ແຂວງເຫງະອານ ເລີ່ມການກໍ່ສ້າງສຸກສາລາທະຫານເສນາຮັກບ້ານ ໃຫ້ປະຊາຊົນລາວ

16:19 | 02/08/2018

ຍສໝ - ມື້ວັນທີ ຕົ້ນອາທິດທີ່ຜ່ານມາ, ຢູ່ທີ່ບ້ານນຳ້ອອນ ເມືອງໄຊຈຳພອນ ແຂວງບໍລິກໍຄຳໄຊ ສປປ ລາວ ກອງບັນຊາການທະຫານຊາຍແດນ ປະສານສົມທົບກັບອຳນາດການປົກຄອງທ້ອງຖີ່ນ ໄດ້ຈັດຕັ້ງພິທີ ກໍ່ສ້າງສຸກສາລາທະຫານເສນາຮັກ.

ແຂວງເຫງະອານ ເລີ່ມການກໍ່ສ້າງສຸກສາລາທະຫານເສນາຮັກບ້ານ ໃຫ້ປະຊາຊົນລາວ

ບັນດາຜູ້ແທນຮ່ວມໃນພິທີເລີ່ມການກໍ່ສ້າງສຸກສາລາເສນາຮັກບ້ານ. (ພາບ: ຫ໋າຍເທື້ອງ)

ເປົ້າໝາຍຂອງໂຄງການກໍ່ສ້າງສຸກສາລາ ທີ່ໄດ້ມາດຕະຖານຂັ້ນບ້ານ, ຮັບປະກັນຄວາມຮຽກຮ້ອງຕ້ອງການໃນການກວດພະຍາດ-ຮັກສາພະຍາດ ກັບທີ່ຂອງປະຊາຊົນ ເມືອງໄຊຈຳພອນ ແລະ ພາກສ່ວນໜຶ່ງຂອງປະຊາຊົນ ເມືອງແທັງເຈືອງ ແຂວງ ເຫງະອານ.

ສຸກສາລາປະກອບມີ: ເປັນເຮືອນ ສອງຊັ້ນ ມີເນື້ອທີ່ 188 ຕາແມັດ; ເຮືອນລວມ ມີເນື້ອທີ່ 178 ຕາແມັດ, ຫ້ອງນຳ້ລວມ 20ຕາແມັດ, ອາຄານຈອດລົດ 40ຕາແມັດ, ຫ້ອງຈຸດຂິ້ເຫຍື້ອ 9ຕາແມັດ ແລະ ລະບົບລະບາຍນຳ້ , ປະຕູໂຂງ ແລະ ຮົ້ວ. ໂຄງການດັ່ງກ່າວມີມູນຄ່າປະມານ 14 ຕື້ດົ່ງ. ທືນໃນການກໍ່ສ້າງແມ່ນໄດ້ມາຈາກ ຫ້ອງວ່າການແຂວງເຫງະອານ ຊ່ວຍເຫຼືອ ແລະ ມອບໃຫ້ ກອງບັນຊາການທະຫານຊາຍແດນເຫງະອານ ເປັນຜູ້ລົງທືນ. ບໍລິສັດ ຫ້າຍລຽນ(ເຫງະອານ)ຈຳກັດ ແມ່ນຫົວໜ່ວຍຮັບເໝົາກໍ່ສ້າງ. ໄລຍະເວລາໃນການກໍ່ສ້າງແມ່ນ 18 ເດືອນນັບແຕ່ມື້ເລີ່ມລົງມືກໍ່ສ້າງ.

ເມື່ອໂຄງການສຳເລັດ ຈະສ້າງເງື່ອນໄຂໃຫ້ແກ່ການກວດພະຍາດ ແລະ ຮັກສາໂລກ ຂອງປະຊາຊົນທັງສອງທັງສອງພາກຊາຍແດນມີຄວາມສະດວກສະບາຍ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.