ອາສາສະໝັກຫວຽດນາມ ສອນພາສາຫວຽດໃຫ້ນັກຮຽນລາວ

10:27 | 02/08/2018

ຍສໝ - 3 ປີທີ່ຜ່ານມາ ບັນດານັກຮຽນອາສາສະໝັກ ມະຫາວິທະຍາໄລ ກຸຍເຍີນ ແຂວງບິ່ງດິ້ງ ຍັງຮັກສາການສອນພາສາຫວຽດໃຫ້ແກ່ນັກຮຽນລາວ.

ອາສາສະໝັກຫວຽດນາມ ສອນພາສາຫວຽດໃຫ້ນັກຮຽນລາວ

ອາສາສະໝັກ ປະຈັນບານ ມະຫາວິທະຍາໄລກຸຍເຍີນ ສອນພາສາຫວຽດ ຮອດຫໍພັກ ແກ່ນັກຮຽນລາວ.

ແຕ່ລະທິດ 2ຫາ3 ເທື່ອ, ນັກຮຽນອາສາສະໝັກປະຈັນບານ ຂອງມະຫາວິທະຍາໄລ ກຸຍເຍີນ ຈຳນວນ 40ຄົນ ເປີດຫ້ອງສອນພາສາພາຫວຽດໃຫ້ແກ່ນ້ອງນັກຮຽນລາວ ຈຳນວນ 20ຄົນທີ່ກຳລັງຮຽນຢູ່ແຂວງ ບິ່ງດິ້ງ. ດ້ວຍວິທີການແບ່ງກຸ່ມ ອີງໃສ່ຄວາມສາມາດຂອງແຕ່ລະຄົນ, ການເຂົ້າເຖິງພາສາຫວຽດຂອງນ້ອງນັກຮຽນລາວ ມີການຮຽນຮູ້ໄວຂື້ນ. ນ້ອງ ສົງດາວັນ ມາຈາກແຂວງອັດຕະປື ຫາກໍ່ມາຫວຽດນາມໄດ້ 4ເດືອນເທົ່ານັ້ນ ແຕ່ລາວສາມາດ ໂອ້ລົມສື່ສານຢ່າງລ່ຽນໄຫຼດ້ວຍພາສາຫວຽດ. ກັບຄຳສັບ ແລະ ຄຳເວົ້າພື້ນຖານ ນ້ອງ ວັນ ສາມາດຂຽນແລະເຂົ້າໃຈຄວາມໝາຍໄດ້ເປັນຢ່າງດີ.

ນອກຈາກຮຽນຢູ່ຫ້ອງຮຽນແລ້ວ ອາສາສະໝັກຂອງ ມະຫາວິທະຍາໄລ ຍັງໄດ້ແບ່ງວຽກໃຫ້ສະມາຊິກ ຊ່ວຍເຫຼືອນ້ອງນັກຮຽນຄົນລາວທີ່ມາໃໝ່ ຫຼື ພົບຄວາມຫຍຸ້ງຍາກ ໃນການຮຳ່ຮຽນ ນອກເວລາຮຽນຢູ່ຫ້ອງນຳອີກ. ພ້ອມນີ້ ໂຮງຮຽນຍັງໄດ້ໂມງຮຽນ ສະຫຼັບກັບ ວິຊາຮຽນໃນຫຼັກສູດນຳອີກ. ວິທີສອນແບບຄູ່ຂະໜານນີ້ຊ່ວຍໃຫ້ນ້ອງນັກຮຽນລາວ ມີເງື່ອນໄຂສະດວກໃນການເຂົ້າເຖິງ ແລະ ຮັບຮູ້ເຂົ້າໃຈເນື້ອໃນການສິດສອນ. ສິ່ງທີ່ສຳຄັນທີ່ສຸດແມ່ນ ເຮັດໃຫ້ນັກຮຽນອາສາສະໝັກປະຈັນບານ ຊອກຮູ້ຕື່ມກ່ຽວກັບວັດທະນະທຳ, ໂຕໜັງສືລາວນຳອີກ.

15 ປີ ແຫ່ງການກໍ່ສ້າງນັກຮຽນລາວ ທີ່ມາຈາກ 4 ພາກໃຕ້ລາວ ຂອງມະຫາວິທະຍາໄລ ກຸຍເຍີນ ມາຮອດປະຈຸບັນສາມາດບັນລຸໄດ້ 600 ຄົນແລ້ວ ທີ່ຈົບ ແລະ ຮັບໃຍປະກາດຈາກ ມະຫາວິທະຍາໄລແຫ່ງນີ້. ນ້ອງນັກຮຽນສ່ວນໃຫຍ່ພາຍຫຼັງຈົບກັບໄປແມ່ນມີວຽກເຮັດງານທຳ ແລະ ຕອບສະໜອງໄດ້ກັບໜ້າວຽກ. ປະຈຸບັນ 4 ແຂວງພາກກາງຂອງລາວ ກຳລັງມີແຜນຈະເພີ່ມຈຳນວນນັກຮຽນ ມາຮຽນຢູ່ໂຮງຮຽນແຫ່ງນີ້ອີກ. ດັ່ງນັ້ນການເຄື່ອນໄຫວອາສາສະໝັກຂອງ ຂະບວນການປະຈັນບານ ມະຫາວິທະຍາໄລ ກຸຍເຍີນ ບໍ່ພຽງແຕ່ປະສົບຜົນສຳເລັດຢ່າງມີປະສິດທິຜົນແລ້ວ ກໍ່ຍັງເປັນການເພີ່ມທະວິສາຍພົວພັນອັນສະໜິດແໜ້ນ ລະຫວ່າງສອງຊາດ ຫວຽດ-ລາວນຳອີກ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.