະນະບໍລິຫານງານສູນກາງ ສະມາຄົມຫວຽດ-ລາວ.

ແຂວງກວາງຈິ້ແລະສາລາວັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ແຂວງກວາງຈິ້ແລະສາລາວັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ວັນທີ 24 ກໍລະກົດ, ຢູ່ນະຄອນດົງຮ່າ, ແຂວງກວາງຈິ້ ໄດ້ດຳເນີນການເຈລະຈາຂັ້ນສູງຕີລາຄາກາງສະໄໝຂໍ້ຕົກລົງຮ່ວມມືລະຫວ່າງ 2 ແຂວງກວາງຈິ້ (ຫວຽດນາມ) ແລະ ສາລາວັນ (ລາວ).

ກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

ກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

ຕອນບ່າຍວັນທີ 24 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ວ່າ “ວຽກງານແນວຄິດໃນປັດຈຸບັນ - ສະພາບການຕົວຈິງ, ບັນຫາທີ່ວາງອອກ ແລະມາດຕະການ”.

ເພີ່ມທະວີສາຍພົວພັນການທູດປ້ອງກັນປະເທດ  ຫວຽດນາມ-ລາວ

ເພີ່ມທະວີສາຍພົວພັນການທູດປ້ອງກັນປະເທດ ຫວຽດນາມ-ລາວ

ຕອນບ່າຍວັນທີ 23 ກໍລະກົດ ຄະນະພະນັກງານຂັ້ນສູງ ທະຫານປະຊາຊົນລາວ ນຳໂດຍ ພັນເອກ ສອນທອງ ແກ້ວລໍຄຳ ຫົວໜ້າກົມ-ກົມສູ້ຮົບ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບ ກອງບັນຊາການ ທະຫານແຂວງ ເຫງະອານ.

ລາວ-ຫວຽດນາມ ສຳເລັດກອງປະຊຸມສຳມະນາວຽກງານການຮ່ວມມື-ລົງທຶນ

ລາວ-ຫວຽດນາມ ສຳເລັດກອງປະຊຸມສຳມະນາວຽກງານການຮ່ວມມື-ລົງທຶນ

ກະຊວງແຜນການ ແລະການລົງທຶນ ໂດຍແມ່ນຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານຮ່ວມມື, ລົງທຶນລາວ - ຫວຽດນາມ ທີ່ແຂວງ ສະຫວັນນະເຂດ.

ຮູບແຕ້ມຂອງເຍົາວະຊົນລາວ ຖືກຂັດເລືອກໄປ ແຂ່ງຂັນ ຮູບແຕ້ມລະດັບໂລກ ຢູ່ປະ ເທດຍີ່ປຸ່ນ

ຮູບແຕ້ມຂອງເຍົາວະຊົນລາວ ຖືກຂັດເລືອກໄປ ແຂ່ງຂັນ ຮູບແຕ້ມລະດັບໂລກ ຢູ່ປະ ເທດຍີ່ປຸ່ນ

​ໂຄງການ​ປະ​ກວດ​ແຕ້ມ​ຮູບ ລົດ​ໂຕ​ໂຍຕ້າ ​ໃນ​ຝັນ​ຂອງ​ຂ້ອຍ ປະຈຳ​ປີ 2018 ຈັດ​ຂຶ້ນ​​ເພື່ອ​ສົ່ງ​ເສີມ​ໃຫ້​ເຍົາວະ​ຊົນລາວ​ ກ້າ​ສະ​ແດງ​ອອກ​ຜ່ານ​ຄວາມ​ຄິດ​ສ້າງສັນ ​ແລະ ຈິນຕະນາ​ການ ​ໂດຍ​ມີ​ສິລະ​ປະ ​ເປັນ​ສື່​ກາງ​ຜ່ານ​ການ​ແຕ້ມ​ຮູບ ໃນ​ຫົວ​ຂໍ້ “ລົດ​ໂຕ​ໂຍຕ້າ ​ໃນ​ຝັນ​ຂອງ​ຂ້ອຍ” ​ເຊິ່ງ​ໃນປີ​ນີ້ ມີ​ຜົນງານ​ເຂົ້າ​ປະ​ກວດ​ຫລາຍ​ກວ່າ 650.000 ຜົນງານ, ຈາກ 76 ປະ​ເທດ​ທົ່ວ​ໂລກ.

ສະແດງຄວາມຮູ້ບຸນຄຸນ ເຖິງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ສອງຊາດ ລາວ-ຫວຽດນາມ

ສະແດງຄວາມຮູ້ບຸນຄຸນ ເຖິງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ສອງຊາດ ລາວ-ຫວຽດນາມ

ຍ​ສ​ໝ - ສະເຫຼີມສະຫຼອງຄົບຮອບ 71 ປີ ວັນຜູ້ເສຍອົງຄະ ແລະ ວິລະຊົນ ຫວຽດນາມ ( 27 ກໍລະກົດ 1947 -27 ກໍລະກົດ2018) ແລະ 41 ວັນເຊັນສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ 18 ກໍລະກົດ 1977- 18 ກໍລະກົດ 2018), ສູນກາງ ສະມາຄົມມິດຕະພາບ ຫວຽດນາມ -ລາວ, ຄະນະພົວພັນທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ຢູ່ລາວ ໄດ້ເຂົ້າວາງພວງມາລາ ຈູດທູບທຽນ ໃຫ້ແກ່ບັນດາວິລະຊົນ ຢູ່ທີ່ ສຸສານ ທະຫານວິລະຊົນ ສາກົນ ດົ່ງເຕິມ ແຂວງ ແທັງຮວ໋າ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ຈະສ້າງ ຢູ່ແຂວງສາລະວັນ

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ຈະສ້າງ ຢູ່ແຂວງສາລະວັນ

ຍ​ສ​ໝ - ປະ​ຈຸ​ບັນ ລາວ ແລະ ລາ​ຊະ​ອາ​ນາຈັກ ໄທ ໄດ້​ມີ​ຂົວ​ມິດ​ຕະ​ພາບ ຂ້າມ​ແມ່​ນ້ຳ ຂອງ​ທັງ​ໝົດ 5 ແຫ່ງ​ແລ້ວ. ປະ​ຈຸ​ບັນ​ແມ່ນ​ກຳ​ລັງ​ກະ​ກຽມ​ໃຫ້​ແກ່​ການ​ສ້າງ​ຂົວ​ແຫ່ງ​ທີ 6 ຄາດ​ວ່າ​ຈະ​ສ້າງ​ຢູ່​ທີ່ ແຂວງ ສະ​ລະ​ວັນ​.

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກ

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກ

ສອງວັນ​ທີ່​ຜ່ານ​ມາ, ຢູ່ນະຄອນຫຼວງວຽງຈັນ, ປະເທດ ລາວ ໄດ້ດໍາເນີນກອງປະຊຸມວິທະຍາສາດລະຫວ່າງວິທະຍາຄານເສນາຮັກຫວຽດນາມ - ວິທະຍາຄານເສນາຮັກລາວ ຄັ້ງທໍາອິດ.

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

ຕົ້ນ​ອາ​ທິດ​ທີ່​ຜ່ານ​ມາ, ຄະນະພະນັກງານກອງທັບປະຊາຊົນລາວ ໂດຍທ່ານພົນຈັດຕະວາ ບົວສິງ ອິນທະວົງ, ຫົວໜ້າກົມເສນາຮັກ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ.

ຮອງປະທານສະພາແຫ່ງຊາດລາວ ພົບປະກັບບັນດາການນຳຂັ້ນສູງຂອງ ຫວຽດນາມ

ຮອງປະທານສະພາແຫ່ງຊາດລາວ ພົບປະກັບບັນດາການນຳຂັ້ນສູງຂອງ ຫວຽດນາມ

ຍ​ສ​ໝ - ຕອນບ່າຍຂອງວັນທີ 17 ກໍລະກົດ ທີ່ຜ່ານມາ ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ແສງນວນ ໄຊຍະລາດ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດລາວ ໄດ້ເຂົ້າພົບຢ້ຽມຢາມຖາມຂ່າວກັບ ພະນະທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວ໋ຽນທິກິມເງິນ

ເພີ່ມທະວີການຮ່ວມມືລະຫວ່າງ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ໜັງສືພິມກອງທັບປະຊາຊົນລາວ

ເພີ່ມທະວີການຮ່ວມມືລະຫວ່າງ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ໜັງສືພິມກອງທັບປະຊາຊົນລາວ

ສອງວັນ​ທີ່​ຜ່ານ​ມາ ຢູ່ນະຄອນ ໂຮ່ຈິມິນ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ໂດຍທ່ານພັນເອກ ຄໍາສາວ ແກ້ວວິເສດ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ, ຝ່າຍ ຫວຽດນາມ ມີທ່ານພັນເອກພິເສດ ຮ່າແມ້ງເຕື່ອງ, ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ.