ພິທີ ມອບໃບປະກາສະນີຍະບັດ ພາສາຫວຽດ ໃຫ້ແກ່ ນັກຮຽນລາວ

08:06 | 01/08/2018

ຍສໝ - ຕອນເຊົ້າວັນທີ 30 ກໍລະກົດ, ທີ່ໂຮງຮຽນ ວິທະຍາໄລສ້າງຄູ ແຂວງ ເຫງະອານ ໄດ້ຈັດຕັ້ງພິທີອັດຊຸດບໍາລຸງສ້າງ ພາສາຫວຽດພື້ນຖານໃຫ້ນັກຮຽນ, ນັກສຶກສາແຫ່ງ ສປປ ລາວ, ສົກຮຽນ 2017-2018.

ນີ້ແມ່ນຊຸດຮຽນທີ XV ໄດ້ຈັດຕັ້ງຢູ່ ໂຮງຮຽນວິທະຍາໄລສ້າງຄູ ແຂວງ ເຫງະອານ. ເຂົ້າຮ່ວມຊຸດຮຽນມີນັກຮຽນ, ນັກສຶກສາ ຈຳນວນ 101 ຄົນ ທີ່ມາຈາກບັນດາແຂວງ ຊຽງຂວາງ, ບໍລິຄໍາໄຊ, ຫົວພັນ, ສະຫວັນນະເຂດ, ວຽງຈັນ ແລະ ຄໍາມ່ວນ.


ພິທີ ມອບໃບປະກາສະນີຍະບັດ ພາສາຫວຽດ ໃຫ້ແກ່ ນັກຮຽນລາວ

ລາຍການສະແດງສິລະປະຂອງບັນດານັກຮຽນ, ນັກສຶກສາລາວ ຢູ່ພິທີອັດຊຸດບໍາລຸງສ້າງ. (ພາບ: ມິຮ່າ)

ສິ້ນສຸດຊຸດຮຽນ 100% ນັກຮຽນ, ນັກສຶກສາໄດ້ເຂົ້າຮ່ວມການສອບເສັງ ແລະ ຮຽນຈົບ. ໃນນັ້ນສະເລ່ຍ ຈຳນວນ ນັກຮຽນ, ນັກສຶກສາບັນລຸໄດ້ຜົນງານດີເລີດແມ່ນ 9%, ເກັ່ງ 26% ແລະ ດີ 25%, ປານກາງ 29%. ຜູ້ທີ່ເຂົ້າຮ່ວມຊຸດຮຽນມີທັງພະນັກງານຢູ່ບັນດາອົງການຈັດຕັ້ງ, ກົມກອງ ແລະ ນັກຮຽນທີ່ຫາກໍ່ຈົບມັດທະຍົມຕອນປາຍຢູ່ ສປປ ລາວ.

ພິທີ ມອບໃບປະກາສະນີຍະບັດ ພາສາຫວຽດ ໃຫ້ແກ່ ນັກຮຽນລາວ

ການນໍາໂຮງຮຽນວິທະຍາໄລສ້າງຄູແຂວງ ເງະອານ ມອບໃບປະກາສະນີຍະບັດ ໃຫ້ບັນດານັກຮຽນດີເລີດ. (ພາບ: ມິຮ່າ)

ກ່າວຄໍາເຫັນທີ່ພິທີປິດ, ການນໍາໂຮງຮຽນວິທະຍາໄລສ້າງຄູແຂວງ ເຫງະອານ ຕີລາຄາສູງຄວາມມານະພະຍາຍາມຂອງບັນດານັກຮຽນ, ນັກສຶກສາລາວ ໃນວິວັດແຫ່ງການເຂົ້າຮ່ວມຊຸດບໍາລຸງສ້າງ.

ການເປີດບັນດາຊຸດບໍາລຸງສ້າງພາສາຫວຽດໃຫ້ນັກຮຽນ, ນັກສຶກສາລາວ ມີຄວາມໝາຍສໍາຄັນ, ສະແດງໃຫ້ເຫັນຈິດໃຈ, ຄວາມຮັບຜິດຊອບຂອງອໍານາດການປົກຄອງແຂວງ ເຫງະອານ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ທີ່ມີຕໍ່ປະເທດເພື່ອນມິດລາວ ອ້າຍນ້ອງ, ພ້ອມທັງ, ຢັ້ງຢືນສາຍພົວພັນທີ່ໝັ້ນແກ່ນ, ສະໜິດແໜ້ນລະຫວ່າງສອງຊາດອີກດ້ວຍ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

302 Found

Found

The document has moved here.