ສື່ມວນຊົນລາວ ທັງພາກລັດ ແລະ ເອກະຊົນ ຕ້ອງໄດ້ມີການປັບໂຕ ແລະ ພັດທະນາຕົນເອງ ໃຫ້ ທັນກັບການປ່ຽນແປງ, ມີຜະລິດຕະພັນທີ່ອຸດົມສົມບູນ ແລະ ຫລາກຫລາຍ ເປັນຕົ້ນ ແມ່ນ ໂທລະພາບ, ວິທະຍຸ ຕ້ອງມີຫລາຍລາຍການ, ໜັງສືພິມ ຕ້ອງມີຫລາຍ ຄໍລຳ ຕ້ອງ ຕິດພັນກັບຄວາມສົນໃຈ, ຕິດພັນກັບຊີວິດປະຈຳວັນ, ຕິດພັນກັບການເຊື່ອມໂຍງ.
ຍສໝ - ໃນຊຸມປີທີ່ຜ່ານມາ ຍ້ອນຕະຫຼາດການທ່ອງທ່ຽວຂອງລາວ ກຳລັງຢູ່ໃນທ່າຂອງການພັດທະນາ ແລະ ດຶງດູດນັກທ່ອງທ່ຽວຕ່າງປະເທດ ນັບມື້ນັບເພີ່ມຂື້ນ ດ້ວຍທຳມະຊາດດັ້ງເດີມ ແລະ ການທ່ອງທ່ຽວແບບພະຈົນໄພ, ໜື່ງໃນແຫຼ່ງທ່ອງທ່ຽວອັນດັບຕົ້ນໆ ທີ່ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວຫຼາຍກວ່າໝູ່ ແມ່ນ ວັງວຽງ .
ໃນວັນທີ 10 ສິງຫາ, ຢູ່ນະຄອນໂຮ່ຈິມິນ ໄດ້ດໍາເນີນພິທີລົງນາມໃນບົດບັນທຶກຊ່ວຍຈໍາສ້າງຕັ້ງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຄະນະຊາວໜຸ່ມນະຄອນໂຮ່ຈິມິນ ແລະຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງອັດຕະປື.
ຍສໝ - ໃນວັນທີ 9 ສິງຫາ 2018 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປະດັບຫຼຽນໄຊ ແລະ ຫຼຽນ ກາມິດຕະພາບ ໃຫ້ແກ່ ນະຄອນຫຼວງຮ່າໂນ້ຍ.
ໃນຕອນເຊົ້າຂອງວັນທີ 10 ສິງຫາ 2018 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມ ໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະທານ ໃນພິທີ ຊັກທຸງຊາດລາວ ແລະ ທຸງອາຊຽນຂຶ້ນເສົາ ເພື່ອສະເຫລີມສະຫລອງໂອກາດຄົບຮອບ 51 ປີ ແຫ່ງການ ສ້າງຕັ້ງອາຊຽນ (8/8/1967-8/8/2018) ແລະ ຄົບຮອບ 21 ປີ ທີ່ ສປປ ລາວ ເຂົ້າເປັນ ສະມາຊິກອາຊຽນ(23/7/1997-23/7/2018).
ຍສໝ - ຕອນເຊົ້າວັນທີ 9 ສິງຫາ, ຢູ່ ທີ່ສະຖາບັນ ຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຢີລາວ ນະຄອນຫຼວງວຽງຈັນ ງານວາງສະແດງຜົນງານ ກ່ຽວກັບການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ 2018 (TechConnect VietNam – Lao).
ໃນວັນທີ 9 ສິງຫາ 2018 ທີ່ນະຄອນຫລວງວຽງຈັນ, ສະພາແຫ່ງຊາດ ໄດ້ຈັດກອງປະຊຸມເປີດກວ້າງ ປະກອບຄຳຄິດຄຳເຫັນ ກ່ຽວກັບການເພີ່ມຊົນເຜົ່າບຣູ ຢູ່ ແຂວງສະຫວັນນະເຂດ ເຂົ້າໃນຊົນເຜົ່າໃນລາວ.
ສອງວັນທີ່ຜ່ານມາ, ບໍລິສັດໃຫຍ່ໄຟຟ້າພາກກາງຫວຽດນາມ ໄດ້ສົມທົບກັບກຸ່ມບໍລິສັດໄຟຟ້າລາວ ຈັດກອງປະຊຸມຄຸ້ມຄອງເຕັກນິກ ແລະດໍາເນີນທຸລະກິດຂາຍໄຟຟ້າຫວຽດນາມ-ລາວ.
ຍສໝ - ໃນວັນທີ 7 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ແມັກຊີໂກ ໄດ້ລະດົມເງິນບໍລິຈາກ ສະໜັບສະໜູນປະຊາຊົນລາວ ອ້າຍນ້ອງ ຫຼັງເຫດການເຂື່ອນໄຟຟ້າພະລັງງານນຳ້ ເຊປຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປື, ລາວ, ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ.
ສອງວັນທີ່ຜ່ານມາ, ທີ່ໂຮງຮຽນການທະຫານທະຫານເຂດ 4, ກົມອຸປະໂພກ (ກົມໃຫຍ່ພະລາທິການ) ໄດ້ຈັດຕັ້ງພິທີໄຂຊຸດຝຶກອົບຮົມວຽກງານພະລາທິການໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2018.
ພາຍຫຼັງເຄື່ອນທັບໄປຮອດປະເທດເພື່ອນມິດລາວ, ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ 50 ຄົນໄດ້ແບ່ງເປັນຫຼາຍກຸ່ມສົມທົບກັບກອງພົນທີ 5 (ກອງທັບລາວ) ໄປສູ່ໝູ່ບ້ານຕ່າງໆຂອງເມືອງສະໜາມໄຊ, ແຂວງອັດຕະປື, ລາວ ເພື່ອໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ.
ຍສໝ - ໃນຕອນຄໍ່າຂອງວັນທີ 4 ສິງຫາ 2018 ທີ່ຜ່ານມາ ບັນດານ້ອງນັກຮຽນທີ່ເຂົ້າຮ່ວມນັ້ນກໍໄດ້ເດີນທາງກັບຮອດ ສປປ ລາວ ອອກຕ້ອນຮັບຄະນະດັ່ງກ່າວທີ່ສະໜາມບິນສາກົນວັດໄຕມີ ທ່ານ ພູທະນູທອງ ໄຊສົມບັດ, ຮອງຫົວໜ້າກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ນາງ ຈັນສະຫງ່າ ວາລະກອນ, ຜູ້ອຳນວຍການໂຮງຮຽນກຽດຕິສັກນາໆຊາດ ພ້ອມດ້ວຍຄູອາຈານ ແລະ ຜູ້ປົກຄອງຂອງນ້ອງໆນັກຮຽນ.
ຍສໝ - ຕອນເຊົ້າວັນທີ 6 ສິງຫາ, ຢູ່ກົມໃຫຍ່ພະລາທິການ ໄດ້ຈັດຕັ້ງ ພິທີເປີດ ຊຸດຝຶກອົບຮົມວຽກງານເສນາທິການ - ພະລາທິການ, ນ້ຳມັນເຊື້ອໄຟ, ຂົນສົ່ງ ແລະ ຄ້າຍທະຫານໃຫ້ພະນັກງານ-ທະຫານ ກອງທັບ ປະຊາຊົນລາວ ຢູ່ ຫວຽດນາມ. ໂດຍ ທ່ານພົນຈັດຕະວາ ຟານບ໋າເຢີນ, ຮອງຫົວໜ້າກົມໃຫຍ່ພະລາທິການ ເປັນກຽດເຂົ້າຮ່ວມພິທີເປີດ.
ຕອນບ່າຍວັນທີ 6 ສິງຫາ, ຊຸດຝຶກອົບຮົມວິຊາສະເພາະວຽກງານປະຕູຖານຂໍ້ມູນເອເລັກໂຕນິກໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ໄດ້ອັດລົງຢູ່ກອງ 871 (ກົມໃຫຍ່ການເມືອງ).
ຍສໝ - ໄພພິບັດຈາກເຫດການຄູກັ້ນນ້ຳເຂື່ອນໄຟຟ້າພະລັງງານນຳ້ແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ເຮັດໃຫ້ມີຄົນເສຍຊີວິດ ແລະ ສູນຫາຍຫຼາຍກວ່າ 100 ຄົນ. ເຫດການຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ແຕກ ໃນເທື່ອນີ້ສົ່ງຜົນກະທົບໂດຍກົງໃຫ້ແກ່ 13 ບ້ານ ຂອງເມືອງສະໜາມໄຊ.
ຍສໝ - ຈາກເຫດການໂສກນາດຕະກຳສັນເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກໃນຄັ້ງນີ້ (23 ກໍລະກົດ 2018), ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະກຳມະການສະເພາະກິດຄວບຄຸມໄພພິບັດ ໄດ້ຕີລາຄາສູງຕໍ່ນ້ຳໃຈຄວາມສາມັກຄີທີ່ຍິ່ງໃຫຍ່ທີ່ສຸດຈົນປະເມີນຄ່າບໍ່ໄດ້ ຂອງພີ່ນ້ອງຊາວລາວທົ່ວປະເທດ ໃນການປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພໃນຄັ້ງນີ້.
ມື້ວານນີ້, ທີ່ນະຄອນໂຮ່ຈິມິນ, ຄະນະຊາວໜຸ່ມນະຄອນໂຮ່ຈິມິນ ໄດ້ຈັດຕັ້ງພິທີອັດຄ້າຍພັກແລ້ງເຍົາວະຊົນ 3 ປະເທດຫວຽດນາມ, ລາວ, ກໍາປູເຈຍ ຄັ້ງທີ 5 ປີ 2018 ດ້ວຍຫົວຂໍ້ “ອ້ອມແຂນຂອງເພື່ອນມິດ”.
ຍສໝ - ທ້າຍອາທິດທີ່ຜ່ານມາ, ທີ່ຮ່າໂນ້ຍ ສະຖາບັນ ຍຸດທະສາດປ້ອງກັນຊາດ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄຂຊຸດຝຶກອົບຮົມໃຫ້ພະນັກງານຄົ້ນຄວ້າ ຍຸດທະສາດກອງທັບປະຊາຊົນລາວ ຊຸດທີ 3 ປີ 2018.
ຍສໝ - ກຳລັງທະຫານເຂດ 5 ສສ ຫວຽດນາມ ປະສານສົມທົບກັບ ກອງບັນຊາການ ທະຫານແຂວງອັດຕະປື ປະຕິບັດການໃຫ້ຄວາມຊ່ວຍເຫຼືອພໍ່ແມ່ປະຊາຊົນ ແກ້ໄຂຜົນກະທົບຈາກເຫດການຄູກັ້ນນຳ້ເຂື່ອນແຕກ.
ທ້າຍອາທິດທີ່ຜ່ານມາ, ທີ່ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍການເປັນປະທານ ຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ, ມີບັນດາ ນັກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.