ຍສໝ - ທິດທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີຮັບເງິນບໍລິຈາກ ຈາກ ກະຊວງຕຳຫຼວດ ຫວຽດນາມ ຊ່ວຍເຫຼືອພໍ່ແມ່ປະຊາຊົນລາວ ທີ່ຮັບຜົນກະທົບຈາກຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນ້ອຍແຕກ ຢູ່ ແຂວງອັດຕະປື
ຕາມຂໍ້ມູນຂ່າວສານຈາກກົມກູູ້ໄພ-ກູ້ຊີບ, ກົມໃຫຍ່ເສນາທິການ, ກອງບັນຊາການທະຫານເຂດ 5 ແລະຄະນະເສດຖະກິດປ້ອງກັນຊາດ 206 ພວມສືບຕໍ່ຊີ້ນໍາບັນດາກົມກອງສົ່ງກໍາລັງ, ພາຫະນະຊ່ວຍເຫຼືອປະຊາຊົນແຂວງ ອັດຕະປື, ສປປ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກ.
ຍສໝ - ຕອນເຊົ້າຂອງວັນທີ 2 ສິງຫານີ້ ຢູ່ ສະຖານທູດລາວປະຈຳສສ ຫວຽດນາມ ເລຂາລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ໂຕແອັງຢຸ໋ງ ໄດ້ມອບເງິນຊ່ວຍເຫຼືອຈຳນວນ 350ລ້ານດົ່ງ ທີ່ມາຈາກນຳ້ໃຈເຜຶອແຜ່ຂອງພະນັກງານ ກະຊວງການຕ່າງປະເທດ ລວບລວມເພື່ອແນໃສ່ແບ່ງປັນ ແລະ ບັນເທົາທຸກກັບລັດຖະບານ, ປະຊາຊົນລາວອ້າຍນ້ອງ ໃນພະລະກິດແກ້ໄຂຜົນກະທົບຈາກເຫດການຄັນຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນອ້ຍແຕກ.
ສະມາຄົມຊາວຫວຽດນາມອາໄສຢູ່ແຂວງອຸດົມໄຊ ແຫ່ງ ສປປ ລາວ ຫາກໍ່ຈັດຕັ້ງການບໍລິຈາກເງິນຊ່ວຍເຫຼືອປະຊາຊົນແຂວງອັດຕະປື, ສປປ ລາວ ທີ່ຖືກເສຍຫາຍຢ່າງຮ້າຍແຮງທັງຊີວິດ ແລະຊັບສິນຈາກອຸບັດເຫດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ.
ຍສໝ - ມື້ວັນທີ ຕົ້ນອາທິດທີ່ຜ່ານມາ, ຢູ່ທີ່ບ້ານນຳ້ອອນ ເມືອງໄຊຈຳພອນ ແຂວງບໍລິກໍຄຳໄຊ ສປປ ລາວ ກອງບັນຊາການທະຫານຊາຍແດນ ປະສານສົມທົບກັບອຳນາດການປົກຄອງທ້ອງຖີ່ນ ໄດ້ຈັດຕັ້ງພິທີ ກໍ່ສ້າງສຸກສາລາທະຫານເສນາຮັກ.
ຍສໝ - 3 ປີທີ່ຜ່ານມາ ບັນດານັກຮຽນອາສາສະໝັກ ມະຫາວິທະຍາໄລ ກຸຍເຍີນ ແຂວງບິ່ງດິ້ງ ຍັງຮັກສາການສອນພາສາຫວຽດໃຫ້ແກ່ນັກຮຽນລາວ.
ທ້າຍທິດທີ່ຜ່ານມາ, ປ້ອມທະຫານຊາຍແດນດ່ານສາກົນນ້ຳກັນ, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບຫ້ອງການພາສີດ່ານສາກົນນ້ຳກັນ ແລະອຳນາດການປົກຄອງຕາແສງນ້ຳກັນ, ເມືອງກີ່ເຊີນ, ແຂວງເງະອານ ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ.
ຍສໝ - ເພື່ອຊ່ວຍເຫຼືອລາວໃນການແກ້ໄຂ ແລະ ບັນເທົາທຸກແກ່ພໍ່ແມ່ປະຊາຊົນລາວທົ່ວປະເທດ ເວົ້າລວມ ແລະ ແຂວງອັດຕະປືເວົ້າສະເພາະຜ່ານພົ້ນເຫດການຄູກັ້ນນຳ້ຂອງເຂື່ອນເຊປ່ຽນ-ເຊນຳ້ນ້ອຍແຕກຄັ້ງນີ້, ລັດຖະບານຫວຽດນາມ, ອົງການທີ່ກ່ຽວຂ້ອງ ແລະ ປະຊາຊົນຊາວຫວຽດນາມ ໄດ້ພະຍາຍາມປຸກລະດົມ, ຊອກຫາທຸກວິທີການເພື່ອຊ່ວຍເຫຼືອຍູ້ໜູນດ້ວຍຫຼາຍວິທີການທີ່ແຕກຕ່າງກັນ.
ຍສໝ - ຢູ່ທີ່ ວັດບ່າງລ໋ອງ (ນະຄອນຫຼວງວຽງຈັນ) ໄດ້ຈັດພິທີເປີດຫ້ອງຮຽນພາສາຫວຽດ ແລະ ພາສາລາວຟຣີໂດຍບໍ່ເສຍຄ່າໃຫ້ແກ່ພໍ່ແມ່ພີ່ນ້ອງເຊື້ອສາຍຫວຽດ ຢູ່ ລາວ.
ຍສໝ - ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນະຄອນ ໂຮ່ຈີ໋ມິງ ຄະນະຊາວໜຸ່ມນະຄອນໂຮ່ຈີ໋ມິງ ໄດ້ຈັດເປີດຄ້າຍລະດູຮ້ອນເຍົາວະຊົນ 3ຊາດ: ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 5 ປີ 2018 ໃນຫົວຂໍ້ “ອ້ອມແຂນເພື່ອນມິດ.”
ເສັ້ນຊາຍແດນຫວຽດນາມ-ລາວ ລະຫວ່າງເມືອງອາເລື໋ອຍ (ແຂວງ ເທື່ອທຽນ-ເຫວ້) ແລະເມືອງກະລຶມ (ແຂວງເຊກອງ) ຍາມໃດກໍ່ເຕັມໄປດ້ວຍນໍ້າໃຈມິດຕະພາບ.
ຍສໝ - ຕອນເຊົ້າວັນທີ 30 ກໍລະກົດ, ທີ່ໂຮງຮຽນ ວິທະຍາໄລສ້າງຄູ ແຂວງ ເຫງະອານ ໄດ້ຈັດຕັ້ງພິທີອັດຊຸດບໍາລຸງສ້າງ ພາສາຫວຽດພື້ນຖານໃຫ້ນັກຮຽນ, ນັກສຶກສາແຫ່ງ ສປປ ລາວ, ສົກຮຽນ 2017-2018.
ຍສໝ - ຕອນແລງຂອງວັນທີ 30 ກໍລະກົດ ກະຊວງອຸດສະຫະກຳ ແລະ ການຄ້າ ເຈີ່ນຕ໋ວນແອັງ ໄດ້ເປັນປະທານໃນການລະດົມທືນເພື່ອຊ່ວຍເຫຼືອປະຊາຊົນລາວ ຜູ້ປະສົບໄພ ຈາກເຫດການຂອງຕະຝັ່ງກັ້ນເຂື່ອນໄຟຟ້າພະລັງງານນຳ້ ເຊປ່ຽນ-ເຊນຳ້ນ້ອຍແຕກ ຢູ່ແຂວງອັດຕະປືທີ່ຜ່ານມາ.
ທ້າຍອາທິດທີ່ຜ່ານມາ, ບໍລິສັດມິດຕະພາບພາກໃຕ້ລາວຈໍາກັດຜູ້ດຽວ ສືບຕໍ່ມອບເງິນສົດ 100 ລ້ານດົ່ງ ແລະຢຸກຢາປິ່ນປົວພະຍາດດ້ວຍມູນຄ່າ 50 ລ້ານດົ່ງ, ໂສ້ງເສື້ອ 1.700 ຊຸດ ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດປະສົບໄພພິບັດເຂື່ອນໄຟຟ້າແຕກຢູ່ແຂວງອັດຕະປື (ລາວ) ຕື່ມອີກ.
ຍສໝ - ມື້ເຊົ້ານີ້ 30 ກໍລະກົດ ຢູ່ຮ່າໂນ້ຍ ສະມາຄົມມິດຕະພາບຫວຽດ-ລາວ ນຳໂດຍທ່ານ ເຈິ່ນວັນຕຸ໋ຍ ປະທານສູນກາງ ສະມາຄົມ ໄດ້ເຂົ້າຢ້ຽມຢາມຖາມຂ່າວ ແລະ ມອບເງິນຊ່ວຍເຫຼືອຈຳນວນ 100ລ້ານດົ່ງ(ປະມານ 4.000 ໂດລາສະຫະລັດ) ແກ່ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ເພື່ອຊ່ວຍເຫຼືອລັດຖະບານລາວ ແລະ ປະຊາຊົນລາວເພື່ອບັນເທົາທຸກເຫດການເຂື່ອນໄຟຟ້າພະລັງງານນ້ຳ ເຊປ່ຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປືທີ່ຜ່ານມາ.
ຍສໝ - 29 ກໍ ລະກົດ 2018, ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານນາຍົກກ່າວ, ລັດຖະບານຈະຢູ່ຄຽງຂ້າງປະຊາຊົນ, ຈະຊ່ວຍຟ້ືນຟູຢ່າງເຖິງທີ່ສຸດ ແລະ ຈະກວດສອບຄວາມໂປ່ງໃສທຸກໜ່ວຍງານທີ່ກ່ຽວຂ້ອງກັບເຂື່ອນເປຊຽນ-ເຊນໍ້ານ້ອຍແຕກ.
ໃນວັນທີ 26 ແລະວັນທີ 27 ກໍລະກົດ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງ ກອນຕຸມ ໂດຍທ່ານພັນເອກ ເລແທງຕຸ່ງ ຮອງຜູ້ບັນຊາການທະຫານຊາຍແດນແຂວງກອນຕຸມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມຖາມຂ່າວ, ປຸກລະດົມກໍາລັງໃຈ ແລະໜູນຊ່ວຍປະຊາຊົນແຂວງອັດຕະປື, ສປປ ລາວ ທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນວັນທີ 23 ກໍລະກົດທີ່ຜ່ານມາ
ຍສໝ - ໃນການຈັດອັດດັບປະເທດ ທີ່ມີຄວາມສະຫງົບ ປີ 2018 ທີ່ຜ່ານມາ, ລາວຍັງເປັນປະເທດທີ່ຍັງຄົງຮັບສາໄວ້ແຫ່ງຄວາມສະຫງົບຂອງປະເທດ ເຖິງວ່າຈະຫຼຸດລົງມາຢູ່ສອງຂັ້ນກໍ່ຕາມ.
ຍສໝ - ຕອນເຊົ້າວັນທີ 27 ກໍລະກົດ ທ່ານ ດ່າວວັນຫ໋ຽວ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ຂອງລາວ ໄດ້ລົງພື້ນທີ່ຕົວຈິງເພື່ອຖາມຂ່າວຄາວ ແລະ ມອບເຄື່ອງຂອງໃຫ້ບັນດາຄອບຄົວຜູ້ປະສົບໄພຊາວຫວຽດນາມ.
ມື້ວານນີ້ທີ່ສະພາແຫ່ງຊາດ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ.