ກອງທັບປະຊາຊົນຫວຽດນາມ ຊ່ວຍເຫຼືອ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກ

08:40 | 03/08/2018

ຕາມຂໍ້ມູນຂ່າວສານຈາກກົມກູູ້ໄພ-ກູ້ຊີບ, ກົມໃຫຍ່ເສນາທິການ, ກອງບັນຊາການທະຫານເຂດ 5 ແລະຄະນະເສດຖະກິດປ້ອງກັນຊາດ 206 ພວມສືບຕໍ່ຊີ້ນໍາບັນດາກົມກອງສົ່ງກໍາລັງ, ພາຫະນະຊ່ວຍເຫຼືອປະຊາຊົນແຂວງ ອັດຕະປື, ສປປ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກ.

ບັນດາກົມກອງໄດ້ປຸກລະດົມພະນັກງານ, ນັກຮົບ, ແພດໝໍເກືອບ 200 ຄົນ ແລະລົດເກັ່ງ 11 ຄັນ; ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ ແລະສຸຂະອະນາໄມກັນໂລກລະບາດໃຫ້ປະຊາຊົນເຂດຖືກຜົນກະທົບ.

ກອງທັບປະຊາຊົນຫວຽດນາມ ຊ່ວຍເຫຼືອ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກ

ທ່ານພົນຕີ ໂດ໊ລອງກ໋າງ ຜູ້ບັນຊາການທະຫານເຂດ 5 ຜັນຂະຫຍາຍບັນດາວິທີການຊ່ວຍເຫຼືອປະຊາຊົນລາວ . (ພາບ: ຮົ່ງຟາ)

ມາຮອດວັນທີ 31 ກໍລະກົດ, ແມ່ນໄດ້ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ ແລະກອບກູ້ໄດ້ກວ່າ 500 ເທື່ອຄົນ, ມອບຂອງຂວັນ 450 ພູດ, ໂສ້ງເສື້ອ 1.700 ຜືນ, ຕູບຜ້າເຕັ້ນ 150 ເຕັ້ນ… ສະໜັບສະໜູນ 250.000 ໂດລາສະຫະລັດ ແລະ1,55 ຕື້ດົ່ງໃນນັ້ນ, ກອງທັບສະໜັບສະໜູນ 50.000 ໂດລາສະຫະລັດ ແລະ1,05 ຕື້ດົ່ງ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.