ສະມາຄົມມມິດຕະພາບ ຫວຽດນາມ-ລາວ ຊ່ວຍເຫຼືອ 4.000 ໂດລາສະຫະລັດ ແກ່ຜູ້ປະສົບໄພ ຢູ່ແຂວງອັດທະປື

20:48 | 30/07/2018

ຍ​ສ​ໝ - ມື້ເຊົ້ານີ້ 30 ກໍລະກົດ ຢູ່ຮ່າໂນ້ຍ ສະມາຄົມມິດຕະພາບຫວຽດ-ລາວ ນຳໂດຍທ່ານ ເຈິ່ນວັນຕຸ໋ຍ ປະທານສູນກາງ ສະມາຄົມ ໄດ້ເຂົ້າຢ້ຽມຢາມຖາມຂ່າວ ແລະ ມອບເງິນຊ່ວຍເຫຼືອຈຳນວນ 100ລ້ານດົ່ງ(ປະມານ 4.000 ໂດລາສະຫະລັດ) ແກ່ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ເພື່ອຊ່ວຍເຫຼືອລັດຖະບານລາວ ແລະ ປະຊາຊົນລາວເພື່ອບັນເທົາທຸກເຫດການເຂື່ອນໄຟຟ້າພະລັງງານນ້ຳ ເຊປ່ຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປືທີ່ຜ່ານມາ.

ສະມາຄົມມມິດຕະພາບ ຫວຽດນາມ-ລາວ ຊ່ວຍເຫຼືອ 4.000 ໂດລາສະຫະລັດ ແກ່ຜູ້ປະສົບໄພ ຢູ່ແຂວງອັດທະປື

ທ່ານ​ ເຈີ່ນ​ວັນ​ຕຸ໋ຍ ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ຫວຽດ​-ລາວ ມອບ​ເງິນ​ຊ່ວຍ​ເຫຼື​ອ​ ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ.(ພາບ: ເຟືອງ​ມາຍ)

ຕ່າງ​ໜ້າ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ-ລາວ , ທ່ານ​ ເຈີ່ນ​ວັນ​ຕຸ໋ຍ ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນໃຈກັບ​ຄວາມ​ສູນ​ເສຍ​ທັງ​ຄົນ ແລະ ຊັບ​ສິນ​ ທີ່​ປະ​ຊາ​ຊົນ​ລາວ ປະ​ສົບໃນ​ເຫດ​ການ​ຄູ​ກັນ​ນ້ຳ​ຂອງ​ເຂື່ອນ​ໄຟ​ຟ້າ​ພະ​ລັງ​ງານ​ນ້ຳ ແຕກ​ຢ່າງ​ຮ້າຍ​ແຮງ. ທ່ານ​ຍັງ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ການ​ຊ່ວຍ​ເຫຼືອ​ເບື້ອງ​ຕົ້ນ​ຂອງ​ສູ​ນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ-ລາວ ເພື່ອ​ແບ່ງ​ປັນ, ຊ່ວຍ​ເຫຼືອ​ລັດ​ຖະ​ບານ ແລະ ພໍ່​ແມ່​ປະ​ຊາ​ຊົນ​ລາວ ພິ​ເສດ​ແມ່ນ​ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ​ພິ​ພັດ.

ທ່​ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ ທອງ​ສະ​ຫວັນ ພົມ​ວິ​ຫານ ໄດ້​ໃຫ້​ຮູ້​ວ່າ: ໃນ​ມື້​ທີ່​ຜ່ານ​ມາ ພັກ ແລະ ລັດ ກຳ​ລັງ​ສຸມ​ໃສ່​ໃນ​ວຽກ​ງານ​ແກ້​ໄຂ, ຊ່ວຍ​ເຫຼືອ​ຜົນ​ກະ​ທົບ​ພາຍ​ຫຼັງ​ເຫດ​ການ​ຄູ​ກັ້ນ​ນ້ຳ​ເຂື່ອນ​ແຕກ ດ້ວຍ​ຫຼາຍ​ຮູບ​ແບບ ຄື: ບໍ​ລິ​ຈາກ​ສະ​ບຽງ​ອາ​ຫານ, ເຄື່ອງ​ນຸ່ງ​ຂອງ​ຖື , ເງິນ​ຄຳ…

ສະ​ແດງ​ຄວາມ​ຊາບ​ຊື້ງ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ມີ​ປະ​ສິດ​ທິດ​ຜົນ ແລະ ຄວາມ​ເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ທັງ​ວັດ​ຖຸ ແລະ ຈິດ​ໃຈ ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ພິ​ເສດ​ແມ່ນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ-ລາວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທອງ​ສະ​ຫວັນ ພົມ​ວິ​ຫານ ຕີ​ລາ​ຄາ​ສູງ​ນ້ຳ​ໃຈ​ມິດ​ຕະ​ພາບ ສາ​ມັກ​ຄີ ພິ​ເສດ​ທີ່​ປະ​ຊາ​ຊົນ​ຫວຽດ​ນາມ ມອບ​ໃຫ້​ປະ​ຊາ​ຊົນ​ລາ​ວ. ຕ່າງ​ໜ້າ​ໃຫ້​ພັກ-ລັດ ແລະ ປະ​ຊາ​ຊົນ​ລາວ, ທ່ານ​ທູດ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສຸດ​ຊື້ງ ແລະ ສັນ​ຍາ​ວ່າ​ຈະ​ນຳ​ສົ່ງ​ຈຳ​ນວນ​ເງິນ​ຊ່ວຍ​ເຫຼືອ​ເຖິງ​ປະ​ຊາ​ຊົນ​ລາວ ເຂດ​ປະ​ສົບ​ໄພ​ພິ​ບັດ​ໃຫ້​ໄວ​ທີ່​ສຸດ ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ປະ​ຊ​າ​ຊົນ​ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ຄັ້ງ​ນີ້​ໃຫ້​ໄວ​ທີ່​ສຸດ.

ທ່ານ​ເຈີ່ນ​ວັນ​ຕຸ໋ຍ ສະ​ແດງ​ຄວາມ​ມຸ້​ງ​ມາດ​ປາດ​ຖະ​ໜາ ແລະ ເຊື່ອ​ໝັ້ນ ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະ​ຫຼາດ​ສ່ອງ​ໃສ ຂອງ​ພັກ-ລັດ ແລະ ອຳ​ນາ​ດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຂອງ ແຂວງ​ອັດ​ຕະ​ປື, ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ​ພິ​ບັດ ຈະ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ໄວ​ວາ, ​ກັບ​ມາດຳ​ລົງ​ຊີ​ວິດ ແລະ ຟື້ນ​ຟູ​ການ​ເພີ່ມ​ພູນ​ຜ​ລິດ​ຜົນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.