ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

08:31 | 20/07/2018

ຕົ້ນ​ອາ​ທິດ​ທີ່​ຜ່ານ​ມາ, ຄະນະພະນັກງານກອງທັບປະຊາຊົນລາວ ໂດຍທ່ານພົນຈັດຕະວາ ບົວສິງ ອິນທະວົງ, ຫົວໜ້າກົມເສນາຮັກ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ.

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ. (ພາບ: ເຊີນຕ່ອງ)

ເນື່ອງໃນການຢ້ຽມຢາມຄັ້ງນີ້, ທ່ານພົນຈັດຕະວາ ບົວສິງ ອິນທະວົງ ໄດ້ມອບຂອງຂວັນ, ອວຍພອນໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດ, ອວຍພອນສາຍພົວພັນອັນດີງາມລະຫວ່າງສອງປະເທດລາວ-ຫວຽດນາມ ເວົ້າລວມ, ລະຫວ່າງກອງທັບລາວ ແລະຫວຽດນາມ ເວົ້າສະເພາະຍາມໃດກໍ່ໝັ້ນຄົງເຂັ້ມແຂງ.

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

ທ່ານພັນເອກພິເສດ ຮວ່າງຊວນເກື່ອງ ມອບຂອງຂວັນໃຫ້ຄະນະລາວ. (ພາບ: ເຊີນຕ່ອງ)

ທ່ານພັນເອກພິເສດ ຮວ່າງຊວນເກື່ອງ ໄດ້ຂອບໃຈທ່ານພົນຈັດຕະວາ ບົວສິງ ອິນທະວົງ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມ, ອວຍພອນສະມາຊິກໃນຄະນະໝົດທຸກຄົນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະສາຍພົວພັນສາມັກຄີມິດຕະພາບນັບມື້ນັບໄດ້ຮັບການຮັດແໜ້ນກວ່າອີກ.

ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານແຂວງ ໄຕນິງ

ຄະນະພະນັກງານລາວຢ້ຽມຊົມເຂດທ່ອງທ່ຽວປະຫວັດສາດ ພູບ່າແດນ. ພາບ: ເຊີນຕ່ອງ.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງ ໄຕນິງ ກໍ່ໄດ້ມອບຂອງຂວັນທີ່ລະນຶກ ແລະແນະນໍາຄະນະໄປຢ້ຽມຊົມເຂດທ່ອງທ່ຽວປະຫວັດສາດ ພູບ່າແດນ ແຂວງ ໄຕນິງ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.