ຮອງປະທານສະພາແຫ່ງຊາດລາວ ພົບປະກັບບັນດາການນຳຂັ້ນສູງຂອງ ຫວຽດນາມ

10:24 | 18/07/2018

ຍ​ສ​ໝ - ຕອນບ່າຍຂອງວັນທີ 17 ກໍລະກົດ ທີ່ຜ່ານມາ ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ແສງນວນ ໄຊຍະລາດ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດລາວ ໄດ້ເຂົ້າພົບຢ້ຽມຢາມຖາມຂ່າວກັບ ພະນະທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວ໋ຽນທິກິມເງິນ

ຮອງປະທານສະພາແຫ່ງຊາດລາວ ພົບປະກັບບັນດາການນຳຂັ້ນສູງຂອງ ຫວຽດນາມ

ທ່ານ ພົນ​ໂທ ແສງນວນ ໄຊ​ຍະ​ລາດ ພົບ​ປະ​ກັບ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ໋ຽນ​ຟູ໋​ຈ້ອງ. (ພາບ: ສຳ​ນັກ​ຂ່າ​ວ​ຫວຽດ​ນາມ)

ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ໋ຽນ​ຟູ໋​ຈ້ອງ ສະ​ແດງ​ຄວາມ​ຍິນ​ດີ ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ຕໍ່​ກັບ​ການ​ມາ​ຢ້ຽມ​ຢາມ​ຂອງ ທ່ານ​ຮອງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ​ລາວ ແສງນວນ ໄຊ​ຍະ​ລາດ ແລະ​ ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ລາວ; ທ່ານ​ມີ​ຄວາມ​ພິ​ຕິ​ຊົມ​ຊື່ນ​ຕໍ່​ກັບ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ພິ​ເສດ ຫວຽດ​ນາມ-ລາວ ທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ ຂອງທຸກໆ​ຂົງ​ເຂດ ໃນ​ນັ້ນ​ມີ​ການ​ປະ​ກອບ​ຢ່າງ​ຕັ້ງ​ໜ້າ​ ແລ​ະ ສຳ​ຄັນ​ຂອງ​ສະ​ພາ​ແຫ່ງ​ຊາດ​ທັງ​ສອງ​ປະ​ເທດ.

ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວ໋ຽນ​ຟູ໋​ຈ້ອງ ຕີ​ລາ​ຄາ​ສູງ​ຕໍ່​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ສະ​ພາ​ແຫ່ງ​ຊາດ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ສະ​ເໜີ​ວ່າ​ໃນ​ອາ​ນາ​ຄົດ​ຕໍ່​ໜ້າ ສະ​ພາ​ແຫ່ງ​ຊາດ​ທັງ​ສອງ​ປະ​ເທດ, ກໍ່​ຄື​ຄະ​ນະ​ກຳ​ມາ​ທິ​ການ​ສະ​ພາ​ແຫ່ງ​ຊາດ ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມອີກ ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ​ທາງ​ດ້ານ​ວິ​ຊາ​ສະ​ເພາະ ໃນ​ຂົງ​ເຂດ​ຍຸດ​ຕິ​ທຳ, ກວດ​ກາ ແລະ ດຳ​ລັດ ກ່ຽວ​ກັບ​ບັນ​ຫາ​ອັນ​ສຳ​ຄັນ​ໃຫຍ່​ຂອງ​ປະ​ເທດ; ເພີ່ມ​ທະ​ວີ​ການກວດ​ກາ, ຕິດ​ຕາມ, ກວດ​ສອບ, ຊຸກ​ບູ້, ຊີ້​ນຳ​ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃນ​ວຽກ​ງານ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງສອງ​ພັກ-ສອງລັດ, ສົນ​ທິ​ສັນ​ຍາ ການ​ຮ່ວມ​ມື ລະ​ຫວ່າງ​ສອງ​ ລັດ​ຖະ​ບານ ແລະ ໂຄງ​ການ-ການ​ຮ່ວມ​ມື ລະ​ຫວ່າງ​ ສອງ​ສະ​ພາ​ແຫ່ງ​ຊາດ.

ຮອງ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ລາວ ໄດ້​ຢັ້ງ​ຢືນ​ວ່າ ສະ​ພາ​ແຫ່ງ​ຊາດ​ລາວ ຈະ​ປະ​ສານ​ສົມ​ທົບຢ່າງ​ແໜ້ນ​ແຟ້ນ​ກັບ​ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ບັນ​ດາ​ສັນ​ຍາ ລະ​ຫວ່າງ ການ​ນຳ​ຂັ້ນ​ສູງ​ຂອງ​ສອ​ງ​ພັກ-ສອງ​ລັດ ແລະ ສັນ​ຍາ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ສະ​ພາ​ແຫ່ງ​ຊາດ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ ລະ​ຫວ່າງ ບັນ​ດາ​ຫ້ອງ​ການ​ຂອງ​ສອງ​ສະ​ພາ​ແຫ່ງ​ຊາດ

ຕ່າງ​ໜ້າ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວ໋ຽ​ນ​ທິ​ກີມ​ເງິນ ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ທ່ານ ພົນ​ໂທ ແສງນວນ ໄຊ​ຍະ​ລາດ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ທີ່​ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ສຸດ​ອົກ​ສຸດໃຈ.

ຮອງປະທານສະພາແຫ່ງຊາດລາວ ພົບປະກັບບັນດາການນຳຂັ້ນສູງຂອງ ຫວຽດນາມ

ທ່ານ ພົນ​ໂທ ແສງນວນ ໄຊ​ຍະ​ລາດ ພົບ​ປະ​ກັບ ທ່ານ​ນາງ ຫງວ໋ຽນ​ທິ​ກີມ​ເງິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. (ພາບ: ສຳ​ນັກ​ຂ່າ​ວ​ຫວຽດ​ນາມ)

ລາຍ​ງານ​ ກ່ຽວ​ກັບ​ການ​ພົບ​ປະກັບ ທ່ານ​ຮອງ​ປະ​ທານ ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋​ອງ ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ ວັນ​ທີ 17 ກໍ​ລະ​ກົດ ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄດ້​ໃຫ້​ຮູ້​ວ່າ: ທັງ​ສອງ​ໄດ້​ແລກ​ປ່ຽນ​ຫຼາຍ​ເນື້ອ​ໃນ​ທີ່​ມີ​ຜົນ​ປະ​ໂຫຍດ; ລາຍ​ງານ​ຕໍ່​ກັນບັນ​ດາ ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ທີ່​ຫາກໍ່​ສຳ​ເລັດ​ລົງ​ຂອງ​ແຕ່​ລະ​ປະ​ເທດ, ກໍ່​ຄື​ສະ​ພາບ​ການ-ການ​ຮ່ວມ​ມື ລະ​ຫວ່າງ​ ສອງ​ສະ​ພາ​ແຫ່ງ​ຊາດ ກັບ ສະ​ຫະ​ພັນ​ສະ​ພາ​ສາ​ກົນ ແລະ ຕໍ່​ກັບສະ​ພາ​ປະ​ເທດ​ອື່ນໆ.

ບົນ​ຈິດ​ໃຈ​ອັນ​ກົງ​ໄປ​ກົງ​ມາ ແລະ ເປີດ​ເຜີຍ ທັງ​ສອງ​ໄດ້​ແລກ​ປ່ຽນ​ຫຼາຍ​ບັນ​ຫາ​ທີ່​ທັງ​ສອງ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວ໋ຽນ​ທິ​ກີມ​ເງິນ ໄດ້​ເນັ້ນ​ໜັກ ຜົນ​ສຳ​ເລັດ​ການ​ພົບ​ປະ​ລະ​ຫວ່າງ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ ສະ​ພາ​ແຫ່ງ​ຊາດ​ທັງ​ສອງ​ປະ​ເທດ ແມ່ນ​ມີ​ຄວາມ​ແທດ​ເໝາະ​ກັບຕົວ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ບັນ​ດາ​ເນື້ອ​ໃນ​ທີ່​ທັງ​ສອງ​ແລກ​ປ່ຽນ​ແມ່ນ ບັນ​ດາ​ບັນ​ຫາ​ອັນ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຂອງ​ສອງ​ປະ​ເທດ, ສອດ​ຄ່ອງ​ກັບ ສິດ​ຜົນ​ປະ​ໂຫຍດລວມ​ຂອງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ ແລະ ເພີ່ມ​ທະ​ວີສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເກົ່າ​ແກ່​ຍາວ​ນານ, ສາ​ມັກ​ຄີພິ​ເສດ ແລະ ຮ່ວມ​ມື​ຮອບ​ດ້ານຫວຽດ​ນາມ-ລາວ. ກ່ຽວ​ກັນ​ການ​ຮ່ວມ​ມື​ ລະ​ຫວ່າງ ສອງສະ​ພາ​ແຫ່ງ​ຊາດ ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ຂື້ນ​ອີກເພື່ອ​ໃຫ້ ສະ​ພາ​ແຫ່ງ​ຊາດ​ທັງ​ສອງ​ປ​ະ​ເທດ ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຄ່ອງ​ແຄ້ວ​ບັນ​ຂໍ້​ຜູກ​ພັນ ແລະ ສັນ​ຍາ ທີ່​ໄດ້​ຮັບ​ການ​ເຊັນກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ໂດຍ​ຜ່ານ​ວຽກ​ງານ​ການ​ປະ​ສານ​ສົມ​ທົບ​ກັນ​ຈັດ​ງ​ຕັ້ງ​ປະ​ຕິ​ບັດ, ກວ​ດ​ກາ , ຕິດ​ຕາມ​ຂະ​ບວ​ນ​ການ-ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ສັນ​ຍາ​ທີ່​ໄດ້​ເຊັນ​ຜ່ານ​ມາ; ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ກົດ​ໝາຍ, ນະ​ໂຍ​ບາຍ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ພາ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ປະ​ກົດ​ຜົນ​ເປັນ​ຈິງ.

ທັງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແບ່ງ​ປັນ​ບົດ​ຮຽນ ລະ​ຫວ່າງ​ ທັງ​ສອງ​ສະ​ພາ​ແຫ່ງ​ຊາດ ໂດຍ​ສະ​ເພາະ​ແມ່ນ​ໃນ​ວຽກ​ງານ​ການກໍ່​ສ້າງ​ກົນ​ໄກ​ລັດ, ລະ​ບົບ​ກົດ​ໝາຍ ແລະ ຕິດ​ຕາມກວດ​ກາ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ກົດ​ໝາຍ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ກັບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ແລກ​ປ່ຽນ​ບົດ​ຮຽນ​ຂອງວຽກ​ງານ ສະ​ພາ​ປະ​ຊາ​ຊົນ ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ໋​ມິງ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຕົວ​ຈິງ; ພ້ອມ​ກັນ​ນັ້ນ​ຍັງ​ໄຫ້​ຮູ້​ຕື່ມ​ອີກວ່າ ພ້​ອມ​ທີ່​ຈະ​ເຊື່ອມ​ຕໍ່​ລະ​ຫວ່າງ ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ກັບ​ລາວ ເພື່ອ​ໃຫ້​ທັງ​ສອງ​ຝ່າຍ​ສາ​ມາດ ຮ່ວມ​ມື ແລກ​ປ່ຽນ​ບົດ​ຮຽ​ນ​ໃນ​ວຽກ​ງານ​ສະ​ພາ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ທ້ອງ​ຖິ່ນກໍ່​ຄື​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໄດ້​ເນັ້ນ​ໜັກ​ວ່າ ໃນ​ອາ​ນາ​ຄົດ​ຕໍ່​ໜ້າ ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສືບ​ຕໍ່​ພົວ​ພັນ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ ສະ​ພາ​ແຫ່ງ​ຊາດ​, ລັດ​ຖະ​ບານ​ລາວ ເພື່ອ​ຊຸກ​ຍູ້​ວຽກ​​ງານ​ ​ໂຄງ​ການ ກໍ່​ສ້າງ ສຳນັກ​ງານ​ສະ​ພາ​ແຫ່ງ​ຊາດ ໃຫ້​ໄປ​ຕາມ​ແຜນ​ງານ, ຮັບ​ປະ​ກັນ​ຄຸ​ນ​ນະ​ພາບ, ສົມ​ກັບ​ວ່າ​ເປັນ​ສັນ​ຍາ​ລັກ​ຂອງ​ມິດ​ຕະ​ພາບ ແລະ ສາ​ມັກ​ຄີ​ພິ​ເສດ ຫວຽດ​ນາມ-ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.