ເປີດຄ້າຍພັກແລ້ງເຍົາວະຊົນ 3ຊາດ ຫວຽດນາມ-ລາວ-ກຳປູເຈຍ

10:29 | 01/08/2018

ຍສໝ - ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນະຄອນ ໂຮ່ຈີ໋ມິງ ຄະນະຊາວໜຸ່ມນະຄອນໂຮ່ຈີ໋ມິງ ໄດ້ຈັດເປີດຄ້າຍລະດູຮ້ອນເຍົາວະຊົນ 3ຊາດ: ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 5 ປີ 2018 ໃນຫົວຂໍ້ “ອ້ອມແຂນເພື່ອນມິດ.”

ເປີດຄ້າຍພັກແລ້ງເຍົາວະຊົນ 3ຊາດ ຫວຽດນາມ-ລາວ-ກຳປູເຈຍ

ຄ້າຍລະດູຮ້ອນສາມຊາດ ຫວຽດນາ-ລາວ-ກຳປູເຈຍ. (ພາບ:ສຳນັກຂ່າວຫວຽດນາມ)

ຄ້າຍລະດູຮ້ອນສາມຊາດ ຄັ້ງນີ້ມີນ້ອງນ້ອຍເຍົາວະຊົນເຂົ້າຮ່ວມຈຳນວນ 205 ຄົນ ພ້ອມດ້ວຍພະນັກງານຄຸ້ມຄອງອີກ 41ຄົນ, ແມ່ນຜູ້ທີ່ເປັນແບບເປັນຢ່າງໃນການຮຽນຮຳ່ຮູ້ ແລະ ເປັນຂະບວນການເຄື່ອນໄຫວຂອງນ້ອງນ້ອຍເຍົາວະຊົນ.

ເປີດຄ້າຍພັກແລ້ງເຍົາວະຊົນ 3ຊາດ ຫວຽດນາມ-ລາວ-ກຳປູເຈຍ

ນ້ອງເຍົາວະຊົນໃນຄ້າຍລະດູຮ້ອນ.

ໃນກິດຈະກຳຄັ້ງນີ້ ນ້ອງນ້ອຍເຍົາວະຊົນ ແລະ ຄະນະຈະໄດ້ເຂົ້າວາງພວງມາ ປະທານໂຮ່ຈີ໋ມິງ , ຢ້ຽມຊົມສະຖານທີ່ສຳຄັນຂອງນະຄອນໂຮ່ຈີ໋ມິງ ເຊັນ: ຫໍພິພິດຕະພັນ ໂຮ່ຈີ໋ມິງ, ເຂດປະນີຍະສະຖານປະຫວັດສາດ ເກາະ ກູ໋ຈີ, ສູນກິລາ ແລະ ອົບຮົມວິຊາຊີບ(Vietopia), ຫໍພິພິດຕະພັນ 3D Artinus, ຂື້ນເຮືອໂດຍສານທາງນຳ້ ແລະ ຊົມທິວທັດນະຄອນໂຮ່ຈີມິງຈາກຕືກ Bitexco..

ທ່ານນາງ ຟານທິແທັງເຟືອງ ຮອງເລຂາຊາວໜຸ່ມນະຄອນໂຮ່ຈີ໋ມິງ ຫົວໜ້າຈັດຕັ້ງຄ້າຍດັ່ງກ່າວນີ້ໄດ້ກ່າວວ່າ: ຄ້າຍລະດູຮ້ອນສາມຊາດ ແມ່ນກິດຈະກຳຫອັນເປັນມູນເຊື້ອໄດ້ຮັບການຈັດຂື້ນໃນທຸກໆສອງປີ ເພື່ອແນໃສ່ຮັດແໜ້ນຄວາມສາມັກຄີ ມິດຕະພາບສາກົນ ແລະ ສ້າງເວທີແຫ່ງການແລກປ່ຽນ, ຮຽນຮູ້ເຊິ່ງກັນແລະກັນ ຂອງນ້ອງນ້ອຍເຍົາວະຊົນສາມຊາດ.

ເປີດຄ້າຍພັກແລ້ງເຍົາວະຊົນ 3ຊາດ ຫວຽດນາມ-ລາວ-ກຳປູເຈຍ

ນ້ອງເຍົາວະຊົນໃນຄ້າຍລະດູຮ້ອນ ກຳລັງຮ່ວມກິດຈະກຳ.

ຄ້າຍລະດູຮ້ອນສາມຊາດຈະດຳເນີນໄປແຕ່ວັນທີ 31 ກໍລະກົດ ຫາ 4 ສິງຫາ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.