ພັກ-ລັດ ແລະ ອຳນາດການປົກຄອງທຸກຂັ້ນ ຫັນໄປສູ່ປະຊາຊົນຜູ້ໄດ້ຮັບຜົນກະທົບເປັນທີ່ຕັ້ງ

09:59 | 06/08/2018

ຍສໝ - ຈາກເຫດການໂສກນາດຕະກຳສັນເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກໃນຄັ້ງນີ້ (23 ກໍລະກົດ 2018), ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະກຳມະການສະເພາະກິດຄວບຄຸມໄພພິບັດ ໄດ້ຕີລາຄາສູງຕໍ່ນ້ຳໃຈຄວາມສາມັກຄີທີ່ຍິ່ງໃຫຍ່ທີ່ສຸດຈົນປະເມີນຄ່າບໍ່ໄດ້ ຂອງພີ່ນ້ອງຊາວລາວທົ່ວປະເທດ ໃນການປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພໃນຄັ້ງນີ້.

ພັກ-ລັດ ແລະ ອຳນາດການປົກຄອງທຸກຂັ້ນ ຫັນໄປສູ່ປະຊາຊົນຜູ້ໄດ້ຮັບຜົນກະທົບເປັນທີ່ຕັ້ງ

ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຕາງໜ້າໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ກ່າວວ່າ: ການຊ່ວຍເຫລືອຂອງປວງຊົນລາວທັງຊາດໃນຄັ້ງນີ້ ລວມທັງຂະບວນການຢູ່ຕ່າງປະເທດ ຖືວ່າເປັນນ້ຳໃຈສາມັກຄີທີ່ຍິ່ງໃຫຍ່ທີ່ສຸດທີ່ພວກເຮົາເຄີຍມີມາ ໃນເວລາທີ່ປະສົບເຫດການໄພພິບັດຕ່າງໆ. ໃນໄລຍະຜ່ານມາກໍມີການບໍລິຈາກ ແລະ ຊ່ວຍເຫລືອຈາກສັງຄົມ ແຕ່ກໍບໍ່ໄດ້ເປັນຂະບວນການທີ່ຟົດຟື້ນ ແລະ ຍິ່ງໃຫຍ່ຄືແນວນີ້, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີທີ່ເປັນປຶກແຜ່ນທີ່ສຸດ ສຳລັບປະເທດຂອງພວກເຮົາກໍຄື ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ.

ພາຍຫລັງທີ່ເກີດເຫດການນີ້ຂຶ້ນ, ມາຮອດວັນທີ 3 ສິງຫາ 2018 ໂດຍນັບແຕ່ວັນທີ 24 ກໍລະກົດ 2018 ເປັນຕົ້ນມາ, ມີຜູ້ມາບໍລິຈາກນັບທັງພາຍໃນ ແລະ ຕ່າງປະເທດ ໂດຍຜ່ານສູນຮັບບໍລິຈາກ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພຽງສູນດຽວເທົ່ານັ້ນ (ບໍ່ລວມມູນຄ່າການຊ່ວຍເຫລືອຜ່ານລັດຖະບານ, ບັນດາກະຊວງ, ສຳນັກງານ, ແຂວງ ແລະ ສູນບໍລິຈາກອື່ນໆ) ທັງໝົດຈຳນວນ 609 ພາກສ່ວນ ຊຶ່ງລວມທັງການບໍລິຈາກເງິນສົດ ແລະ ເຄື່ອງອຸປະໂພກບໍລິໂພກ.
ການປະກອບສ່ວນຂອງບັນດາກະຊວງ, ສຳນັກງານ, ອົງການ, ບໍລິສັດ, ຫ້າງຮ້ານ ແລະ ພໍ່ແມ່ພີ່ນ້ອງ ລວມທັງມາຈາກປະເທດເພື່ອມິດ ປະກອບມີດັ່ງນີ້: ໃນວັນທີ 24 ກໍລະກົດ ມີ 1 ພາກສ່ວນ, ວັນທີ 25 ກໍລະກົດ ມີ 52 ພາກສ່ວນ, ວັນທີ 26 ກໍລະກົດ ມີ 131 ພາກສ່ວນ, ວັນທີ 27 ມີ 127 ພາກສ່ວນ, ວັນທີ 28 ມີ 35 ພາກສ່ວນ, ວັນທີ 29 ກໍລະກົດ ມີ 44 ພາກສ່ວນ, ວັນທີ 30 ກໍລະກົດ ມີ 75 ພາກສ່ວນ, ວັນທີ 31 ມີ 50 ພາກສ່ວນ, ວັນທີ 1 ສິງຫາ ມີ 38 ພາກສ່ວນ, ວັນທີ 2 ສິງຫາ ມີ 19 ພາກສ່ວນ ແລະ ວັນທີ 3 ສິງຫາ ມີ 37 ພາກສ່ວນ.

ຄະນະກຳມະການຄູ້ມຄອງໄພພິບັດແຂວງອັດຕະປື ໄດ້ລາຍງານສະພາບການຈັດສັນສະໜອງທີ່ພັກອາຫານ, ການຮັບບໍລິຈາກ ແລະ ສະຫຼຸບຜົນການເກັບກູ້ສົບຜູ້ເສຍຊີວິດ ພາຍໃນເຫດການໄພພິບັດເມືອງສະໜາມໄຊ ຈາກວັນທີ 23 ກໍລະກົດ ເຖີງ 04 ສິງຫາ 2018 ຢ່າງເປັນທາງການ"

ການຈັດສັນຄຸ້ມຄອງທີ່ພັກຊົ່ວຄາວ ແລະ ສະໜອງອາຫານ ໃຫ້ແກ່ປະຊາຊົນ

ການກໍ່ສ້າງສູນພັກຊົ່ວຄາວ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື. ສະຖານທີ່ກໍ່ສ້າງສູນພັກຊົ່ວຄາວນີ້ ຢູ່ບໍລິເວນເດີ່ນໂຮງຮຽນປະຖົມບ້ານຫາດຍາວ ເຊິ່ງຫ່າງຈາກເທສະບານເມືອງສະໜາມໄຊ 1 ກິໂລແມັດກວ່າ, ໂດຍບໍລິສັດ ເອັສເຄ (SK) ສ ເກົາຫລີ ບໍລິສັດກໍ່ສ້າງເຂື່ອນເຊປຽນ-ເຊນໍ້ານ້ອຍ. ທີ່ພັກເຊົາດັ່ງກ່າວຈະເປັນອາຄານຊັ້ນດຽວ 14 ຫລັງ, ແຕ່ລະຫລັງປະກອບມີ 10 ຫ້ອງ ເພື່ອກຽມຍົກຍ້າຍຜູ້ປະສົບໄພຢູ່ທີ່ພັກຊົ່ວຄາວ ໃນໂຮງຮຽນເຂດເທສະບານເມືອງເຂົ້າມາຢູ່ທີ່ນີ້. ໂດຍແມ່ນໄດ້ຈັດສັນໃຫ້ຢູ່ຈຸດຕ່າງໆມີທັງໝົດ 05 ຈຸດໃຫຍ່ຄື:

ໜຶ່ງ ຈຸດໂຮງຮຽນ ມສ ຈັນທາ ເມືອງສາມັກຄີໄຊ: ມີ 42 ຄອບຄົວ, ມີ 152 ຄົນ; ສອງ ຈຸດເທດສະບານເມືອງສະໜາມໄຊ ມີ: 03 ຈຸດ:ມີ 725 ຄອບຄົວ, ມີ 3,435 ຄົນ, ຍິງ 1,725 ຄົນ; ສາມ ຈຸດບ້ານຕະມໍຢອດ: ມີ 138 ຄອບຄົວ, ມີ 915 ຄົນ, ຍິງ 401 ຄົນ; ສີ່ ຈຸດດອນບົກ 01 ຈຸດ:ມີ 97 ຄອບຄົວ, ມີ 14 ຄົນ, ຍິງ 173 ຄົນ; ຫ້າ ຈຸດບ້ານປິ່ນດົງ 01 ຈຸດ:ມີ 73 ຄອບຄົວ, 278 ຄົນ, ຍິງ 146 ຄົນ; ລວມຍອດປະຊາຊົນທີ່ຢູ່ໃນການຈັດສັນຄູ້ມຄອງ ທັງໝົດຫ້າຈຸດໃຫຍ່: ມີຈຳນວນ 1,075 ຄອບຄົວ; ຈຳນວນປະຊາກອນທັງໝົດ 5,194 ຄົນ; ຍິງ 2,445 ຄົນ; ສະພາບຄວາມເສັຍຫາຍພາຍໃນ ເຂດໄພພິບັດເມືອງສະໜາມໄຊ ແຂວງອັດຕະປື, 06 ບ້ານ ແມ່ນເສຍຫາຍທັງໝົດ 100% ກ່ຽວກັບ ເນື້ອທີ່ທຳການຜະລິດ, ບ້ານເຮືອນ, ໂຮງຮຽນ, ສຸກສາລາ, ວັດວາອາຮາມ, ຂົວ, ຊົນລະປະທານ ແລະ ອື່ນໆ. ການກໍ່ສ້າງ ຄາດໝາຍຈະໃຊ້ເວລາ 2 ເດືອນສຳເລັດ.
ພື້ນຖານໂຄງລ່າງດ້ານຄົມມະນາຄົມ ໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຄວາມເສຍຫາຍ: ລະບົບຂົວ-ທາງ ທີ່ໄດ້ຮັບຜົນກະທົບຈາກອຸບັດຕິເຫດເຂື່ອນເຊປຽນ-ເຊນໍານ້ອຍ ທີ່ເມືອງສະໜາມໄຊ ແຂວງອັດຕະປື ມີຄວາມຍາວທັງໝົດ 115 ກິໂລແມັດ, ເສັ້ນທາງຫຼວງແຫ່ງຊາດ 18 A ແຕ່ເມືອງສະໜາມໄຊ ຫາເທສະບານແຂວງອັດຕະປື ຍາວ 45 ກິໂລແມັດ, ທາງຫຼວງທ້ອງຖິ່ນແຕ່ເມືອງສະໜາມໄຊ ຫາ ໝູ່ບ້ານຈຳນວນ 70 ກິໂລແມັດ, ສ່ວນຂົວແມ່ນມີ 04 ແຫ່ງທີ່ໄດ້ຮັບຄວາມເສຍຫາຍ ມີຄວາມຍາວທັງໝົດ 380 ແມັດ. ບ້ານທີ່ໄດ້ຮັບຜົນກະທົບໜັກທີ່ສຸດປະກອບມີ: ບ້ານຫິນລາດ, ບ້ານໃໝ່, ບ້ານທ່າຫິນ, ບ້ານທ່າແສງຈັນ, ບ້ານແທໃຫຍ່, ບ້ານສະໜອງ.

ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດລະດັບຊາດຄັ້ງວັນທີ 23 ກໍລະກົດ 2018 ແມ່ນມີ: ຈຳນວນ 1,617 ຄອບຄົວ (ໃນນີ້ 1,075 ຄອບຄົວ ແມ່ນໄດ້ຂື້ນທະບຽນຢູ່ໃນການຈັດສັນຄູ້ມຄອງເຂົ້າຮັບການຊ່ວຍເຫຼືອທີ່ພັກ ແລະ ອາຫານ), ປະຊາກອນພົນລະເມືອງທັງໝົດ 7,095 ຄົນ.

ສຳລັບຍອດບໍລິຈາກຊ່ວຍເຫຼືອ ບໍ່ວ່າຈະເປັນເຄື່ອງອຸປະໂພກບໍລິໂພກ, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ແລະ ເງິນທີ່ໄດ້ຮັບຈາກການບໍລິຈາກທັງພາຍໃນ ແລະ ຕ່າງປະເທດຜ່ານທາງແຂວງອັດຕະປື ຕົວເລກໃນວັນທີ 03 ສິງຫາ 2018 ມີຜູ້ບໍລິຈາກ 1,799 ພາກສ່ວນ ເປັນມູນຄ່າທັງໝົດ 64,959,000,781 ກີບ: ໃນນັ້ນມີເງິນສົດ 25,408,878,912 ກີບ, ວັດຖຸຕ່າງໆລວມມູນຄ່າ39,550,121,869 ກີບ,
ອຳນາດການປົກຄອງແຂວງຍັງໄດ້ຮັບເຄື່ອງຊ່ວຍເຫຼືອຈາກທຸກພາກສ່ວນທີ່ຈິງໃຈປະກອບສ່ວນທັງພາຍໃນ ແລະ ຕ່າງປະເທດຢ່າງຕໍ່ເນື່ອງ ແລະ ເຄື່ອງຊ່ວຍເຫຼືອຈາກສັງຄົມທຸກພາກສ່ວນ.

ຍອດການບໍລິຈາກເປັນເງິນສົດ ຫຼື ວັດຖຸອຸປະກອນການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ

04 ສິງຫາ 2018 ການຄົ້ນຫາຜູ້ຖືກເຄາະຮ້າຍ ຈາກໄພພິບັດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ: ສາມາດເກັບກູ້ໄດ້ໃນວັນນີ້ຈຳນວນ 10 ສົບ, ຍອດການເກັບກູ້ໄດ້ທັງໝົດພົບແລ້ວ 33 ສົບ,ຍັງສູນຫາຍ 98 ຄົນທີ່ບໍທັນໄດ້ພົບສົບ ຈາກຕົວເລກທັງໝົດ 131 ຄົນທີ່ສູນຫາຍ (ຕາມການຢັ້ງຢືນຂອງພໍ່ແມ່ພີ່ນ້ອງພາຍໃນຄອບຄົວທີ່ໄດ້ແຈ້ງການສູນຫາຍ ພັດພາກຕາຍຈາກກັນເຫັນກັບຫູກັບຕາໃນເວລາເກີດໄພພິບັດ).

ພັກ-ລັດ ແລະ ອຳນາດການປົກຄອງທຸກຂັ້ນ ຫັນໄປສູ່ປະຊາຊົນຜູ້ໄດ້ຮັບຜົນກະທົບເປັນທີ່ຕັ້ງ

ຕາຕະລາງສັງລວມເງິນບໍລິຈາກ.

ກ່ຽວກັບຍອດການບໍລິຈາກເປັນເງິນສົດ ຫຼື ວັດຖຸອຸປະກອນການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ ແມ່ນຍັງບໍມີບົດສະຫຼູບລວມຍອດທົ່ວປະເທດຢ່າງເປັນທາງການ", ຈື່ງຂໍແຈ້ງມາເພື່ອຊາບ: ເງິນສົດບໍລິຈາກຜ່ານສະຖານທູດລາວ ຢູ່ບັນດາປະເທດຕ່າງໆ ແລະ ຜ່ານກະຊວງຂະແໜງການ ແລະ ແຂວງອື່ນໆ ແມ່ນຍັງບໍທັນໄດ້ມີການສະຫຼຸບ ຫຼື ບໍທັນໂອນເຂົ້າຄັງເງິນແຫ່ງຊາດ ຫຼື ບໍທັນສັງລວມເປັນຈຳນວນເງິນສົດໃຫ້ລັດຖະບານ; ສ່ວນເງິນສົດບໍລິຈາກລາຍວັນມີການສະຫຼຸບພຽງແຕ່: ຜ່ານບັນຊີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມາ​ຮອດ​ວັນ​ທີ 03 ສິງຫາ 2018 : ເງິນ​ກີບ​ 14,040,382,000.- ກີບ, ເງິນບາດໄທ 16,661,712.- ບາດ, ເງິນໂດລາ 1,974,148.- ໂດລາສະຫະລັດ; ຜ່ານບັນຊີໜ່ວຍງານບັນເທົາທຸກແຂວງອັດຕະປື ໄດ້ຮັບເງິນສົດຈຳນວນ 25,408,878,912.- ກີບ; ຜ່ານໂຄງການລະດົມທຶນທະນາຄານການຕ່າງປະເທດທີ່ປິດໂຄງການແລ້ວ (one heart), ມີຜູ້ຮ່ວມບໍລິຈາກໃນຄັ້ງນີ້ລວມມີທັງໝົດ 26,468 ຄັ້ງ ຫຼື ບັນຊີ ແລະ ຮວມຍອດເງິນໄດ້ຮັບທັງໝົດ 3,629,030,000.- ກີບ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.