ເຂດຊາຍແດນຫວຽດນາມ-ລາວ ແຫ່ງຈະເລີນກ້າວໜ້າ

08:09 | 01/08/2018

ເສັ້ນຊາຍແດນຫວຽດນາມ-ລາວ ລະຫວ່າງເມືອງອາເລື໋ອຍ (ແຂວງ ເທື່ອທຽນ-ເຫວ້) ແລະເມືອງກະລຶມ (ແຂວງເຊກອງ) ຍາມໃດກໍ່ເຕັມໄປດ້ວຍນໍ້າໃຈມິດຕະພາບ.

ຂົວເຊື່ອມຕໍ່ລະຫວ່າງອາລົມຈິດປະຊາຊົນສອງປະເທດແມ່ນບັນດາພະນັກງານ, ນັກຮົບຊາຍແດນ. ບໍ່ພຽງແຕ່ປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບຢູ່ເສັ້ນຊາຍແດນເປັນຢ່າງດີເທົ່ານັ້ນ, ຫາກບັນດາທະຫານຊາຍແດນຍັງຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍ, ຊ່ວຍເຫຼືອບັນດາໝູ່ບ້ານຂອງທ້ອງຖິ່ນປະເທດເພື່ອນມິດລາວ ພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງສອງຊາດອີກດ້ວຍ.


ເຂດຊາຍແດນຫວຽດນາມ-ລາວ ແຫ່ງຈະເລີນກ້າວໜ້າ

ທະຫານຊາຍແດນ ເຍິມ ເທື່ອທຽນ-ເຫວ້ ແນະນໍາປະຊາຊົນບ້ານເຊຊາບ (ລາວ) ປູກໝາກນັດທີ່ມີສະມັດຕະພາບສູງ. (ພາບ: ຫວໍ້ຕ໋ຽນ-ກົງເຮົ້າ)

ພວກຂ້າພະເຈົ້າໄດ້ມີໂອກາດໄປນຳບັນດາພະນັກງານ, ນັກຮົບປ້ອມທະຫານຊາຍແດນ ເຍິມ (ເມືອງອາເລື໋ອຍ) ສັງກັດກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ເດີນທາງໄປບ້ານເຊຊາບ, ເມືອງກະລຶມ, ແຂວງເຊກອງ ຂອງປະເທດເພື່ອນມິດລາວ. ທ່ານພັນຕີ ຮວ່າງວັນຫງວ້ຽນ ຮອງຫົວໜ້າການເມືອງປ້ອມທະຫານຊາຍແດນ ເຍິມ ຕ້ອນຮັບພວກຂ້າພະເຈົ້າຢູ່ປ້ອມກວດກາຊາຍແດນ ຮົ່ງໄທ (ເມືອງອາເລື໋ອຍ). ພາພວກຂ້າພະເຈົ້າໄປລຽບຕາມເສັ້ນຊາຍແດນມາບ້ານເຊຊາບ.

ມາຮອດບ້ານ ເຊຊາບ, ທ່ານນາຍບ້ານຊູໄມ ແລະປະຊາຊົນບ້ານເຊຊາບ ກໍ່ໄດ້ຕ້ອນຮັບພວກຂ້າພະເຈົ້າ. ຢູ່ໃນເຮືອນມິດຕະພາບເຊິ່ງປະຊາຊົນຫວຽດນາມ ຫາກໍ່ສ້າງ ແລະມອບໃຫ້ນັ້ນ, ພາຍຫຼັງບັນດາເລື່ອງເລົ່າກ່ຽວກັບການປູກຝັງ, ການຜະລິດຂອງຜູ້ໃຫຍ່ແລ້ວກໍ່ຍັງໄດ້ເລົ່າເລື່ອງກ່ຽວກັບການຮໍ່າຮຽນຂອງພວກນ້ອງນ້ອຍ ແລະຫວນຄືນໄລຍະເວລາກ່ຽວກັບຊຸມວັນກໍ່ສ້າງບ້ານອີກດ້ວຍ.

ເຂດຊາຍແດນຫວຽດນາມ-ລາວ ແຫ່ງຈະເລີນກ້າວໜ້າ

ທະຫານຊາຍແດນ ສົມທົບກັບ ສະຫະພັນແມ່ຍິງແຂວງເທື່ອທຽນ-ເຫວ້ ມອບຂອງຂວັນໃຫ້ປະຊາຊົນບ້ານເຊຊາບ. (ພາບ: ຫງອກບິ່ງ)

ທ່ານພັນຕີ ຮວ່າງວັນຫງວ້ຽນ ເລົ່າຄືນວ່າ: ບ້ານເຊຊາບ ໃນເມື່ອກ່ອນຕັ້ງເລິກຢູ່ໃນປ່າພຸ້ນ, ເຊິ່ງຫ່າງໄກກັນກັບທີ່ຕັ້ງໃນປະຈຸບັນ. ໃນຄາວນັ້ນປະຊາຊົນບ້ານເຊຊາບ ໄດ້ດໍາລົງຊີວິດຕາມປະເພນີການປູກຝັງແບບເລື່ອນລອຍ, ຢູ່ຕາມບັນດາເຮືອນຕູບ, ຖືກໄພອຶດຫິວ, ພະຍາດນາບຂູ່ເຖິງຊີວິດອີນຊີຂອງປະຊາຊົນ. ຕໍ່ໜ້າສະພາບນັ້ນ, ປີ 2014, ທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ສົມທົບກັບກໍາລັງທີ່ກ່ຽວຂ້ອງປະເທດເພື່ອນມິດລາວ ສ້າງແຜນການຍົກຍ້າຍບ້ານເຊຊາບ ໄປດໍາລົງຊີວິດຢູ່ທີ່ຕັ້ງປະຈຸບັນ. ພາຍຫຼັງທີ່ແຜນການໄດ້ຮັບອະນຸມັດຜ່ານຈາກຂັ້ນທີ່ມີສິດອໍານາດຂອງສອງປະເທດ, ທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ຈຶ່ງໄດ້ລະດົມແຫຼ່ງກໍາລັງ, ບຸກຄະລາກອນເພື່ອຜັນຂະຫຍາຍແຜນການດັ່ງກ່າວ. ພະນັກງານ, ນັກຮົບນັບຫຼາຍພັນຄົນຖືກສົ່ງໄປເຖິງບ້ານເຊຊາບ ພ້ອມກັບຊາວບ້ານກໍ່ສ້າງເຮືອນ 45 ຫຼັງ ເພື່ອຊ່ວຍ 45 ຄອບຄົວມີຊີວິດການເປັນຢູ່ເປັນປົກກະຕິຢູ່ທີ່ຕັ້ງໃໝ່.

ທ່ານ ຊູໄມ, ນາຍບ້ານເຊຊາບ ໄດ້ເວົ້າດ້ວຍຄວາມພາກພູມໃຈວ່າ: “ໃນເມື່ອກ່ອນ, ຊີວິດການເປັນຢູ່ຂອງຊາວບ້ານປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຍ້ອນມີການຊ່ວຍເຫຼືອຈາກທະຫານຊາຍແດນຫວຽດນາມ, ມາຮອດປະຈຸບັນບ້ານຂອງຕົນຈຶ່ງມີຄວາມຈະເລີນກ້າວໜ້າ. ຕາງໜ້າອໍານາດການປົກຄອງ ແລະຊາວບ້ານ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈປ້ອມທະຫານຊາຍແດນ ເຍິມ ໃນໄລຍະຜ່ານມາໄດ້ຊ່ວຍເຫຼືອຊາວບ້ານສ້າງເຮືອນ, ແນະນໍາເຕັກນິກໃນການລ້ຽງສັດ, ປູກຝັງ. ປະຈຸບັນບ້ານຂອງຕົນໄດ້ມີຊີວິການເປັນຢູ່ທີ່ອີ່ມໜຳສຳລານ, ມີໄຟຟ້າເຍືອງທາງ, ເດັກນ້ອຍໄດ້ໄປໂຮງຮຽນ...”.

ເມື່ອອຳລາກັບປະຊາຊົນບ້ານເຊຊາບ, ພວກຂ້າພະເຈົ້າຮູ້ສຶກໄດ້ເຖິງຊີວິດການເປັນຢູ່ທີ່ອີ່ມໜຳສຳລານແລະສະຫງົບງຽບຢູ່ເຂດຊາຍແດນແຫ່ງສາຍຈິດມິດໃຈ ຫວຽດນາມ-ລາວ ອ້າຍນ້ອງ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.